ຮາແລນ ທຸບ 2 ສະຖິຕິດາວຍິງຕຳນານ ພຣີເມຍລີກ ຫລັງຈັດແຮັດທຣິກໃສ່ ຟໍເຣສ


ຜົນງານຮ້ອນແຮງຢ່າງຕໍ່ເນື່ອງ ສຳລັບ ເອີລິງ ຮາແລນ ທີ່ຍິງແຮັດທຣິກ 2 ເກມ ຕິດຕໍ່ກັນໃນພຣີເມຍລີກ 2022-23 ໄດ້ທຳລາຍ 2 ສະຖິຕິດາວຍິງຕຳນານເປັນທີ່ຮຽບຮ້ອຍແລ້ວ.
ແມນເຊສເຕີ ຊິຕີ ເປີດບ້ານເອົາຊະນະ ນັດຕິງແຮມ ຟໍເຣສ 6-0 ເກັບເພີ່ມເປັນ 13 ຄະແນນ ຄອງອັນດັບຮອງຜູ້ນຳຕາມຫລັງ ອາເຊນອລ 2 ຄະແນນເທົ່ານັ້ນ.
ເກມນີ້ຈຸດສຳຄັນຢູ່ທີ່ແຮັດທຣິກຂອງ ເອີລິງ ຮາແລນ ໃນນາທີທີ 12, 23 ແລະ 38 ນັບເປັນຜົນງານອັນດີເດ່ັນຂອງລາວກັບ ແມນຊິຕີ ເພາະ 5 ນັດ ໃນພຣີເມຍລີກ ຍິງໄປແລ້ວ 9 ປະຕູ ກັບ 1 ແອສຊິສ ແລະ ເປັນ 2 ແຮັດທຣິກຕິດຕໍ່ກັນ.
ເຮັດໃຫ້ ຮາແລນ ທຳລາຍ 2 ສະຖິຕິສຳຄັນຄື ການເປັນນັກເຕະທີ່ຍິງແຮັດທຣິກ 2 ຄັ້ງ ດ້ວຍໄລຍະເວລາອັນວ່ອງໄວທີ່ສຸດທີ່ 5 ນັດ ແຊງ ເດມບາ ບາ ອະດີດກອງໜ້າ ນິວຄາສເຊິລ ແລະ ເຊລຊີ ທີ່ເຄີຍເຮັດໄວ້ 2 ຄັ້ງໃນຮອບ 21 ນັດ.
ແລະນັກເຕະທີ່ຍິງປະຕູໃນ 5 ນັດທຳອິດໄດ້ຫລາຍທີ່ສຸດທີ່ຈຳນວນ 9 ປະຕູ ທຳລາຍສະຖິຕິຂອງ ມິກີ ຄວິນ ແລະ ເຊີຄີໂອ ອາເກວໂຣ ທີ່ເຮັດໄວ້ 8 ປະຕູ.

