ສື່ດັງ ສະເປນ ລາຍງານຂ່າວວ່າ ປາຣິສ ແຊັງແຊັກແມັງ ກຽມເປີດໂຕ ເອັມປັບເປ ໄວໆນີ້

ປາຣິສ ແຊັງແຊັກແມັງ ຕົກເປັນຂ່າວມີກຳນົດເປີດໂຕ ຄີລຽນ ເອັມປັບເປ ກອງໜ້າ ອະນາຄົດໄກທີ່ຮ້ອນແຮງທີ່ສຸດແຫ່ງຍຸກ ໃນໄວໆນີ້ ດ້ວຍຄ່າ ໂຕ 180 ລ້ານເອີໂຣ.
ເປັນທີ່ເຂົ້າໃຈວ່າ ເອັມປັບ ເປ ສະແດງຜົນງານໄດ້ຢ່າງ ດີເດັ່ນໃນລະດູການຜ່ານມາ ຫຼັງຍິງໄປເຖິງ 16 ປະຕູຈາກ ການລົງຫຼິ້ນທຸກລາຍການ ພ້ອມທັງພາສະໂມສອນຕົ້ນສັງກັດຄວ້າແຊ໊ມລີກເອິງ ຝຣັ່ງ ເປັນຄັ້ງທຳອິດໃນຮອບ 17 ປີ ໃນປະຫວັດສາດຂອງສະໂມ ສອນ.
ຫຼ້າສຸດ Mundo De portivo ສື່ຊື່ດັງຂອງ ປະເທດ ສະເປນ ລາຍງານຂ່າວວ່າ ປາ ຣິສ ແຊັງແຊັກແມັງ ຈະເປີດໂຕ ເອັມປັບເປ ໄວໆນີ້ດ້ວຍຄ່າ 180 ລ້ານເອີໂຣ ອັນຈະກາຍ ເປັນຜູ້ຫຼິ້ນທີ່ແພງທີ່ສຸດເປັນອັນດັບ 2 ຂອງໂລກ.

