ໜ່ວຍກອງປ້ອງກັນ ແລະ ປາບປາມການກະທຳຜິດກ່ຽວກັບຄອມພິວເຕີ ຂອງໄທ ປະກາດນຳຈັບເຈົ້າຂອງທຸລະກິດແຊຣຕ່ອງໂຊ່ P MINER ຄາດວ່າໜີອອກນອກປະເທດ

ສໍານັກຂ່າວ Thairath ລາຍງານໃຫ້ຮູ້ວ່າ: ວັນທີ 30 ສິງຫາ 2022 ນີ້ ໜ່ວຍກອງປ້ອງກັນ ແລະ ປາບປາມການກະທຳຜິດກ່ຽວກັບຄອມພິວເຕີ ແລະ DSI ອອກປະກາດ ວ່າຄ່າຕົວ 50.000 ບາດ ຫລື ປະມານ 25 ລ້ານກີບ ຫາກແຈ້ງເບາະແສະໃນກໍລະນີ ທ້າວ ກິຕິກອນ ອິນຕະ ເປັນ ຊີອີໂອ ຈຳກັດ ພີມາຍເນີ ຄຣິບໂຕເຄີເຣນຊີ ພາຍຫລັງມີຜູ້ເສຍຫາຍ 30 ກວ່າຄົນ ທີ່ຖືກຫລອກລວງ.
ເບື້ອງຕົ້ນພົບມູນຄ່າຄວາມເສຍຫາຍທັງໝົດ 1.000 ລ້ານບາດ ຈາກການກວດສອບ ເຟສບຸກຂອງ ທ້າວ ກິຕິກອນ ພົບວ່າມີການໂພສວ່າ: ຈະຢຸດປັນຜົນໃຫ້ກັບຜູ້ຮ່ວມລົງທຶນພ້ອມກັບຂາຍຊັບສິນບາງສ່ວນ ເພື່ອນຳເອົາເງິນມາຄືນໃຫ້ຜູ້ເສຍຫາຍ ກ່ອນທີ່ຈະຕິດຕໍ່ບໍ່ໄດ້ອີກເລີຍ
ນາງ ພັດຈິຣາ ໜຶ່ງໃນຜູ້ເສຍຫາຍ ທີ່ເສຍເງິນ 10 ລ້ານບາດ ໃຫ້ຮູ້ວ່າ: ຮູ້ຈັກກັບ ກິຕິກອນ ຈາກເຟສບຸກ ເນື່ອງຈາກລາວມັກໂພສການປັນຜົນ ສະແດງຄວາມລໍ່າລວຍ ແລະ ມີເຄືອຂ່າຍຄວາມໜ້າເຊື່ອຖືກັບຜູ້ໃຫຍ່ ຈຶ່ງເຮັດໃຫ້ໄວ້ໃຈ ແລະ ຕັດສິນໃຈຮ່ວມລົງທຶນ, ທີ່ຜ່ານມາໄດ້ຮັບການປັນຜົນມາຕະຫລອດຈົນມາພົບເຫັນຂໍ້ຄວາມທີ່ ກິຕິກອນ ໄດ້ປະກາດຢຸດປັນຜົນ ຈຶ່ງເຮັດໃຫ້ຕົກໃຈ ແລະ ພະຍາຍາມຕິດຕໍ່ ແຕ່ບໍ່ສາມາດຕິດຕໍ່ໄດ້ໄປຫາຢູ່ເຮືອນກໍບໍ່ພົບເຫັນແຕ່ຊັບສິນ ແລະ ລົດຈອດໄວ້.
ໜ່ວຍປ້ອງກັນ ແລະ ປາບປາມການກະທຳຄວາມຜິດ ກ່ຽວກັບຄອມພິວເຕີ ຄາດວ່າ ທ້າວ ກິຕິກອນ ໜີປະເທດເພື່ອນບ້ານແລ້ວ ເຊິ່ງໃນນີ້ ອາດໝາຍເຖິງປະເທດລາວ ຫບື ບໍ່ນັ້ນຍັງບໍ່ມີຂໍ້ມູນລະອຽດ.
ນອກຈາກນີ້, ຕຳຫລວດໄຊເບີ ຂໍສານ ອອກໝາຍຈັບ ນັດຕີ່ ຢູທູບເບີ ໂກງເທຣດຮຸ້ນ 2.000 ລ້ານບາດ ຫລັງມີຜູ້ເສຍຫາຍເຂົ້າໄປຮ້ອງທຸກວ່າ ຖືກໃຊ້ກົນອຸບາຍຊັກຊວນລະດົມເງິນໄປເທຣດຫຸ້ນ FOREX ລວມມີຜູ້ເສຍຫາຍທັງໝົດ 6.000 ຄົນ ເຊິ່ງບຸກຄົນດັ່ງກ່າວນີ້ກໍຄາດວ່າໄດ້ໜີອອກນອກປະເທດເປັນທີ່ຮຽບຮ້ອຍແລ້ວ.

