ເທນຮາກ ຍັງບໍ່ຢຸດ, ກຽມຍື່ນຊື້ ເດິ ປາຍ ດາວຍິງຈອມເທັກນິກ ຕໍ່ຈາກ ອັນໂຕນີ

ເຄຣາດ ໂຣເມໂຣ ນັຂ່າວ tier1 ສາຍບາເຊໂລນາ ລາຍງານວ່າ ແມນເຊສເຕີ ຢູໄນເຕັດ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ຍື່ນຂໍ້ສະເໜີ 10 ລ້ານຢູໂຣ ເພື່ອຂໍຊື້ ເມມຟິສ ເດິປາຍ ກອງໜ້າທີມຊາດເນເທີແລນ ຂອງບາເຊໂລນາ ຢ່າງເປັນທາງການແລ້ວ.
ສຳລັບ ແມນເຊສເຕີ ຢູໄນເຕັດ ຫາກໍຈະປິດບັນຊີຊື້ ອັນໂຕນີ ປີກທີມຊາດບຣາຊິລ ຂອງອາແຈັກ ອຳສະເຕີດຳ ມາຮ່ວມທີມ ໄດ້ສຳເລັດ ດ້ວຍຄ່າຕົວລວມ 100 ລ້ານຢູໂຣ ແຕ່ ເທນ ຮາກ ຍັງຢາກໄດ້ນັກເຕະມາເພີ່ມອີກໃນຕຳແໜ່ງກອງໜ້າ ໂດຍມີ ຂ່າວພົວພັນກັບດາວຍິງຫລາຍຄົນ ລວມເຖິງສິດເກ່ົາແມນຢູຄື ເມມຟິສ ເດິປາຍ.
ລາຍງານຫລ້າສຸດຈາກ ໂຣເມໂຣ ລະບຸວ່າ ແມນຢູ ໄດ້ຍື່ນຂໍ້ສະເໜີຢ່າງເປັນທາງການຈຳນວນ 10 ລ້ານຢູໂຣ ໃຫ້ກັບບາເຊໂລນາ ເພື່ອຂໍຊື້ ເດິປາຍ ເຊິ່ງມີຄວາມເປັນໄດ້ຫລາຍເນື່ອງຈາກ ເດິປາຍ ຫລຸດໄປເປັນຕົວສຳຮອອງຂອງ ບາເຊໂລນາ ນັບຕັ້ງແຕ່ ການຍ້າຍເຂົ້າມາຂອງ ໂຣເບີດ ເລວານດອບສະກີ ນອກຈາກນີ້ ຍັງເຫລືອສັນຍາກັບທີມພຽງທ້າຍເດືອນມິຖຸນາປີໜ້າເທົ່ານັ້ນ ເຊິ່ງບາເຊໂລນາຄົງບໍ່ຢາກເສຍນັກເຕະໄປແບບລ້າໆແນ່ນອນ.

