ຄັ້ງທຳອິດຂອງປະເທດ ! ອິນເດຍພັດທະນາ “ວັກຊີນປ້ອງກັນມະເຮັງປາກມົດລູກ”

ສະຖາບັນເຊຣຳແຫ່ງອິນເດຍ (SII) ຜູ້ຜະລິດວັກຊີນແຫ່ງໃຫຍ່ທີ່ສຸດຂອງໂລກ ພັດທະນາວັກຊີນປ້ອງກັນມະເຮັງປາກມົດລູກຊຸດທຳອິດຂອງປະເທດ ເຊິ່ງຈະອອກວາງຈຳໜ່າຍໃນຕະຫລາດມໍ່ໆນີ້.

ວັນທີ 2 ກັນຍາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ມະເຮັງປາກມົດລູກ ເປັນພະຍາດມະເຮັງທີ່ພົບຫລາຍເປັນອັນດັບ 4 ຂອງຜູ້ຍິງທົ່ວໂລກ ໂດຍມີຜູ້ປ່ວຍໃໝ່ປະມານ 604.000 ຄົນ ແລະ ມີຜູ້ເສຍຊີວິດປະມານ 342.000 ຄົນ ໃນປີ 2020 ຕາມຂໍ້ມູນຂອງອົງການອະນາໄມໂລກ (WHO) ເຊິ່ງປະມານ 90% ຂອງຜູ້ປ່ວຍໃໝ່ ແລະ ຜູ້ເສຍຊີວິດທົ່ວໂລກຢູ່ໃນປະເທດທີ່ມີລາຍໄດ້ຕໍ່າ ແລະ ລາຍໄດ້ປານກາງໃນປີນັ້ນ.

ອີກຢ່າງໜຶ່ງ, ເຊື້ອໄວຣັສ human papilloma virus ຫລື HPV 2 ສາຍພັນ ໄດ້ແກ່ ສາຍພັນ 16 ແລະ 18 ເປັນສາເຫດເຮັດໃຫ້ເກີດມະເຮັງປາກມົດລູກຢ່າງໜ້ອຍ 70%. ຂະນະທີ່ກົມເຕັກໂນໂລຊີຊີວະພາບ ເຊິ່ງເປັນໜ່ວຍງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີອິນເດຍ ລະບຸວ່າ: ວັກຊີນຂອງອິນເດຍຈະໃຊ້ໄດ້ກັບເຊື້ອ HPV ສາຍພັນ 16 ແລະ 18 ລວມທັງສາຍພັນ 6 ແລະ 11 ນຳອີກ.

“ວັກຊີນທີ່ພັດທະນາໃນປະເທດຈະເຮັດໃຫ້ປະເທດຂອງພວກເຮົາສາມາດອາໄສຕົນເອງໃນການຄວບຄຸມອັດຕາການເສຍຊີວິດຂອງຜູ້ຍິງ ອັນເກີດຈາກພະຍາດມະເຮັງປາກມົດລູກໄດ້” ທ່ານ ອາດາ ປູນາວັນລາ ຫົວໜ້າຜູ້ບໍລິຫານຂອງ SII ກ່າວໃນຖະແຫລງການ.

ນອກຈາກນີ້, ທ່ານ ປູນາວັນລາ ບອກອີກວ່າ: ວັກຊີນຈະອອກຈຳໜ່າຍໃນມໍ່ໆນີ້ ເຊິ່ງຖືເປັນຄັ້ງທຳອິດສຳລັບຕະຫລາດອິນເດຍ ກ່ອນຈະນຳເຂົ້າສູ່ຕະຫລາດໂລກໃນລຳດັບຕໍ່ໄປ ໂດຍອາດມີລາຄາປະມານ 200-400 ຣູປີອິນເດຍ ແລະ ທາງບໍລິສັດຈະຕັ້ງເປົ້າຜະລິດວັກຊີນປະມານ 200 ລ້ານໂດສ ໃນໄລຍະເວລາ 2 ປີ.

ທັງນີ້, ເດັກນ້ອຍຍິງອາຍຸ 9-14 ປີ ຈະໄດ້ຮັບການສັກວັກຊີນລວມ 2 ໂດສ ແລະ ຜູ້ຍິງທີ່ມີອາຍຸລະຫວ່າງ 15-26 ປີ ຈະໄດ້ຮັບວັກຊີນທັງໝົດ 3 ໂດສ.