ເກີດເຫດສະຫລົດ! ຄົນຮ້າຍແກະລະເບີດໃສ່ເຈົ້າໜ້າທີ່ໃນຂະນະຈັບກຸມ ເຮັດໃຫ້ເສຍຊີວິດ 3 ຄົນ ແລະ ບາດເຈັບ 4 ຄົນ

ຂໍ້ມູນເບື້ອງຕົ້ນຈາກເຈົ້າໜ້າທີ່ ປກສ ເມືອງວຽງຄຳ ໃຫ້ຮູ້ວ່າ: ເວລາປະມານ 9 ໂມງເຊົ້າຂອງ ວັນທີ 1 ກັນຍາ 2022 ເຈົ້າໜ້າທີ່ ໄດ້ລົງແກ້ໄຂ ແລະ ຈັບກຸມຄົນຮ້າຍທີ່ເປັນກຸ່ມເປົ້າໝາຍຊື້-ຂາຍຢາເສບຕິດ ຢູ່ບ້ານຫ້ວຍເຈາະ ເມືອງວຽງຄຳ ແຂວງຫລວງພະບາງ ແຕ່ໃນເຂົ້າຈັບຕົວຜູ້ຄ້າຢາເສບຕິດຢູ່ນັ້ນ ຖືກຄົນຮ້າຍດັ່ງກ່າວ ແກະລະເບີດໃສ່ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ ໃນນັ້ນມີເຈົ້າໜ້າທີ່ 3 ຄົນ ແລະ ຄົນຮ້າຍ 1 ຄົນ, ພ້ອມນີ້ເຈົ້າໜ້າທີ່ໄດ້ຮັບບາດເຈັບອີກ 4 ຄົນ.
ຂໍສະແດງຄວາມເສຍໃຈ ນຳຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໃນເຫດການທີ່ເກີດຂຶ້ນຄັ້ງນີ້ດ້ວຍ.

