ສີລັງກາບັນລຸຂໍ້ຕົກລົງເບື້ອງຕົ້ນກັບ IMF ກຽມກູ້ 2.900 ລ້ານໂດລາ

ລັດຖະບານສີລັງກາ ແລະ ກອງທຶນການເງິນສາກົນ ເຫັນພ້ອມຂໍ້ຕົກລົງເບື້ອງຕົ້ນຮ່ວມ ກ່ຽວກັບເງິນສິນເຊື່ອຟື້ນຟູເສດຖະກິດງວດໃໝ່ ມູນຄ່າ 2.900 ລ້ານໂດລາ.

ວັນທີ 1 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກອງທຶນການເງິນສາກົນ (IMF) ອອກຖະແຫລງການ ໃນວັນທີ 1 ກັນຍາ ກ່ຽວກັບການບັນລຸເງື່ອນໄຂເບື້ອງຕົ້ນຮ່ວມກັບສີລັງກາ ເພື່ອຈັດສັນເງິນກູ້ງວດໃໝ່ທີ່ຈະມີມູນຄ່າປະມານ 2.900 ລ້ານໂດລາສະຫະລັດ.

ຖ້າຂໍ້ຕົກລົງດັ່ງກ່າວໄດ້ຮັບການອະນຸມັດຈາກຄະນະກຳມະການບໍລິຫານຂອງ IMF ແລະ ຜ່ານຄວາມເຫັນພ້ອມໂດຍໜ່ວຍງານທີ່ກ່ຽວຂ້ອງຂອງສີລັງກາ. ສິນເຊື່ອຈຳນວນນີ້ຈະຄວບຄຸມໄລຍະເວລາ 48 ເດືອນ ມີຈຸດປະສົງເພື່ອຟື້ນຟູສະຖຽນລະພາບ ແລະ ຄວາມຍືນຍົງໃຫ້ກົນໄກເສດຖະສາດມະຫາພາກ ຫລື ເສດຖະກິດທຸກພາກສ່ວນຂອງສີລັງກາ.

ເຖິງຢ່າງໃດກໍຕາມ, ການກຽມອະນຸມັດສິນເຊື່ອຄັ້ງນີ້ເກີດຂຶ້ນພາຍໃຕ້ເງື່ອນໄຂຫລາຍປະເທດ ເຊິ່ງລວມທັງສີລັງກາຕ້ອງແກ້ໄຂບັນຫາໜີ້ໃນໄລຍະຍາວ ດ້ວຍການປັບໂຄງສ້າງໜີ້ກັບບັນດາເຈົ້າໜີ້ບ່ອນອື່ນ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ໃຫ້ມີຕໍ່ “ຄວາມຍືນຍົງຂອງໜີ້” ຂອງສີລັງກາ. ໝາຍຄວາມເຖິງຄວາມສາມາດໃນການຊຳລະຄືນພາຍໃນກຳນົດ ແລະ ການຫລຸດຊ່ອງວ່າງທາງການເງິນ ເພື່ອໃຫ້ການບໍລິຫານຄວາມສ່ຽງເປັນໄປຢ່າງມີປະສິດທິພາບ.

ປັດຈຸບັນ, ສີລັງກາມີຄວາມຈຳເປັນຕ້ອງປັບໂຄງສ້າງໜີ້ເກືອບ 30.000 ລ້ານໂດລາ ກັບເຈົ້າໜີ້ຈາກຫລາຍພາກສ່ວນ ໜຶ່ງໃນນັ້ນຄືຍີ່ປຸ່ນ ເຊິ່ງເປັນປະເທດທຳອິດທີ່ສະແດງຄວາມພ້ອມຫາລືກັບສີລັງກາໃນເລື່ອງດັ່ງກ່າວ.