ເສີມອາຫານກົບດ້ວຍເລືອດ ໃຫຍ່ໄວ ນໍ້າໜັກດີ

ປັດໄຈຫລັກສໍາລັບການລ້ຽງກົບແມ່ນການເອົາໃຈໃສ່ເລື່ອງອາຫານ ໂດຍສະເພາະແມ່ນການໃຫ້ອາຫານທຸກຄາບຕ້ອງພຽງພໍຕໍ່ການຈະເລີນເຕີບໂຕຕາມຕ້ອງການ, ປົກກະຕິຈະໃຊ້ເວລາລ້ຽງປະມານ 3 ເດືອນ ກົບຈຶ່ງຈະໃຫຍ່ ແລະ ຂາຍໄດ້ ແຕ່ສໍາລັບຊາວກະສິກອນແລ້ວ ບາງເທື່ອກົບກໍໃຫຍ່ບໍ່ທັນຕາມຄວາມຕ້ອງການຂອງຕະຫລາດ ແລະ ການເລັ່ງໃຫ້ກົບໃຫຍ່ດ້ວຍອາຫານເມັດສູດເກົ່າຕາມທ້ອງຕະຫລາດເປັນວິທີທີ່ສິ້ນເປືອງຕົ້ນທຶນ. ດັ່ງນັ້ນ, ວິທີງ່າຍໆທີ່ຊາວກະສິກອນສາມາດເຮັດໄດ້ ເພື່ອເລັ່ງໃຫ້ກົບໃຫຍ່ໄວ, ໄດ້ນໍ້າໜັກ ແມ່ນການເສີມອາຫານໃຫ້ກົບໂດຍການໃຊ້ເລືອດສົດ.

ການໃຫ້ເລືອດສົດເປັນອີກວິທີໜຶ່ງທີ່ເຮັດໃຫ້ກົບໃຫຍ່ໄວ ສາມາດໃຊ້ໄດ້ກັບການລ້ຽງກົບທຸກຊ່ວງອາຍຸ ໂດຍມີວິທີການດັ່ງນີ້:

– ເລືອດສົດ ປະມານ 5-6 ຂີດ (ສາມາດໃຊ້ໄດ້ທັງເລືອດໝູ, ງົວ, ເປັດ, ໄກ່ ແລ້ວແຕ່ສະດວກ).

– ນໍາເອົາເລືອດປະສົມກັບຫົວອາຫານກົບ 2 ກິໂລ ແລ້ວຄົນໃຫ້ທົ່ວ, ປະໄວ້ປະມານ 5 ນາທີ.

– ຫລັງຈາກນັ້ນກໍເອົາໄປເກືອກົບຕາມປົກກະຕິ.

*** ຂໍ້ແນະນໍາ: ຫລັງຈາກທີ່ປະສົມຫົວອາຫານກັບເລືອດສົດແລ້ວ ໃຫ້ເກືອໃຫ້ໝົດພາຍໃນຄາບດຽວ***

ວິທີນີ້ຈະເຮັດໃຫ້ກົບໃຫຍ່ໄວຂຶ້ນ ຈາກເຄີຍລ້ຽງໂດຍໃຊ້ເວລາ 3 ເດືອນ ແຕ່ຖ້າປະສົມອາຫານຕາສູດທີ່ກ່າວມາຂ້າງເທິງນີ້ ຈະໃຊ້ເວລາພຽງ 2 ເດືອນ ກໍສາມາດຂາຍໄດ້ແລ້ວ.