ປາກິດສະຖານຮຽກຮ້ອງປະຊາຄົມໂລກ ສົ່ງການຊ່ວຍເຫລືອເພີ່ມອີກ ຜູ້ເສຍຊີວິດຈາກນ້ຳຖ້ວມເກີນ 1.200 ຄົນແລ້ວ

ປາກິດສະຖານໄດ້ຮ້ອງຂໍໃຫ້ປະຊາຄົມໂລກສົ່ງມອບການຊ່ວຍເຫລືອດ້ານມະນຸດສະທຳເພີ່ມອີກຕໍ່ຜູ້ປະສົບໄພ 33 ລ້ານກວ່າຄົນທົ່ວປະເທດ ຫລັງເຫດນ້ຳຖ້ວມໃຫຍ່ສົ່ງໃຫ້ຈຳນວນຜູ້ເສຍຊີວິດເພີ່ມສູງເຖິງ 1.265 ຄົນແລ້ວ ເຊິ່ງໃນຈຳນວນດັ່ງກ່າວເປັນເດັກນ້ອຍເຖິງ 441 ຄົນ. ສ່ວນລັດຖະບານລະບຸວ່າ: ໂຕເລກປະເມີນເບື້ອງຕົ້ນຂອງມູນຄ່າຄວາມເສຍຫາຍຄັ້ງນີ້ບໍ່ຕໍ່າກວ່າ 1 ໝື່ນລ້ານໂດລາສະຫະລັດ.

ທ່ານ ອາຊານ ອິກບາລ ລັດຖະມົນຕີກະຊວງການວາງແຜນ ແລະ ພັດທະນາຂອງປາກິດສະຖານ ກ່າວວ່າ: ປັດຈຸບັນລັດຖະບານກຳລັງພະຍາຍາມຢ່າງສຸດຄວາມສາມາດເພື່ອເຮັດໃຫ້ທຸກຢ່າງກັບສູ່ສະພາບປົກກະຕິໂດຍໄວທີ່ສຸດ, ແຕ່ຈາກຄວາມຮຸນແຮງຂອງສະຖານະການທີ່ເກີດຂຶ້ນ ເຮັດໃຫ້ລັດຖະບານບໍ່ສາມາດເຮັດສິ່ງນີ້ໄດ້ພຽງລຳພັງ ຈຶ່ງຮ້ອງຂໍໃຫ້ປະຊາຄົມໂລກຊ່ວຍເພີ່ມການຊ່ວຍເຫລືອໃຫ້ປາກິດສະຖານອີກແຮງໜຶ່ງ.

ໃນໄລຍະ 4 ວັນຜ່ານມາ ມີເຮືອບິນ 29 ລຳຈາກຫລາຍປະເທດທີ່ໄດ້ນຳສິ່ງຂອງບັນເທົາທຸກມາມອບໃຫ້ປາກິດສະຖານ ທັງຈາກຕວກກີ, ຈີນ, ກາຕາ, ຈໍແດນ, ເຕິກເມນິສະຖານ ແລະ ປະເທດອື່ນໆ ໂດຍໃນວັນທີ 4 ກັນຍາ ເຮືອບິນຂອງຝຣັ່ງ, ສະຫະລັດອາຣັບເອມິເຣດ ແລະ ອຸຊເບກິດສະຖານ ເປັນ 3 ປະເທດຫລ້າສຸດທີ່ໄດ້ນຳເອົາອຸປະກອນ ແລະ ສິ່ງຂອງຈຳເປັນຕ່າງໆ ມາມອບການຊ່ວຍເຫລືອ ເຊິ່ງລວມທັງຢາ ແລະ ເຄື່ອງສູບນ້ຳຂະໜາດໃຫຍ່ ອີກທັງຝຣັ່ງຍັງຊ່ວຍສົ່ງທີມແພດ ແລະ ຜູ້ຊ່ຽວຊານມາຮ່ວມລົງພື້ນທີ່ຊ່ວຍເຫລືອຜູ້ປະສົບໄພ.

ເຈົ້າໜ້າທີ່ ແລະ ຜູ້ຊ່ຽວຊານຫລາຍຄົນລະບຸວ່າ: ຝົນໃນລະດູມໍລະສຸມທີ່ຕົກແຮງຜິດປົກກະຕິຈົນເກີດເປັນເຫດນ້ຳຖ້ວມໃຫຍ່ນີ້ ມີສາເຫດມາຈາກສະພາບໂລກຮ້ອນ ໂດຍທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ (UN) ກຽມເດີນທາງຢ້ຽມຢາມພື້ນທີ່ທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດຈາກເຫດນ້ຳຖ້ວມໃນປາກິດສະຖານ ໃນວັນທີ 9 ກັນຍານີ້.

ອ້າງອີງ: