ແອັດເລຕິໂກ ມາດຣິດ ບັນລຸຂໍ້ຕົກລົງຄວ້າ ຄອສຕາ ມາຮ່ວມທີມແລ້ວ

ສະໂມສອນ ແອັດເລຕິໂກ ມາດຣິດ ບັນລຸຂໍ້ຕົກລົງຄວ້າ ໂຕ ດິເອໂກ ຄອສຕາ ດາວ ຍິງຂອງ ເຊລຊີ ມາຮ່ວມທີມ ໄດ້ແລ້ວ.
ດາວເຕະອາຍຸ 28 ປີ ບໍ່ ຢູ່ໃນແຜນຂອງ ອັນໂຕນິໂອ ຄອນເຕ ຜູ້ຈັດການ ເຊລຊີ ອີກ ຕໍ່ໄປ ກ່ອນທີ່ລາວຈະເປີດໃຈ ວ່າ ເຊລຊີ ແລະ ຄອນເຕ ປະ ຕິບັດກັບລາວບໍ່ເປັນທຳ ເຊິ່ງ ລາວເອງກໍຢືນຢັນວ່າລາວຈະບໍ່ກັບໄປຫຼິ້ນໃຫ້ກັບ ເຊລຊີ ອີກ ຄັ້ງ ແລະ ຕ້ອງການທີ່ຈະຍ້າຍ ໄປຫຼິ້ນກັບ ແອັດເລເຕິໂກ ມາດຣິດ.
ຫຼ້າສຸດລາຍງານຈາກ ອາສ ສື່ຊື່ດັງຂອງ ສະເປນ ລະບຸວ່າ ຄອສຕາ ກຽມສົມ ຫວັງ ຫຼັງທາງ ເຊລຊີ ໄດ້ຕອບ ຮັບຂໍ້ສະເໜີຂອງ ແອັດເລຕິໂກ ມາດຣິດ ແລ້ວໃນລາຄາ 50 ລ້ານປອນ ໂດຍແບ່ງເປັນ 41 ລ້ານປອນລວມດ້ວຍຄ່າອື່ນໆອີກ 9 ລ້ານປອນ.
ສົ່ງຜົນໃຫ້ ເຊລຊີ ຈະໄດ້ ກຳໄລເຕັມໆຈາກການຂາຍ ຄອສຕາ ເຖິງ 18 ລ້ານປອນ ຫຼັງຊື້ມາຈາກ ແອັດເລຕິໂກ ມາດຣິດ ເມື່ອລະດູການ 2014 ໃນລາຄາ 32 ລ້ານ ປອນເທົ່ານັ້ນ ອີກທັງຍັງເປັນ ສ່ວນສຳຄັນກັບການພາທີມ ຄວ້າແຊ໊ມ 2 ສະໄໝຈາກ 3 ລະດູການຫຼ້າສຸດນຳອີກ.