ຄຸນປະໂຫຍດຂອງຖົ່ວງອກ ປູກງ່າຍ ກິນດີ

ຖົ່ວງອກເປັນໜຶ່ງໃນຜັກຍອດນິຍົມ ທີ່ອຸດົມໄປດ້ວຍຄຸນຄ່າທາງໂພຊະນາການຢ່າງຫລວງຫລາຍທີ່ດີຕໍ່ຂະພາບ ເປັນຜັກທີ່ໃຫ້ພະລັງງານຕໍ່າ ແຕ່ກາກອາຫານສູງ ແລະ ສານອາຫານເຫລົ່ານີ້ຈະຖືກດູດຊຶມເຂົ້າສູ່ຮ່າງກາຍໄດ້ກໍຕໍ່ເມື່ອກິນຢ່າງຖືກວິທີ, ບົດຄວາມນີ້ຈຶ່ງໄດ້ນໍາເອົາຄຸນປະໂຫຍດຂອງຖົ່ວງອກ ແລະ ເຄັດລັບການຮັບປະທານຖົ່ວງອກໃຫ້ໄດ້ປະໂຫຍດສູງສຸດມາຝາກທຸກທ່ານ.

ຖົ່ວງອກອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດຕ່າງໆ ລວມທັງສານອາຫານທີ່ຫລາກຫລາຍ ເຊິ່ງຊ່ວຍບໍາລຸງສຸຂະພາບເຮົາໃນສ່ວນຕ່າງໆດັ່ງນີ້:

  1. ຊ່ວຍໃນການຍ່ອຍອາຫານ ແລະ ການຂັບຖ່າຍ ຄຸນປະໂຫຍດທີ່ເດັ່ນສຸດຂອງຖົ່ວງອກ ແມ່ນຄວາມສາມາດໃນການຊ່ວຍຍ່ອຍອາຫານ ເພາະຖົ່ວງອກອຸດົມໄປດ້ວຍເອັນຊາຍ (Enzymes) ຊະນິດຕ່າງໆ ທີ່ພົບໄດ້ໜ້ອຍໃນອາຫານ ເອັນຊາຍເຫລົ່ານີ້ຊ່ວຍໃນການຍ່ອຍອາຫານໄດ້ດີ ແລະ ຈະເຮັດໃຫ້ຮ່າງກາຍດູດຊຶມສານອາຫານໄດ້ດີອີກດ້ວຍ. ນອກຈາກນີ້ ຍັງໃຍອາຫານຈໍານວນຫລາຍໃນຖົ່ວງອກຍັງຊ່ວຍໃນການຂັບຖ່າຍໄດ້ດີ ເພາະຈະເຮັດໃຫ້ລໍາໄສ້ສະອາດ ແລະ ຫລຸດອາການສ່ຽງໃນການເປັນມະເຮັງລໍາໄສ້ໄດ້.
  2. ຫລຸດຄວາມສ່ຽງຈາກພະຍາດເບົາຫວານ ຖົ່ວງອກມີສານຕ້ານອະນຸມູນອິດສະຫລະຊື່ ຟີໂນລິກ(Phenolic) ທີ່ອາດເປັນປະໂຫຍດໃນການປ້ອງກັນພະຍາດເບົາຫວານ, ຜົນຈາກການສຶກສາພົບວ່າສານຟີໂນລິກອາດໍ່ວຍໃຫ້ຮ່າງກາຍດູດຊຶມສານອາຫານປະເພດນໍ້າຕານ ແລະ ນໍາໄປໃຊ້ໄດ້ດີຂຶ້ນ
  3. ຫລຸດຄວາມດັນໂລຫິດ ການກິນຖົ່ວງອກເປັນປະຈໍາອາດຈະຊ່ວຍຫລຸດຄວາມດັນເລືອດໃນຜູ້ທີ່ມີຄວາມດັນເລືອດສູງ ແຕ່ກໍບໍ່ແມ່ນການກິນຖົ່ວງອກໂດຍກົງ ແຕ່ສານສະກັດຈາກຖົ່ວງອກຈະມີຄຸນປະໂຫຍດຂອງການຫລຸດຄວາມດັນເລືອດ
  4. ຕ້ານການອັກເສບ ອາຫານຫລາຍຊະນິດທີ່ສະກັດມາຈາກຖົ່ວງອກ ເປັນຕົ້ນ ໂພລີຟີນອລ, ກົດແກລລິກ ແລະ ຟລາໂວນອຍ ມີສ່ວນຊ່ວຍກະຕຸ້ນການເຮັດວຽກຂອງລະບົນພູມຄຸ້ມກັນ ຈຶ່ງສາມາດບັນເທົາອາການອັກເສບໄດ້ ເປັນຕົ້ນແມ່ນ: ພູມແພ້, ເບົາຫວານ ຫລື ຂໍ້ອັກເສບ
  5. ຮັກສາພະຍາດຜິວໜັງ ສານໂພລີຟີນອລ (Polyphenol) ມີສ່ວນຊ່ວຍໃນການຫລຸດການເສື່ອມຂອງເຊວ ຕ້ານເຊື້ອພະຍາດ ແລະ ເຮັດໃຫ້ຜິວແຂງແຮງ ໂດຍສະເພາະຮັກສາທີ່ມີການຕິດເຊື້ອ, ບາດໄໝ້ ຜືນພູມແພ້ ລວມທັງມະເຣັງຜິວໜັງ ນອກນີ້ຍັງແກ້ບັນຫາ ສິວ, ຮອຍ ແລະ ຈຸດດ່າງດຳອີກດ້ວຍ

ກິນຖົ່ວງອກແນວໃດໃຫ້ປອດໄພ

ເຖິງແມ່ນວ່າຖົ່ວງອກຈະມີປະໂຫຍດ ແລະ ໃຫ້ຄຸນຄ່າທາງສານອາຫານທີ່ຫລາກຫລາຍ ແຕ່ໃນບາງຄັ້ງການບໍລິໂພກໃນປະລິມານທີ່ຫລາຍເກີນໄປ ຫລື ເກັບຮັກສາໄວ້ບໍ່ດີອາດເພີ່ມຄວາມສ່ຽງທີ່ກໍ່ໃຫ້ເກີດຄວາມຜິດປົກະຕິໄດ້ພ້ອມທັງຄວນລະວັງການປົນເປື້ອນ ຫລື ສານບາງຊະນິດໃນຖົ່ວງອກດັ່ງນີ້:

  • ເຊື້ອພະຍາດ ຂັ້ນຕອນການປູກ, ການຂົນສົ່ງ ຫລື ການເກັບຮັກສາບໍ່ດີ ຖົ່ວງອກຈະປົນເປື້ອນສານຈຸລິນຊີ ຊາໂມເນລາ ແລະ ເອສເຊຣິເຊຍ ໂຄໄລ ທີ່ເຮັດໃຫ້ເກີດອາການຖອກທ້ອງ, ປວດຮາກ ດັ່ງນັ້ນກ່ອນທີ່ຈະນຳຖົ່ວງອກມາປຸງອາຫານຄວນລ້າງດ້ວຍນ້ຳສະອາດ ປະສົມນ້ຳສົ້ມສາຍຊູ ເພື່ອຂ້າເຊື້ອພະຍາດ
  • ສານຟອກຂາວ ເປັນວັດຖຸເຈືອປົນອາຫານທີ່ນິຍົມໃຊ້ກັບຖົ່ວງອກເພື່ອເຮັດໃຫ້ຖົ່ວງອກມີສີຂາວ, ສະອາດ, ບໍ່ມີຮອຍຊໍ້າ, ສົດ ແລະ ໜ້າກິນ ຖ້າຮ່າງກາຍໄດ້ຮັບສານຟອກຂາວໃນປະລິມານຫຼາຍ ສາມາດຕົກຄ້າງຢູ່ໃນຮ່າງກາຍ ແລະ ເປັນອັນຕະລາຍ. ໂດຍສະເພາະຜູ້ທີ່ເປັນພະຍາດຫືດ ຄວນເລືອກຊື້ຖົ່ວງອກທີ່ບໍ່ເປັນສີຂາວເກີນໄປ ຫລື ມີຮອຍຊ້ຳເລັກໜ້ອອຍ ອາດຊ່ວຍຫລຸດຜ່ອນຄວາມສ່ຽງຕໍ່ການກິນສານຟອກຂາວຫລາຍເກີນໄປ.
  • ສານໄຟເຕທ ເປັນສານທໍາມະຊາດທີ່ມີຢູ່ໃນຖົ່ວງອກດິບ ແຕ່ຈະມີປະລິມານຫລຸດລົງຫລັງຈາກການປຸງແຕ່ງສຸກ ເຊິ່ງເປັນສາເຫດທີ່ສໍາຄັນຕ້ອງລະມັດລະວັງຂອງສານນີ້ຍ້ອນວ່າ ມີການຢັບຢັ້ງການດູດຊຶມຂອງໂປຣຕີນ ແລະ ແຮ່ທາດເຊັ່ນ: ທາດເຫລັກ, ແຄວຊຽມ, ສັງກະສີ ຫຼື ແມກນີຊຽມ ດັ່ງນັ້ນ, ການບໍລິໂພກຖົ່ວງອກດິບຢ່າງຕໍ່ເນື່ອງໃນປະລິມານຫລາຍອາດເຮັດໃຫ້ການໄດ້ຮັບສານອາຫານຫລຸດລົງ, ໂດຍສະເພາະໃນແມ່ຖືພາ ເພາະແມ່ມັກຕ້ອງການສານອາຫານເຫລົ່ານີ້ໃນປະລິມານທີ່ຫລາຍກວ່າຄົນທົ່ວໄປເພື່ອຊ່ວຍເສີມສ້າງການຈະເລີນເຕີບໂຕຂອງລູກໃນທ້ອງ ແລະ ບຳລຸງຮ່າງກາຍຂອງແມ່