ເຮັດວຽກກະເດິກ ສະໝອງເຖົ້າກ່ວາອາຍຸແທ້ 6 ປີ

ເວັບໄຊ time.com ນຳສະເໜີລາຍງານຜົນການສຶກສາຂອງ Occupational & Environmental Medicine ທີ່ລະບຸວ່າ : ຜູ້ທີ່ຕ້ອງເຮັດວຽກໃນຕອນກາງຄືນ ຫລື ກະເດິກ ສະໝອງຈະອິດເມື່ອຍອ່ອນເພຍ ແລະ ມີອາຍຸເຖົ້າໄວກ່ວາອາຍຸແທ້ເຖິງ 6 ປີ.
ນັກວິໄຈໄດ້ສຳຫລວດຜູ້ຄົນຈຳນວນ 3.000 ກ່ວາຄົນທີ່ອາໄສຢູ່ໃນປະເທດຝຣັ່ງ ໂດຍສ່ວນຫລາຍເກືອບເຄິ່ງໜຶ່ງເປັນຜູ້ທີ່ເຮັດວຽກແບບເຂົ້າເປັນກະ ທັງທີ່ຍັງເຮັດວຽກຢູ່ ແລະ ເຊົາເຮັດວຽກໄປແລ້ວ ໂດຍພົບວ່າ : ຜູ້ທີ່ຕ້ອງເຮັດວຽກແບບເຂົ້າຕາມກະມີຄະແນນການທົດສອບດ້ານຄວາມຈື່ຈຳຢູ່ໃນລະດັບຕໍ່າ, ຄວາມວ່ອງໄວ ລວມໄປເຖິງພະລັງດ້ານຄວາມຄິດກໍໜ້ອຍກ່ວາຄົນທີ່ເຮັດວຽກໃນໄລຍະເວລາປົກກະຕິ.
ນອກຈາກນີ້, ຍັງພົບວ່າ : ຜູ້ທີ່ເຮັດວຽກໃນກະກາງຄືນຕໍ່ເນື່ອງກັນດົນເກີນກ່ວາ 10 ປີ ມີການເຮັດວຽກຂອງສະໝອງທີ່ອ່ອນ ແອລົງເມື່ອປຽບທຽບກັບຜູ້ທ່ີເຮັດວຽກຕາມເວລາປົກກະຕິ ໂດຍສະໝອງຈະມີອາຍຸເຖົ້າກ່ວາຄົນປົກກະຕິເຖິງ 6,5 ປີ ເພາະການເຮັດວຽກໃນຕອນກາງຄືນເປັນການລົບກວນໂມງໃນຮ່າງກາຍຂອງມະນຸດ ເຊິ່ງເປັນເວລາພັກຜ່ອນ.
ແນວໃດກໍຕາມ, ວຽກງານວິໄຈບອກວ່າ : ຫາກຢຸດການເຮັດວຽກໃນກະກາງຄືນ ແລະ ເລີ່ມເຮັດວຽກຕາມເວລາປົກກະຕິ ສະ ໝອງກໍຈະໄດ້ຮັບການຟື້ນຟູໃຫ້ກັບໄປຢູ່ໃນລະດັບດຽວກັບຄົນທີ່ບໍ່ເຄີຍເຮັດວຽກກະກາງຄືນໄດ້ພາຍໃນເວລາ 5 ປີ.
ທັງນີ້, ການເຮັດວຽກໃນກະກາງຄືນເປັນການຝືນໂມງຮ່າງກາຍຕາມທຳມະຊາດ ອັນຈະສົ່ງຜົນກ່ຽວຂ້ອງກັບບັນຫາສຸຂະພາບໃນທຸກດ້ານ ໂດຍເຄີຍມີວຽກງານວິໄຈໃນປີ 2001 ທີ່ພົບວ່າ : ພະນັກງານຕ້ອນຮັບເທິງເຮືອບິນມັກມີອາການເມົາເວລາ ເຊິ່ງອາການນີ້ເອີ້ນວ່າອາການເຈັດແລັກ ຫລື ອາການຜິດປົກກະຕິທີ່ເກີດຈາກການຕ້ອງເດີນທາງຂ້າມເຂດແບ່ງເວລາໃນຫລາຍໆເຂດໃນການເດີນທາງຈາກຕາເວັນອອກໄປຫາຕາເວັນຕົກ ຫລື ໃນທາງກົງກັນຂ້າມກັນໃນໄລຍະເວລາສັ້ນໆ.

