ເມືອງນ້ຳບາກ ແຂວງຫລວງພະບາງ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ໃນວັນທີ 26 ສິງຫາ 2022 ນີ້ ໄດ້ເກີດມີຝົນຕົກລິນຫລາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ນ້ຳບາກເກີດໄຫລຊຸ ແລະ ລົ້ນຝັ່ງ ໄຫລເຂົ້າໃນເຮືອນຂອງປະຊາຊົນ, ຖ້ວມພື້ນທີ່ທຳການຜະລິດຂອງປະຊາຊົນເສຍຫາຍຫລາຍສົມຄວນ. ໃນຕອນເຂົ້າຂອງວັນທີ 27 ສິງຫາ 2022 ການນຳຂອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ລົງສຳຫລວດ, ປະເມີນຄວາມເສຍຫາຍເບື້ອງຕົ້ນ, ພົບເຫັນຜົນກະທົບມີດີນເຈື່ອນຢູ່ທາງເລກ 13 ເໜືອ ເຂດບ້ານຊົ່ງຈ່າ, ຂົວອູ່ຂ້າມນ້ຳບາກ ລະຫວ່າງບ້ານຟ້າຫາບ້ານໂຄ້ງ ເສຍຫາຍຢ່າງໜັກ ບໍ່ສາມາດປະເມີນມູນຄ່າໄດ້, ຂົວອູ່ຂ້າມນ້ຳ ຢູ່ຈຸດບ້ານແກ້ງເໝັ້ນ ເສຍຫາຍໜັກສົມຄວນ, ຂົວຂ້າມນ້ຳຂັນ ລະຫວ່າງບ້ານຂັ້ນລຸ່ມຫາບ້ານມົກກົກ ມີ ຈຳນວນ 4 ຈຸດ ທີ່ມີການກໍ່ສ້າງໃໝ່ ທັງສອງສົ້ນຂອງຂົວຖືກຕັດຂາດບໍ່ສາມາດໄປມາໄດ້; ມີເນື້ອທີ່ນາຊອງປະຊາຊົນໄດ້ຮັບຜົນເສຍຫາຍ ປະມານ 25 ເຮັກຕ່າ, ສວນພືດຜັກເສຍຫາຍ ປະມານ 17 ເຮັກຕ່າ, ສວນໝາກກຽ້ງເສຍຫາຍ ປະມານ 100 ເຮັກຕ່າ, ສັດປີກ 2.000 ກວ່າໂຕ, “ ໜອງປາ 15 ໜອງ ປາເສຍປະມານ 45.000 ກວ່າໂຕ, ເຮືອນຂອງປະຊາຊົນ ໄດ້ຮັບຜົນກະທົບ ຈຳນວນ 3 ບ້ານ, ມີປະມານ 60 ຄອບຄົວ ໄດ້ຮັບຄວາມເສຍຫາຍ ສວ່ນລາຍລະອຽດມູນຄ່າຂອງການເສຍຫາຍທັງໝົດ ຍັງບໍ່ສາມາດປະເມີນໄດ້ເທື່ອ. ໂອກາດນີ້ ອົງການປົກຄອງເມືອງໄດ້ນຳເອົານ້ຳດື່ມ ແລະ ອາຫານແຫ້ງ ຈຳນວນໜື່ງ ມອບໃຫ້ອົງການປົກຄອງບ້ານ ເພື່ອແຈກຢາຍບັນເທົາໃຫ້ຄອບຄົວຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ໃນເບື້ອງຕົ້ນ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫລືອອີກໃນຕໍ່ໜ້າ.