ຣັດເຊຍໂຈະສົ່ງແກັສໃຫ້ເອີຣົບແບບບໍ່ມີກຳນົດ ເຫດຕ້ອງສ້ອມແປງນ້ຳມັນຮົ່ວ ເອີຣົບຢ້ານບໍ່ມີເຊື້ອໄຟພຽງພໍສຳລັບລະດູໜາວ

ວັນທີ 3 ກັນຍາ 2022, ຣັດເຊຍປະກາດໂຈະການສົ່ງແກັສໃຫ້ເອີຣົບຜ່ານທໍ່ສົ່ງ Nord Stream 1 ແບບບໍ່ມີກຳນົດ ຫລັງຈາກໄດ້ໂຈະການສົ່ງແກັສໄປເມື່ອ 3 ວັນຜ່ານມາ ໂດຍອ້າງເຫດຜົນວ່າຕ້ອງສ້ອມແປງບຳລຸງເພີ່ມຕື່ມ ເຊິ່ງສ້າງແຮງກົດດັນຕໍ່ເອີຣົບທີ່ກັງວົນວ່າອາດບໍ່ມີພະລັງງານສຳຮອງພຽງພໍຈະໃຊ້ໃນລະດູໜາວນີ້.
ບໍລິສັດ Gazprom ຂອງລັດຖະບານຣັດເຊຍ ເປີດເຜີຍໃນວັນທີ 2 ກັນຍາວ່າ: ທາງບໍລິສັດບໍ່ສາມາດດຳເນີນການຈັດສົ່ງແກັສໄດ້ຢ່າງປອດໄພ ເນື່ອງຈາກພົບການຮົ່ວໄຫລຂອງນ້ຳມັນຢູ່ບໍລິເວນກັງຫັນຫລັກ ແລະ ປັດຈຸບັນຍັງຕອບບໍ່ໄດ້ວ່າການສ້ອມແປງຈະສຳເລັດເມື່ອໃດ.
ເຖິງຢ່າງໃດກໍຕາມ, ບໍລິສັດ Siemens Energy ເຊິ່ງເປັນຜູ້ໃຫ້ບໍລິການເບິ່ງແຍງກັງຫັນແກັສຂອງທໍ່ສົ່ງ Nord Stream 1 ອອກມາຂັດແຍ່ງວ່າ: ໂດຍປົກກະຕິແລ້ວ ການຮົ່ວໄຫລຂອງນ້ຳມັນບໍ່ອາດຈະເປັນສາເຫດເຮັດໃຫ້ເຖິງຂັ້ນຕ້ອງຢຸດຈ່າຍພະລັງງານ ເພາະສະຖານີຄອມເພຣສເຊີປໍໂຕວາຢາ ເຊິ່ງເປັນບໍລິເວນທີ່ພົບບັນຫານ້ຳມັນຮົ່ວນັ້ນ ມີກັງຫັນແກັສອື່ນໆທີ່ທໍ່ສົ່ງ Nord Stream 1 ຍັງສາມາດນຳໃຊ້ໄດ້.
ການເຄື່ອນໄຫວດັ່ງກ່າວມີຂຶ້ນ ຫລັງວນທີ 2 ກັນຍາ ລັດຖະມົນຕີການເງິນຂອງກຸ່ມປະເທດ G7 ລົງມະຕິເຫັນພ້ອມຈະຈຳກັດລາຄານ້ຳມັນສົ່ງອອກຂອງຣັດເຊຍ ເພື່ອຕັດທໍ່ນ້ຳລ້ຽງບໍ່ໃຫ້ຣັດເຊຍມີເງິນທຶນສຳຮອງສຳລັບເຮັດສົງຄາມ ເຊິ່ງກ່ອນໜ້ານີ້ຣັດເຊຍເຄີຍຂູ່ວ່າຈະໂຈະການຈຳໜ່າຍນ້ຳມັນໃຫ້ປະເທດທີ່ໃຊ້ມາດຕະການດັ່ງກ່າວ.
ນອກຈາກນີ້, ຣັດເຊຍຍັງກ່າວໂທດວ່າ: ມາດຕະການຂວ້ຳບາດຂອງປະເທດຕາເວັນຕົກທີ່ອອກມາເພື່ອກົດດັນການຮຸກຮານອູແກຣນນັ້ນ ຂັດຂວາງການປະຕິບັດງານ ແລະ ການສ້ອມແປງບຳລຸງຕາມປົກກະຕິຂອງທໍ່ສົ່ງ Nord Stream 1. ສ່ວນເອີຣົບຂັດແຍ່ງວ່າ: ຄຳກ່າວຂອງຣັດເຊຍເປັນພຽງຂໍ້ອ້າງທີ່ຫວັງຈະໃຊ້ແກັສເປັນອາວຸດໂຈມຕີເສດຖະກິດຂອງເອີຣົບ ແລະ ປັ່ນລາຄາພະລັງງານໃນຕະຫລາດ ແຕ່ຣັດເຊຍໄດ້ປະຕິເສດຂໍ້ກ່າວຫານັ້ນມາໂດຍຕະຫລອດ.
ທັງນີ້, ລາຄາຂາຍສົ່ງແກັສເພີ່ມຂຶ້ນເຖິງ 400% ນັບແຕ່ເດືອນສິງຫາ 2021 ສົ່ງຜົນກະທົບຕໍ່ຂະແໜງອຸດສາຫະກຳ ແລະ ຂະແໜງຄົວເຮືອນໃນເອີຣົບ ໂດຍວິກິດດ້ານພະລັງງານທີ່ຍືດເຍື້ອ ແລະ ຮຸນແຮງຂຶ້ນ ສົ່ງຜົນໃຫ້ລັດຖະບານໃນກຸ່ມປະເທດເອີຣົບເລີ່ມກັງວົນວ່າ: ປະລິມານແກັສສຳຮອງໃນສາງຈະບໍ່ພຽງພໍຕໍ່ຄວາມຕ້ອງການໃຊ້ໃນລະດູໜາວທີ່ຈະມາເຖິງ ໂດຍປະລິມານແກັສໃນສາງສຳຮອງຕ້ອງມີບໍ່ຕໍ່າກວ່າລະດັບ 80% ເຖິງຈະພຽງພໍສຳລັບການນຳໃຊ້ໃນລະດູໜາວ ແຕ່ປັດຈຸບັນປະລິມານແກັສໃນສາງສຳຮອງຂອງກຸ່ມສະຫະພາບເອີຣົບຢູ່ລະດັບພຽງ 60% ເທົ່ານັ້ນ.
ອ້າງອີງ:

