ປະໂຫຍດ 6 ຢ່າງທີ່ທ່ານຈະໄດ້ຈາກການຕື່ນເຊົ້າ.

ເປັນທີ່ຮູ້ຈັກກັນດີວ່າການຕື່ນເຊົ້ານັ້ນສົ່ງຜົນດີຕໍ່ທ່ານຫລວງຫລາຍ ທັງມີເວລາໃນການເຮັດຫຍັງເພີ່ມຂຶ້ນ ຫລື ແມ່ນແຕ່ການໄດ້ຕື່ນມາຮັບແສງແດດອ່ອນໆ. ມື້ນີ້ລອງມາເບິ່ງກັນວ່າໃນທາງວິທະຍາສາດນັ້ນ ການຕື່ນເຊົ້າມີປະໂຫຍດແນວໃດ.
- ທ່ານຈະໄດ້ກິນອາຫານເຊົ້າດີໆ : ແນ່ນອນວ່າອາຫານເຊົ້າເປັນສິ່ງສຳຄັນ, ແຕ່ຖ້າທ່ານຕື່ນສວາຍ ທ່ານຈະເອົາເວລາໃດໄປກິນອາຫານເຊົ້າ ຫລື ບໍ່ກໍໄດ້ກິນແຕ່ສິ່ງທີ່ບໍ່ຄ່ອຍມີປະໂຫຍດ ເພາະສະນັ້ນ ການຕື່ນເຊົ້າຈຶ່ງເປັນສິ່ງສຳຄັນທີ່ເຮັດໃຫ້ທ່ານບໍ່ພາດອາຫານເຊົ້າຄາບສຳຄັນ ແລະ ໃນທາງວິທະຍາສາດນັ້ນໄດ້ອະທິບາຍໄວ້ວ່າ ອາຫານເຊົ້າມີປະໂຫຍດໃນການເພີ່ມພະລັງງານ ເພື່ອທີ່ທ່ານຈະໄດ້ມີແຮງໝົດມື້ ຊ່ວຍໃຫ້ເລືອດໄຫລວຽນໄດ້ດີ ແລະ ຍັງຊ່ວຍພັດທະນາຄວາມຈື່ຈຳນຳອີກ.
- ເຮັດໃຫ້ການເຮັດວຽກຂອງທ່ານມີປະສິດທິພາບຫລາຍຂຶ້ນ : ການຕື່ນແຕ່ເຊົ້າຈະລ້າງຄວາມເຊື່ອງຊ້າຫລັງຈາກການຕື່ນນອນອອກໄປ, ທ່ານເຄີຍຫລືບໍ່ທີ່ເວລາຕື່ນສວາຍແລ້ວຍິ່ງບໍ່ຢາກລຸກໄປເຮັດຫຍັງຈັກເທື່ອ ນັ້ນແມ່ນອາການທີ່ເອີ້ນວ່າ ຄວາມເຊື່ອງຊ້າ. ນອກຈາກນີ້, ການຕື່ນເຊົ້າຍັງເຮັດໃຫ້ຄວາມຈື່ຈຳຂອງທ່ານດີຂຶ້ນ, ປະຕິກິລິຍາຕອບສະໜອງດີຂຶ້ນ ແລະ ສະໝອງປອດໂປ່ງນຳ.
- ຄົນທີ່ຕື່ນເຊົ້ານັ້ນແກ້ບັນຫາໄດ້ດີຂຶ້ນ : ຈາກການວິໄຈພົບວ່າ ຄົນທີ່ຕື່ນເຊົ້ານັ້ນເປັນຄົນທີ່ຈັດການແກ້ບັນຫາສິ່ງຕ່າງໆໄດ້ດີຂຶ້ນ.
- ຄົນທີ່ຕື່ນເຊົ້າມັກຈະອາລົມດີກ່ວາ : ໃນທາງວິທະຍາສາດນັ້ນເຮົາສາມາດແບ່ງຄົນໄດ້ 2 ປະເພດ ຄື ເຫງັນ ແລະ ນົກເຄົ້າ ໂດຍຄົນສອງປະເພດນີ້ຕ່າງກັນບ່ອນວ່າ ຄົນປະເພດທຳອິດເປັນຄົນທີ່ໃຊ້ຊີວິດສ່ວນຫລາຍໃນຕອນກາງເວັນ. ສ່ວນປະເພດທີສອງກໍກົງກັນຂ້າມກັນ ຄື ນົກເຄົ້າມັກຈະໃຊ້ຊີວິດໃນຕອນກາງຄືນ ເຊິ່ງຜົນການວິໄຈພົບວ່າ ຄົນປະເພດເຫງັນນັ້ນມີອາລົມທີ່ດີກ່ວາ, ມັກຈະເຮັດກິດຈະກຳຮ່ວມກັບຜູ້ອື່ນໄດ້ດີ ແລະ ກໍມີສຸຂະພາບທີ່ດີນຳ. ສ່ວນປະເພດທີສອງ ນົກເຄົ້າ ນັ້ນຈະເປັນຄົນທີ່ມັກເຮັດຫຍັງຕອນກາງຄືນ ເຊິ່ງສົ່ງຜົນຕໍ່ອາການຊຶມເສົ້າ, ມີໂອກາດຕິດອານກໍຮໍທ ແລະ ສຸຂະພາບບໍ່ຄ່ອຍດີ. ສະນັ້ນ, ລອງທົບທວນເບິ່ງວ່າທ່ານເປັນຄົນປະເພດໃດ.
- ຄົນຕື່ນເຊົ້າເຮັດວຽກໄດ້ຫລາຍກ່ວາ : ຈາກການສຳຫລວດ ຄົນທີ່ຕື່ນເຊົ້າມັກຈະມີທັດສະນະຄະຕິທີ່ດີຕໍ່ການເຮັດວຽກ ແລະ ມີໂອກາດທີ່ຈະເຮັດວຽກຢ່າງຕັ້ງໃຈເພື່ອບັນລຸເປົ້າໝາຍຂອງພວກເຂົາ.
- ການອອກກຳລັງກາຍຕອນເຊົ້ານັ້ນຫລຸດໄຂມັນໄດ້ດີກ່ວາ : ຜົນການວິໄຈພົບວ່າ ຄົນທີ່ອອກກຳລັງກາຍຕອນເຊົ້າໃນຂະນະທີ່ຫ້ອງວ່າງນັ້ນເຜົາຜານໄຂມັນໄດ້ຫລາຍຂຶ້ນ 20% ທັງຍັງຊ່ວຍໃຫ້ຮ່າງກາຍຫລັ່ງສານເອັນໂດຣຟິນທີ່ເຮັດໃຫ້ທ່ານອາລົມດີໄດ້ໝົດມື້.

