ມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າກອງບັນ ຊາການ ປກສ ແຂວງຫຼວງນໍ້າທາ ຜູ້ເກົ່າກັບຜູ້ໃໝ່ ລະຫວ່າງ ພົຈວ ສົມໄຊ ຈັນທະວົງ ແລະ ພັອ ອິນສົມ ທໍາລະສິນ

ວັນທີ 22 ສິງຫາ 2022 ຜ່ານມານີ້ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຈັດພິທີ ມອບ-ຮັບໜ້າທີ່ລະຫວ່າງ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ (ຜູ້ເກົ່າ) ແລະ ພັອ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງ (ຜູ້ໃໝ່) , ມີຄະນະພັກ-ຄະນະ ບັນຊາ, ກອງບັນຊາການ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ພ້ອມດຽວກັນນັ້ນ, ກໍໄດ້ຜ່ານບັນດາທິດທາງ ແຜນການເພື່ອມອບໃຫ້ ຫົວໜ້າກອງບັນຊາການ ປກສ ແຂວງ ຜູ້ໃໝ່ ສືບຕໍ່ນໍາພາແກ້ໄຂ ໂດຍສະເພາະແມ່ນສືບຕໍ່ ປົກປັກຮັກສາແຂວງຫຼວງນໍ້າທາ ໃຫ້ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວ ຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ປັບປຸງກໍ່ສ້າງພື້ນຖານໂຄງລ່າງສ້າງພະລາທິການກັບທີ່, ປັບປຸງ ດ້ານກົງຈັກການຈັດຕັ້ງ, ຕໍາແຫນ່ງງານຂັ້ນຕ່າງໆ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ແລະ ພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດກັບບັນດາ ປະເທດໃກ້ຄຽງໃຫ້ແຫນ້ນແຟ້ນຍິ່ງຂຶ້ນ.

