ອັນໂຕນີ ບໍ່ພໍໃຈ ອາແຈັກ ປັດຂໍ້ສະເໜີແມນຢູ ຖ່ວງເວລາການຍ້າຍທີມ

ອັນໂຕນີ ກອງໜ້າຊາວບຣາຊິລ ອອກມາຢ້ຳວ່າ ລາວຕ້ອງການຈະຍ້າຍອອກຈາກ ອາແຈັກ ອຳສະເຕີດຳ ຕົ້ນສັງກັດໃນລີກເນ ເທີແລນ ແລະ ບໍ່ພໍໃຈທີ່ສະໂມສອນຍັງບໍ່ຍອມຕອບຂໍ້ສະເໜີທີ່ແມນຢູ ຍື່ນມາເພື່ອຂໍຊື້ຕົວລາວໄປຮ່ວມທີມ.

ກ່ອນໜ້ານີ້ມີການເປີດເຜີຍວ່າ ແມນເຊສເຕີ ຢູໄນເຕັດ ທີມດັງຈາກພຣີເມຍ ລີກ ໄດ້ພະຍາຍາມທີ່ຈະຄວ້າຕົວ ອັນໂຕນີ ມາເສີມກອງໜ້າໃຫ້ກັບຖິ່ນ ໂອນ ແທຣ໊ຟຟອດ ແນວໃດກໍຕາມການຍ້າຍທີມຍັງບໍ່ເກີດຂຶ້ນ ຫລັງຈາກທີ່ອາແຈັກ ອຳສະເຕີດຳ ຫາກໍປະຕິເສດຂໍ້ສະເໜີຫລ້າສຸດຈາກແມນຢູ ໃນລາຄາ 90 ລ້ານຢູໂຣ ເຊິ່ງເປັນສິ່ງທີ່ເຮັດໃຫ້ກອງໜ້າອາຍຸ 22 ປີ ລາຍນີ້ບໍ່ມີຄວາມ ສຸກ ເພາະລາວສະແດງອອກຢ່າງຊັດເຈນມາຕະຫລອດວ່າຕ້ອງການຍ້າຍທີມ.

ໂດຍຫລ້າສຸດ ຟາບຣີຊີໂອ ໂຣມາໂນ ນັກຂ່າວດ້ານຕະຫລາດຊື້ຂາຍອອກມາເຜີຍບົດສຳພາດຂອງ ອັນໂຕນີ ວ່າ : ‘‘ ມື້ນີ້ໃນ ການປະຊຸມກັບສະໂມສອນ ຂ້ອຍສະແດງໃຫ້ເຫັນວ່າຂ້ອຍຕ້ອງການຈະຍ້າຍທີມ ອາແຈັກ ໄດ້ປະຕິເສດຂໍ້ສະເໜີໄປ ພ້ອມ ການໂຕ້ຖຽງວ່າພວກເຂົາມີເວລາພຽງ 5 ມື້ໃນການຫາຄົນແທນທີ່ຂ້ອຍ ’’.

‘‘ ຂ້ອຍບໍ່ໄດ້ຂໍໃຫ້ອາແຈັກປ່ອຍຕົວຂ້ອຍ ຂ້ອຍຂໍໃຫ້ພວກເຂົາຂາຍຂ້ອຍດ້ວຍຄ່າຕົວທີ່ສູງທີ່ສຸດຂອງນັກເຕະຈາກເອເຣດີວີຊີ ຂ້ອຍຢືນຢັນແບບນີ້ມາຕັ້ງແຕ່ເດືອນກຸມພາ ດັ່ງນັ້ນ ສະໂມສອນສາມາດທີ່ຈະສ້າງທີມໃຫມ່ໄດ້ແບບບໍ່ຕ້ອງກັງວົນ ’’.

ທັງນີ້ ນັກເຕະທີ່ຍ້າຍທີມດ້ວຍຄ່າຕົວແພງທີ່ສຸດຂອງເອເຣດີວີຊີ ລີກ ຂອງເນເທີແລນ ຄື ມັດທິດ ເດິ ລິກ ທີ່ຍ້າຍຈາກອາແຈັກ ໄປຢູ່ກັບ ຢູເວນຕຸສ ເມື່ອປີ 2019 ດ້ວຍຄ່າຕົວ 68 ລ້ານຢູໂຣ ກ່ອນທີ່ຫລ້າສຸດລາວຈະຍ້າຍໄປຢູ່ກັບບາເຢິນ ມິວນິກ ແລ້ວ.