4 ສິ່ງທີ່ຄວາມລັງເລໃຈມັກຕົວະໃຫ້ທ່ານເຊື່ອ ຈົນເຮັດໃຫ້ຊີວິດການເຮັດວຽກບໍ່ກ້າວໜ້າຈັກເທື່ອ.

ຢ່າປ່ອຍໃຫ້ຄວາມສົງໄສໃນຄວາມສາມາດຂອງຕົນເອງບັ່ນທອນຄວາມເຂັ້ມແຂງຂອງຈິດໃຈທ່ານຈົດໝົດ, ລະວັງຄວາມຄິດຂອງທ່ານໃຫ້ດີ, ການຄິດວ່າ “ຂ້ອຍຄິດວ່າຂ້ອຍເຈລະຈາທຸລະກິດເທື່ອນີ້ບໍ່ສຳເລັດແນ່ນອນ” ຫລື “ຂ້ອຍຕ້ອງເຮັດຂາຍໜ້າຕໍ່ໜ້າຄົນອື່ນແທ້ໆ” ອາດສົ່ງຜົນໃຫ້ທ່ານຮູ້ສຶກບໍ່ດີຈົນກະທົບກັບການເຮັດວຽກ ແລະ ອາດຈະລົ້ມເຫລວແທ້ໆຄືກັບທີ່ຄິດໄວ້ກໍເປັນໄດ້.

ຕົວຢ່າງເຊັ່ນ : ຖ້າທ່ານຂໍຂຶ້ນເງິນເດືອນກັບຫົວໜ້າ ໂດຍທີ່ຍັງບໍ່ໝັ້ນໃຈໃນຕົນເອງເລີຍວ່າເໝາະສົມກັບເງິນເດືອນທີ່ສູງຂຶ້ນຫລືບໍ່, ທ່ານອາດສະແດງຄວາມບໍ່ໝັ້ນໃຈນີ້ອອກມາໂດຍບໍ່ຮູ້ໂຕຈົນເຮັດໃຫ້ຫົວໜ້າເອງກໍລັງເລທີ່ຈະຂຶ້ນເງິນເດືອນໃຫ້ທ່ານຄືກັນ ຫລື ຖ້າທ່ານເມົາແຕ່ຢ້ານວ່າຕົນເອງບໍ່ດີພໍຈົນບໍ່ກ້າສົບສາຍຕາໃຜເລີຍໃນເວລາພົບປະຜູ້ຄົນໃນງານຕ່າງໆ ທ່ານກໍອາດຕ້ອງເສຍໂອກາດໃນການສ້າງສາຍສຳພັນໃໝ່ໆໄປ ເຊິ່ງມັນກໍຈະຍິ່ງຍຳ້ໃຫ້ທ່ານເຊື່ອວ່າຕົນເອງຍັງບໍ່ດີພໍແທ້ໆ.

ແຕ່ສິ່ງໜຶ່ງທີ່ໜ້າສົນໃຈກ່ຽວກັບຄວາມເຄືອງໃຈໃນຕົນເອງກໍຄື ມັນມັກມາຈາກຄວາມຄິດລົບທີ່ເກີນຈິງ ແລະ ໄຮ້ຄວາມເປັນເຫດເປັນຜົນ, ແຕ່ຄົນເຮົາກໍມັກຫລົງເຊື່ອຄວາມຄິດເຫລົ່ານີ້ໄດ້ຢ່າງງ່າຍດາຍ ແລະ ນີ້ແມ່ນໂຕຢ່າງ 4 ສິ່ງທີ່ສຳຄັນ ທີ່ຄວາມເຄືອງໃຈໃນໂຕເອງມັກຕົວະໃຫ້ທ່ານເຊື່ອຈົນເຮັດໃຫ້ຊີວິດການເຮັດວຽກບໍ່ກ້າວໜ້າຈັກເທື່ອ.

  1. ຄົນອື່ນໆລ້ວນໝັ້ນໃຈໃນໂຕເອງໝົດ : ຫາກທ່ານກຳລັງຈະຕ້ອງຂຶ້ນນຳສະເໜີວຽກ, ກຳລັງຈະອອກໂຕຈາກຈຸດເລີ່ມຕົ້ນການແຂ່ງຂັນ ຫລື ເປີດໂຕຜະລິດຕະພັນໃໝ່ ທ່ານອາດເຜີຄິດວ່າມີແຕ່ທ່ານເທົ່ານັ້ນທີ່ກຳລັງຕໍ່ສູ້ໃນສະໜາມຮົມຄວາມບໍ່ແນ່ນອນນີ້ ເພາະຄົນອື່ນໆກໍເບິ່ງຄືຈະຈັດການສະຖານະການໄດ້ດີໄປໝົດ, ແຕ່ຄວາມຈິງກໍຄື ທຸກຄົນລ້ວນເຄີຍປະສົບກັບຄວາມບໍ່ໝັ້ນໃຈໃນໂຕເອງຄືກັນ,​ ຄົນອ້ອມໆໂຕທ່ານກໍກຳລັງຕັ້ງຄຳຖາມກັບຕົນເອງຢູ່ຄືກັນວ່າ ພວກເບິ່ງເບິ່ງໜ້າສົນໃຈ, ສະຫລາດ ຫລື ດີພໍທີ່ຈະປະສົບຄວາມສຳເລັດໄດ້ຫລືບໍ່ ເຖິງວ່າຈາກພາຍນອກພວກເຂົາອາດເບິ່ງໝັ້ນໃຈໃນຕົນເອງກໍຕາມ. ສະນັ້ນ, ຢ່າປ່ອຍໃຫ້ຄວາມບໍ່ໝັ້ນໃຈນີ້ຕົວະທ່ານໄດ້ວ່າທ່ານບໍ່ເໝາະສົມ ຫລື ບໍ່ພ້ອມພໍ, ເຕືອນຕົນເອງໄວ້ວ່າບໍ່ວ່າໃຜກໍຕ້ອງໃຊ້ຄວາມພະຍາຍາມເພື່ອຈະສ້າງຄວາມໝັ້ນໃຈໃຫ້ຕົນເອງໄດ້ຄືກັນ ແມ່ນແຕ່ຜູ້ຄົນທີ່ປະສົບຄວາມສຳເລັດແລ້ວກໍຕາມ.
  2. ຄວາມຄິດລົບແມ່ນສິ່ງທີ່ສັນຊາດຕະຍານພະຍາຍາມບອກທ່ານ : ການຄິດລົບທີ່ເກີດຈາກຄວາມບໍ່ໝັ້ນໃຈໃນໂຕເອງອາດເຮັດໃຫ້ທ່ານຄິດວ່າ ມັນເປັນຍ້ອນສັນຊາດຕະຍານເລິກໆຂອງທ່ານທີ່ບອກວ່າ ທ່ານບໍ່ຄວນເຮັດສິ່ງນີ້, ແຕ່ທຸກເທື່ອທີ່ທ່ານຈະເຮັດສິ່ງທີ່ຢູ່ນອກພື້ນທີ່ປອດໄພຂອງຕົນເອງ ຄວາມຄິດບໍ່ໝັ້ນໃຈນີ້ກໍຈະໂດດເຂົ້າມາຂັດຂວາງທ່ານສະເໝີ ບໍ່ມີສິ່ງໃດຮັບປະກັນວ່າທ່ານຈະປະສົບຄວາມສຳເລັດເມື່ອຕ້ອງເຮັດສິ່ງໃດເທິງຄວາມສ່ຽງ ເຖິງວ່າຈະພິຈາລະນາມາຢ່າງດີແລ້ວ, ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າທ່ານຄວນຕ້ອງປ່ອຍໃຫ້ຄວາມຢ້ານ ຫລື ຄວາມບໍ່ແນ່ນອນມາຢຸດທ່ານໄວ້, ສັນຊາດຕະຍານໃນການລະມັດລະວັງບັນຫາ ແລະ ພິຈາລະນາຕົນເອງເປັນສິ່ງທີ່ຄວນມີ, ແຕ່ຄວາມເຄືອງໃຈໃນໂຕເອງນັ້ນຕ່າງອອກໄປ ມັນແມ່ນສຽງທີ່ຈ້ອງຈະຫລອກລໍ້ໃຫ້ທ່ານຍອມແພ້ ແລະ ເຮັດໃຫ້ທ່ານເຊື່ອວ່ານີ້ແມ່ນສິ່ງທີ່ສັນຊາດຕະຍານກຳລັງບອກ.
  3. ຄວາມເຄືອງໃຈແມ່ນສິ່ງທີ່ບົ່ງບອກວ່າທ່ານບໍ່ມີທາງກ້າວໜ້າໄດ້ : ການຄິດວ່າຕົນເອງຈະເຮັດບໍ່ໄດ້ບໍ່ໄດ້ໝາຍຄວາມວ່າທ່ານບໍ່ສາມາດປະສົບຄວາມສຳເລັດໄດ້ ຫລື ບໍ່ຄວນພະຍາຍາມຕໍ່, ຄວາມຈິງແລ້ວ ຄວາມຮູ້ສຶກແບບນີ້ກໍມີຂໍ້ດີຢູ່ຄືກັນ ຫາກຢູ່ໃນປະລິມານທີ່ພໍດີ ມີການວິໄຈຫລາຍເທື່ອທີ່ສະເໜີວ່ານັກກິລາແຖວໜ້າທັງຫລາຍກໍໄດ້ປະໂຫຍດຈາກຄວາມຮູ້ສຶກແບບນີ້ຄືກັນ ເພາະມັນສົ່ງຜົນໃຫ້ພວກເຂົາລະມັດລະວັງຫລາຍເປັນພິເສດ ຈຶ່ງເຮັດໃຫ້ສີມືດີກ່ວານັກກິລາທີ່ໝັ້ນໃຈໃນຕົນເອງເຕັມທີ່ ແລະ ເຊັ່ນດຽວກັນ ນັກຮຽນທີ່ບໍ່ຄ່ອຍໝັ້ນໃຈໃນຕົນເອງກໍມັກສອບເສັງໄດ້ຄະແນນສູງກ່ວານັກຮຽນທີ່ໝັ້ນໃຈໃນຕົນເອງວ່າຕ້ອງເຮັດໄດ້ດີ. ເຕືອນໂຕເອງວ່າທ່ານກໍສາມາດໃຊ້ປະໂຫຍດຈາກຄວາມເຄືອງໃຈໃນຕົນເອງມາຊຸກຍູ້ໃຫ້ເຮັດວຽກໄດ້ດີຂຶ້ນເຊັ່ນກັນ, ຄວາມວິຕົກກັງວົນເລັກໆນ້ອຍໆຈະຊ່ວຍໃຫ້ທ່ານພະຍາຍາມຫລາຍຂຶ້ນ, ຮຽນຫລາຍຂຶ້ນ ຫລືບໍ່ກໍມີສະມາທິຫລາຍຂຶ້ນໄດ້.
  4. ລອງລົມກັບສຽງດ້ານລົບໃນໃຈຕົນເອງເບິ່ງ : ສະໝອງຈະພະຍາຍາມກະຕຸ້ນໃຫ້ທ່ານເຊື່ອວ່າຕົນເອງເຮັດບໍ່ສຳເລັດ ຍ້ອນມັນບໍ່ຢາກໃຫ້ທ່ານອອກຈາກພື້ນທີ່ປອດໄພຂອງຕົນເອງ ເຊິ່ງຖ້າທ່ານປ່ອຍໂຕເອງໄປຕາມສຽງນັ້ນ ທ່ານກໍຈະບໍ່ມີີທາງສະແດງສັກກະຍະພາບທີ່ມີອອກມາໄດ້ເຕັມທີ່ ຈົ່ງແຍກໃຫ້ອອກວ່າຄວາມຄິດໃດທີ່ແທ້, ອັນໃດທີ່ປຸງແຕ່ງຂຶ້ນມາເອງ ເຊັ່ນ : ຖ້າທ່ານຄິດວ່າທ່ານບໍ່ໜ້າຈະເລືອກຊື້ເລກສ່ຽງຫວຍພັດທະນາທີ່ຖືກລາງວັນດອກ ກໍມີຄວາມເປັນໄປໄດ້ສູງວ່າທ່ານຄິດຖືກ, ແຕ່ຖ້າທ່ານຄິດວ່າຕົນເອງຄົງບໍ່ສາມາດກ້າວໜ້າໃນໜ້າທີ່ວຽກງານໄດ້ ມັນກໍອາດຈະບໍ່ແມ່ນເລື່ອງຈິງສະເໝີໄປ. ທ່ານບໍ່ຈຳເປັນຕ້ອງກຳຈັດຄວາມເຄືອງໃຈໃນຕົນເອງໄປຈົນໝົດ ຫາກຢາກປະສົບຄວາມສຳເລັດ ພຽງແຕ່ຕ້ອງເຊົາຫລົງເຊື່ອເລື່ອງຕົວະທີ່ສະໝອງພະຍາຍາມປ້ອນໃຫ້ທ່ານເທົ່ານັ້ນ. ການພິຈາລະນາສຽງເຫລົ່ານີ້ໃຫ້ເລິກເຊິ່ງ ແລະ ຖີ່ຖ້ວນ ຈະຊ່ວຍເສີມຄວາມແຂງແກ່ນຂອງຈິດໃຈ ແລະ ເຮັດໃຫ້ທ່ານສະແດງສັກກະຍະພາບສູງສຸດຂອງໂຕເອງອອກມາໄດ້ໃນທີ່ສຸດ.