ຈີນຮັບຮອງວັກຊີນປ້ອງກັນໂຄວິດ ແບບສູດດົມຂອງ CanSino

ໜ່ວຍງານດ້ານການຢາຂອງຈີນຂຶ້ນທະບຽນວັກຊີນປ້ອງກັນໂຄວິດ-19 ແບບສູດດົມ ຂອງ CanSino Biologics.
ວັນທີ 5 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: CanSino Biologics. Inc. ໜຶ່ງໃນຜູ້ໃຫ້ບໍລິການດ້ານເຕັກໂນໂລຊີຊີວະພາບລາຍໃຫຍ່ຂອງຈີນ ອອກຖະແຫລງການໃນວັນທີ 4 ກັນຍາຜ່ານມາວ່າ: ວັກຊີນປ້ອງກັນໂຄວິດ-19 ແບບສູດດົມ ທີ່ບໍລິສັດຄິດຄົ້ນ ແລະ ພັດທະນາຂຶ້ນເອງນັ້ນ ໄດ້ຮັບການຮັບຮອງຈາກສຳນັກງານບໍລິຫານການຢາແຫ່ງຊາດຈີນ (NMPA) ຮຽບຮ້ອຍແລ້ວ.
ເຖິງຢ່າງໃດກໍຕາມ, ຍັງບໍ່ມີຄວາມແນ່ນອນວ່າ: ວັກຊີນດັ່ງກ່າວຈະອອກສູ່ຕະຫລາດໄດ້ເມື່ອໃດ ເນື່ອງຈາກຍັງຕ້ອງຜ່ານການພິຈາລະນາ ແລະ ອະນຸມັດເພີ່ມຕື່ມຈາກໜ່ວຍງານອີກຫລາຍແຫ່ງ. ຂະນະທີ່ອັດຕາການສັກວັກຊີນປ້ອງກັນໂຄວິດ-19 ຮ່ວມກັບສະຖານະການການແພ່ລະບາດຂອງພະຍາດໂຄວິດ-19 ທັງໃນ ແລະ ຕ່າງປະເທດ ເປັນຕົວແປສຳຄັນເຊັ່ນກັນ.
ທັງນີ້, ຫລັກການເຮັດວຽກໃນເບື້ອງຕົ້ນສຳລັບວັກຊີນປ້ອງກັນໂຄວິດ-19 ຂອງ CanSino ປະກອບມີແກ້ວປລາສຕິກໄວ້ສູດລະອອງລອຍຂອງຢາ ເຊິ່ງຈະອອກມາຈາກເຄື່ອງພົ່ນພາຍໃນເວລາປະມານ 10 ວິນາທີຫລັງກົດປຸ່ມ ຕໍ່ຈາກນັ້ນ ຜູ້ໃຊ້ສູດລະອອງລອຍນັ້ນເຂົ້າໄປ ແລະ ກັ້ນຫາຍໃຈປະມານ 5 ວິນາທີ ຖືວ່າສຳເລັດ.
ຢ້ອນກັບໄປໃນເດືອນພຶດສະພາຜ່ານມາ, ອົງການອະນາໄມໂລກ (WHO) ຂຶ້ນທະບຽນເປັນກໍລະນີສຸກເສີນໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ແບບໄວຣັລ ເວກເຕີ (Convidecia) ຂອງ CanSino ໂດຍ WHO ປະເມີນປະສິດທິພາບຂອງວັກຊີນ Convidecia ເຊິ່ງເປັບແບບສັກເຂັມດຽວ ໄວ້ທີ່ 92% ໃນການຫລຸດອາການໜັກຈາກພະຍາດໂຄວິດ-19 ແລະ ມີປະສິດທິພາບ 64% ໃນການປ້ອງກັນການສະແດງອາການ.
ວັກຊີນ Convidecia ຖືເປັນວັກຊີນປ້ອງກັນໂຄວິດ-19 ລາຍການທີ 11 ເຊິ່ງໄດ້ຮັບການຮັບຮອງເປັນກໍລະນີສຸກເສີນຈາກ WHO ແລະ ເປັນວັກຊີນລາຍການທີ 3 ຈາກຈີນ ເຊິ່ງ WHO ຂຶ້ນທະບຽນ ຕໍ່ຈາກວັກຊີນຂອງຊີໂນຟາມ ແລະ ຊີໂນແວກ ເຊິ່ງເປັນວັກຊີນປ້ອງກັນໂຄວິດ-19 ແບບເຊື້ອຕາຍ.

