ສ້າງລະບຽບວິໄນໃຫ້ຕົວເອງ ດ້ວຍ 6 ວິທີຈັດການເວລາເພື່ອຊີວິດທີ່ຄ່ອງແຄ້ວຂຶ້ນ.

ໜຶ່ງວິໄນສຳຄັນທີ່ຈະຊ່ວຍໃຫ້ຄົນເຮົາປະສົບຄວາມສຳເລັດກໍແມ່ນເລື່ອງຂອງການຈັດການກັບເວລາ ຫລາຍຄົນມັກບອກສະເໝີວ່າເຮົາຕ້ອງເປັນນາຍຂອງເວລາ ເພາະການຈັດການເວລາບໍ່ໄດ້ນັ້ນສົ່ງຜົນເສຍຕໍ່ໂຕເຮົາຫລາຍ ມັນຈະເຮັດໃຫ້ເຮົາພາດໂອກາດຫລວງຫລາຍ ເຮັດໃຫ້ເຮົາກັງວົນຢູ່ຕະຫລອດເວລາ ແລະ ຫາທາງອອກ ຫລື ຫາວິທີແກ້ບັນຫາບໍ່ທັນການ ໂຕຢ່າງເຊັ່ນ : ເຄີຍຫລືບໍ່ທີ່ມີວຽກຄ້າງຢູ່ ແລະ ທ່ານຈະຕ້ອງເຮັດມັນໃຫ້ແລ້ວພາຍໃນຄືນນີ້ ໂດຍທີ່ທ່ານມີເວລາເຮັດກ່ອນໜ້ານີ້ຫລວງຫລາຍ ຫລື ເຄີຍຫລືບໍ່ທີ່ບາງເທື່ອທ່ານກໍຈັດຕາຕະລາງວຽກໄວ້ຢ່າງດີ ແຕ່ກໍເຮັດຕາມບໍ່ໄດ້ຈັກເທື່ອ ຫລື ເຮັດຫຍັງກໍບໍ່ຄ່ອຍທັນ ແລະ ບໍ່ຄ່ອຍສຳເລັດຕາມເປົ້າໝາຍ ເປັນຕົ້ນ.
ແຕ່ບໍ່ວ່າຈະມີບັນຫາຫຍັງກໍຕາມ ໃຫ້ຮູ້ວ່າເລື່ອງເຫລົ່ານີ້ແກ້ໄຂໄດ້ ມື້ນີ້ພວກເຮົາຈຶ່ງໄດ້ນຳເອົາ 6 ເຄັດລັບດີໆທີ່ຈະຊ່ວຍໃຫ້ທ່ານມີວິໄນ ແລະ ຈັດການເວລາໄດ້ດີຂຶ້ນ ມາແນະນຳ ດັ່ງຕໍ່ນີ້ :
+ ເຮົາຕ້ອງເປັນນາຍຂອງເວລາ :
- ປະເມີນເບິ່ງວ່າ ທ່ານໃຊ້ເວລາໄປກັບຫຍັງແດ່ ? ທ່ານເຄີຍຮູ້ສຶກວ່າບໍ່ຄ່ອຍມີເວລາແດ່ຫລືບໍ່ ? ຫລື ຫລາຍໆເທື່ອທ່ານກໍເຮັດວຽກສຳເລັດບໍ່ທັນຕາມກຳນົດ ຫລື ບາງເທື່ອທ່ານກໍບໍ່ມີເວລາຜ່ອນຄາຍເລີຍ ແນ່ນອນວ່າໃນແຕ່ລະມື້ເຮົາມີສິ່ງທີ່ຕ້ອງເຮັດ, ສິ່ງທີ່ເຮັດໃຫ້ເຮົາຫຍຸ້ງຍາກ ຫລື ບໍ່ວ່າງ, ແຕ່ເຮົາກໍມີເວລາເທົ່າກັບຄົນອື່ນ ແລ້ວເປັນຫຍັງທ່ານຈຶ່ງຫາເວລາທີ່ຈະເຮັດສິ່ງທີ່ທ່ານຢາກເຮັດບໍ່ໄດ້ ? ບາງເທື່ອອາດເປັນຍ້ອນການໃຊ້ຊີວິດຂອງທ່ານທີ່ບໍ່ຄ່ອຍມີເວລາຈັດລະບຽບນັ້ນເອງ ເຊັ່ນ : ຖ້າທ່ານຢາກເຮັດວຽກມື້ລະ 12 ຊົ່ວໂມງ ທ່ານກໍຕ້ອງຕັ້ງຄຳຖາມແລ້ວວ່າ ເປັນຫຍັງຕ້ອງເຮັດວຽກຫລາຍຂະໜາດນີ້ ? ຫລື ເປັນຫຍັງຈຶ່ງໃຊ້ເວລາເຮັດວຽກຫລາຍປານນີ້ ? ຢາກໃຫ້ລອງຄິດເບິ່ງວ່າທ່ານໃຊ້ເວລາໄປກັບການເຮັດຢ່າງອື່ນໃນຂະນະທີ່ເຮັດວຽກຫລືບໍ່ ເຊັ່ນ : ທ່າອາດຈະເປີດເບິ່ງໂທລະສັບມືຖືທຸກໆ 5 ນາທີ ເມື່ອເຮັດໄປຫລາຍໆເທື່ອ ມັນກໍກິນເວລາໄປຫລາຍ ລອງປິດໂທລະສັບມືຖືລະຫ່ວາງເຮັດວຽກເບິ່ງ ທ່ານອາດຈະພົບວ່າທ່ານໃຊ້ເວລາໃນການເຮັດວຽກແຕ່ລະຢ່າງໜ້ອຍລົງໄປ ແລະ ນີ້ແມ່ນຂັ້ນທຳອິດຂອງການຈັດການເວລາ ທ່ານຕ້ອງປະເມີນໃຫ້ດີວ່າ ເວລາທີ່ມີຢູ່ ທ່ານຈະໃຊ້ເຮັດຫຍັງແດ່.
- ຈັດການເວລາໃຫ້ສະຫລາດ : ການຈັດການເວລານັ້ນເປັນເລື່ອງຍາກ ຖ້າທ່ານຢາກປະສົບຄວາມສຳເລັດໃນດ້ານນີ້ທ່ານຕ້ອງໃຊ້ການວາງແຜນ ໂດຍອາດຈະເປັນປຶ້ມບັນທຶກໄວ້ສຳລັບຈົນລາຍລະອຽດ ຫລື ໂປຣແກຣມຄອມພິວເຕີກໍໄດ້ ເອົາຕາມທີ່ທ່ານສະດວກໃຊ້ ແລະ ສິ່ງສຳຄັນມັນຕ້ອງມີປະຕິທິນໃຫ້ນຳ ທ່ານຈະໄດ້ຮູ້ວ່າມີຫຍັງສຳຄັນແດ່ທີ່ຕ້ອງເຮັດໃຫ້ແລ້ວແຕ່ລະມື້, ແຕ່ລະອາທິດ ຫລື ແຕ່ລະເດືອນ. ການຈັດການເວລາຢ່າງຊານສະຫລາດໃນບ່ອນນີ້ແມ່ນທ່ານຕ້ອງຈົດລົງປື້ມບັນທຶກຕາມແຜນຢ່າງເປັນລະບົບ ແລະ ບໍ່ຫລາຍເກີນໄປ ຖ້າທ່ານຈົດສິ່ງທີ່ຕ້ອງເຮັດໄວ້ຫລາຍເກີນໄປ ຫລື ຈົດແຕ່ເລື່ອງຍິກຍ່ອຍ ມັນຈະເຮັດໃຫ້ທ່ານຮູ້ສຶກເມື່ອຍໄດ້ ເພາະທ່ານຕ້ອງມີເວລາພັກຜ່ອນແດ່ ຢ່າລືມທີ່ຈະໃຫ້ເວລາວ່າງກັບຕົນເອງ.
- ວາງແຜນ ຈັດລຽງລຳດັບຄວາມສຳຄັນ ແລະ ເຮັດຕາມເປົ້າໝາຍ : ຫລາຍຄົນລົ້ມເຫລວກັບການຈັດການເວລາ ເພາະວ່າພວກເຂົາບໍ່ວາງແຜນ, ບໍ່ຈັດລຽງລຳດັບຄວາມສຳຄັນ ແລະ ບໍ່ຍອມເຮັດຕາມແຜນທີ່ວາງໄວ້ ເຊິ່ງວິທີແກ້ໄຂທີ່ດີທີ່ສຸດແມ່ນການຄ່ອຍໆຝຶກເຮັດຈົນເປັນກິດຈະວັດ. ທ່ານຕ້ອງສ້າງຕາຕະາລາງເວລາໄວ້ ແລະ ຂຽນສິ່ງສຳຄັນທີ່ຈະຕ້ອງເຮັດລົງໄປ, ກຳນົດເວລາວ່າແຕ່ລະຢ່າງຄວນໃຊ້ເວລາເທົ່າໃດ, ຈັດລຽງລຳດັບຄວາມສຳຄັນໃຫ້ແຕ່ລະພາລະກິດ ແລະ ເຮັດຕາມຕາຕະລາງນີ້ຢ່າງສະໝໍ່າສະເໝີ ເຊັ່ນ : ຖ້າທ່ານຕ້ອງກວດເບິ່ງອີເມລ ກໍຄວນຈະກຳນົດໃຫ້ຮັດໃນໄລຍະເວລາເກົ່າໆຂອງທຸກມື້.
- ເກັບມ້ຽນສິ່ງຂອງເຄື່ອງໃຊ້ໃຫ້ເປັນບ່ອນເປັນທີ່ : ເຄີຍຫລືບໍ່ເວລາທີ່ຫາສິ່ງຂອງທີ່ຕ້ອງການແລ້ວບໍ່ພົບຈັກເທື່ອ ? ທ່ານລອງຄິດເບິ່ງວ່າມັນເສຍເວລາຫລາຍປານໃດ ເຊັ່ນ : ກຸນແຈລົດ ຫລື ຣີໂໝດໂທລະພາບ ທີ່ມັກຈະໃຊ້ກັນເປັນປະຈຳ ແຕ່ພັດຫາບໍ່ພົບ. ວິທີແກ້ໄຂກໍຄື ຫາບ່ອນເກັບມ້ຽນສິ່ງຂອງເຫລົ່ານີ້ໃຫ້ຫາງ່າຍໆ ແຕ່ຕ້ອງເກັບໄວ້ບ່ອນເກົ່າທຸກເທື່ອ ຈະໄດ້ບໍ່ເສຍເວລາຫາໄປໂດຍໄຮ້ປະໂຫຍດ.
- ຢຸດເຊົາເຮັດນິໄສບໍ່ດີ : ສິ່ງໜຶ່ງທີ່ເຮັດໃຫ້ທ່ານໄຮ້ລະບຽບກໍຄື ທ່ານມີນິໄສບໍ່ດີທີ່ເຮັດໃຫ້ທ່ານຈັດການໂຕເອງບໍ່ໄດ້ ຖ້າທ່ານຢາກຈະຈັດການເວລາໄດ້ ທ່ານກໍຕ້ອງຢຸດເຮັດນິໄສເຫລົ່ານີ້ ໂຕຢ່າງ : ການຮັບຜິດຊອບວຽກທີ່ຫລາຍເກີນຄວາມສາມາດຂອງຕົນເອງ ທ່ານຕ້ອງຮູ້ວ່າຕົນເອງເຮັດໄດ້ເທົ່າໃດ ການເຮັດວຽກຫລາຍບໍ່ໄດ້ໝາຍຄວາມວ່າຈະສົ່ງຜົນດີ ກົງກັນຂ້າມກັນມັນຍິ່ງເຮັດໃຫ້ທ່ານເມື່ອຍ ແລະ ຈັດການເວລາບໍ່ໄດ້ຫລາຍຂຶ້ນເທົ່ານັ້ນ ຫລື ແມ່ນແຕ່ການເຮັດຫລາຍຢ່າງພ້ອມກັນກໍເປັນນິໄສທີ່ຄວນຢຸດເຊົາ ເພາະແທນທີ່ຈະເຮັດໃຫ້ເຮົາເຮັດວຽກໄດ້ດີຂຶ້ນ ແລະ ຫລາຍຂຶ້ນ ມັນຊຳ້ພັດເຮັດໃຫ້ເຮົາໃຊ້ເວລາໃນການເຮັດວຽກແຕ່ລະຢ່າງດົນຂຶ້ນກ່ວາເກົ່າ ສຸດທ້າຍແລ້ວເຮົາກໍໃຊ້ເວລາເຮັດວຽກເພີ່ມຂຶ້ນກ່ວາປົກກະຕິ ຈົນບາງວຽກບໍ່ສຳເລັດຕາມແຜນໄດ້ ເພາະສະນັ້ນແລ້ວ ເຮັດສິ່ງໆໜຶ່ງໃຫ້ແລ້ວກ່ອນ ແລ້ວຄ່ອຍໄປເຮັດສິ່ງຕໍ່ໄປຈະດີກ່ວາ.
- ຮຽນຮູ້ ແລະ ຈັດການປັດໄຈພາຍນອກທີ່ເຮັດໃຫ້ເຮົາເສຍເວລາ : ປັດໄຈພາຍນອກທີ່ເຮົາຄວບຄຸມລຳບາກກໍມີຜົນຕໍ່ການຈັດການເວລາຄືກັນ ເຊັ່ນ : ໝູ່ມາຢາມຢູ່ເຮືອນ ແລ້ວບໍ່ຍອມເມືອຈັກເທື່ອ ຫລື ມີຄົນຊວນລົມດົນໆ ໂດຍທີ່ເຮົາມີສິ່ງທີ່ຕ້ອງເຮັດຫລາຍຢ່າງເຕັມໄປໝົດ ເຊິ່ງສິ່ງເຫລົ່ານີ້ເປັນສິ່ງທີ່ເຮົາຕ້ອງຮຽນຮູ້ທີ່ຈະຫາວິທີຮັບມືເອົາໄວ້ ເພາະຍິ່ງປ່ອຍໄປຕາມສະຖານະການ ຍິ່ງເຮັດໃຫ້ເຮົາເຄັ່ງຄຽດ ແລະ ຟ້າວຟັ່ງກ່ວາເກົ່າ. ດັ່ງນັ້ນ, ຖ້າບໍ່ວ່າງແທ້ໆ ກໍລອງແຈ້ງໃຫ້ຄົນອື່ນຮູ້ລ່ວງໜ້າ ຫລື ບອກຢ່າງສຸພາບວ່າທ່ານຕ້ອງການເວລາສ່ວນໂຕຈັກໄລຍະກໍອາດຈະເປັນເລື່ອງທີ່ດີຄືກັນ.

