ເມືອງແອດ, ແຂວງຫົວພັນ ຍັງມີບ້ານທີ່ເປັນເປົ້າໝາຍໃນການລັກລອບປູກຝິ່ນ 14 ບ້ານ

ທ່ານ ທອງສຸກ ສົມພາວັນ ເຈົ້າເມືອງແອດ ແຂວງຫົວພັນ ໃຫ້ສໍາພາດຕໍ່ສື່ມວນຊົນ ວັນທີ 24 ສິງຫາ 2022 ຜ່ານມານີ້ວ່າ: ມາຮອດປັດຈຸບັນ ເມືອງແອດ, ແຂວງຫົວພັນ ຍັງມີບ້ານທີ່ເປັນເປົ້າໝາຍໃນການລັກລອບປູກຝິ່ນ 14 ບ້ານ ໃນຈໍານວນທັງໝົດ 77 ບ້ານທີ່ມີພາຍໃນເມືອງ, ສ່ວນຈໍານວນທີ່ຜູ້ຕິດຢາເສບຕິດຊະນິດຕ່າງໆ ໃນທົ່ວເມືອງ ມາຮອດທ້າຍເດືອນທັນວາປີກາຍນີ້ ຍັງເຫລືອ 677 ຄົນ, ເທົ່າກັບ 2,4% ຂອງພົນລະເມືອງທັງໝົດ, ໃນນີ້ກວມເອົາເກືອບ 80% ແມ່ນຜູ້ທີ່ມີອາຍຸຕໍ່າກວ່າ 45 ປີລົງມາ.
ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ, ອົງການປົກຄອງເມືອງໄດ້ແຕ່ງຕັ້ງຄະ ນະຮັບຜິດຊອບເພື່ອຈັດຕັ້ງຜັນຂະຫຍາຍຕາມທຸກຂັ້ນຕອນທີ່ກໍານົດໄວ້ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ໃນນີ້ ສໍາລັບບ້ານທີ່ຍັງມີການລັກລອບປູກຝິ່ນ ໄດ້ລົງໄປເຮັດບົດບັນທຶກກັບນາຍບ້ານໂດຍແມ່ນທ່ານເຈົ້າເມືອງເປັນຜູ້ຮ່ວມເຊັນກັບນາຍບ້ານທີ່ກ່ຽວຂ້ອງ ເຊີ່ງໄດ້ກໍານົດເນື້ອໃນລະອຽດບໍ່ໃຫ້ທຸກຄອບຄົວພາຍໃນບ້ານລັກລອບປູກຝິ່ນອີກ, ທັງບໍ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ໄປປູກຝິ່ນຢູ່ດິນແດນບ້ານອື່ນ ຫລື ອະນຸຍາດໃຫ້ຜູ້ອື່ນມາປູກຝິ່ນໃນດິນ ແດນພາຍໃນບ້ານຂອງຕົນ, ຖ້າມີການລະເມີດຈະໃສ່ລະບຽບຕາມກົດໝາຍຕໍ່ນາຍບ້ານຢ່າງເຂັ້ມງວດ.
ໄລຍະຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງໄດ້ຕິດຕາມຈັບກຸມກຸ່ມເປົ້າໝາຍຜູ້ລັກລອບຄ້າ-ຂາຍຢາເສບ ທີ່ໄດ້ກໍານົດໄວ້ຢ່າງຕໍ່ເນື່ອງ ສະເພາະແຕ່ຕົ້ນປີນີ້ມາຮອດປັດຈຸບັນ ສາມາດຈັບຜູ້ລັກລອບຄ້າ-ຂາຍຢາເສບຕິດໄດ້ 20 ກວ່າກໍລະນີ, ນອກຈາກນີ້ ໄດ້ຕັດແຫລ່ງການນໍາເຂົ້າຢາເສບຕິດ ດ້ວຍການສົ່ງເຈົ້າໜ້າທີ່ກ່ຽວຂ້ອງໄປປະຈໍາ ແລະ ກວດກາຢູ່ຈຸດ ຊາຍແດນກັບປະເທດໃກ້ຄຽງຫລາຍກວ່າ 20 ຈຸດເປົ້າໝາຍທີ່ໄດ້ກໍານົດເອົາໄວ້.
ການແກ້ໄຂຜູ້ຕິດຢາເສບຕິດ ໂດຍແບ່ງເປັນ 3 ຂັ້ນ ຄື: ຜູ້ທີ່ຕິດບໍ່ທັນຮ້າຍແຮງ ແມ່ນມອບໃຫ້ຄອບຄົວ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງເປັນຜູ້ສຶກສາອົບຮົມ ແລະ ປິ່ນປົວພາຍໃນເວລາ 3 ເດືອນ, ຖ້າບໍ່ຢຸດເຊົາແມ່ນເອົາຂຶ້ນມາບໍາບັດຢູ່ຂັ້ນເມືອງ, ສ່ວນຜູ້ທີ່ຕິດຫລາຍຈົນເປັນອາຈີນ ແມ່ນເອົາຂຶ້ນມາຂັ້ນເມືອງແລ້ວສົ່ງຕໍ່ໄປບໍາບັດຢູ່ຂັ້ນແຂວງ.
ເປົ້າໝາຍໃຫຍ່ໃນເດືອນກັນຍາ 2022 ຕ້ອງໄດ້ເຮັດບົດບັນທຶກຮ່ວມກັບ 14 ບ້ານທີ່ເປັນບ້ານເປົ້າໝາຍລັກລອບປູກຝິ່ນ ແລະ ການລົງໂຄສະນາເຜີຍ ແຜ່ກ່ຽວກັບບັນຫາຢາເສບຕິດໃນທຸກບ້ານ ກໍຄື ທຸກອົງການຈັດຕັ້ງທົ່ວເມືອງໃຫ້ສໍາເລັດ, ຈາກນັ້ນ ໃນເດືອນທັນວາ ຕ້ອງລົບລ້າງບ້ານທີ່ຍັງມີຜູ້ຕິດຢາເສບຕິດໃຫ້ໄດ້ປະມານ 50% ເພາະປັດຈຸບັນ ໃນຈໍານວນ 77 ບ້ານທີ່ມີພາຍໃນເມືອງ, ມີພຽງ 8 ບ້ານເທົ່ານັ້ນທີ່ປອດຢາເສບຕິດແທ້.

