ປາກິດສະຖານຮຽກຮ້ອງທົ່ວໂລກຊ່ວຍເຫລືອ ຫລັງນ້ຳຖ້ວມໜັກກະທົບປະຊາຊົນນັບລ້ານ

ປາກິດສະຖານຂໍການຊ່ວຍເຫລືອຈາກນາໆຊາດ ຫລັງເກີດອຸທົກກະໄພຮຸນແຮງ ເນື່ອງຈາກລະດູມໍລະສຸມໃນປີນີ້ ເຊິ່ງເລີ່ມຂຶ້ນແຕ່ເດືອນມິຖຸນາຜ່ານມາ ສົ່ງຜົນກະທົບຕໍ່ປະຊາຊົນຫລາຍລ້ານຄົນທົ່ວປະເທດ.
ສຳນັກງານແກ້ໄຂໄພພິບັດແຫ່ງຊາດ (NDMA) ເປີດເຜີຍວ່າ: ມີຜູ້ເສຍຊີວິດຫລາຍກວ່າ 900 ຄົນແລ້ວ. ຂະນະທີ່ປະຊາຊົນ 4,2 ລ້ານກວ່າຄົນໄດ້ຮັບຜົນກະທົບຈາກນ້ຳຖ້ວມ ໂດຍເຮືອນເກືອບ 2,2 ແສນຫລັງຖືກທຳລາຍ ແລະ ເສຍຫາຍໜັກອີກ 5 ແສນກວ່າຫລັງເຮືອນ.
ທາງຕາເວັນຕົກສຽງເໜືອຂອງປະເທດ ປະຊາຊົນຫລາຍພັນຄົນຕ້ອງອົບພະຍົບອອກຈາກເຮືອນຂອງຕົນເອງ ຫລັງແມ່ນ້ຳໃນລັດໄຄເບີປັກຕຸງຄົວລົ້ນຕາຝັ່ງ ເຮັດໃຫ້ເກີດນ້ຳຖ້ວມກະທັນຫັນ ປະຊາຊົນຕ້ອງອອກໄປອາໄສຢູ່ຕາມທາງຫລວງ ເນື່ອງຈາກຖະໜົນຍົກລະດັບເປັນໜຶ່ງໃນພື້ນທີ່ບໍ່ເທົ່າໃດແຫ່ງບໍ່ຖືກນ້ຳຖ້ວມ.
ຂະນະທີ່ໃນລັດຊິນ ທາງຕາເວັນອອກສຽງໃຕ້ຂອງປະເທດ ໄດ້ຮັບຜົນກະທົບຢ່າງໜັກເຊັ່ນກັນ ປະຊາຊົນກາຍເປັນຄົນບໍ່ມີເຮືອນຢູ່ ເພາະເຮືອນເປ່ເພເສຍຫາຍຈາກນ້ຳຖ້ວມ. ນອກຈາກນີ້ ເນື້ອທີ່ປູກຝັງ 2 ລ້ານກວ່າເອເຄີຍັງຖືກທຳລາຍ ຊ້ຳຕື່ມກະສິກອນທີ່ມີຊີວິດຢູ່ຢ່າງຍາກລຳບາກຕ້ອງຫາເຊົ້າກິນຄໍ່າກັນຢູ່ແລ້ວ.
ທ່ານ ຊັລມານ ຊູຟີ ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ກ່າວຕໍ່ BBC ວ່າ: ລັດຖະບານປາກິດສະຖານກຳລັງເຮັດທຸກຢ່າງທີ່ເຮັດໄດ້ເພື່ອຊ່ວຍເຫລືອປະຊາຊົນ, ແຕ່ປະເທດຕ້ອງການການຊ່ວຍເຫລືອຈາກນາໆຊາດເພື່ອຂຶ້ນ. ທ່ານກ່າວວ່າ: ອາເມລິກາ, ອັງກິດ, ສະຫະລັດອາຣັບເອມິເຣດ ແລະ ອີກຫລາຍປະເທດ ໄດ້ໃຫ້ການຊ່ວຍເຫລືອປາກິດສະຖານທີ່ປະສົບໄພພິບັດຈາກມໍລະສຸມ ແຕ່ປະເທດຍັງຕ້ອງການເງິນທຶນຫລາຍກວ່ານີ້.
ນາຍົກລັດຖະມົນຕີ ເຊບາ ຊາຣີຟ ຂອງປາກິດສະຖານ ກ່າວວ່າ: ມີຜູ້ໄດ້ຮັບຜົນກະທົບຈາກນ້ຳຖ້ວມ 33 ລ້ານຄົນ ຫລື ປະມານ 15% ຂອງປະຊາກອນໃນປະເທດ.
ທ່ານກ່າວວ່າ: ຄວາມສູນເສຍທີ່ເກີດຈາກນ້ຳຖ້ວມໃນລະດູການນີ້ທຽບໄດ້ກັບຄວາມສູນເສຍທີ່ເກີດຂຶ້ນໃນໄລຍະນ້ຳຖ້ວມປີ 2010-2011 ເຊິ່ງຖືວ່າຮ້າຍແຮງທີ່ສຸດເປັນປະຫວັດສາດ.
ອ້າງອີງ:

