5 ພະຍາດອັນຕະລາຍທີ່ມາຈາກການນອນບໍ່ຫລັບ.

+ ສາເຫດຂອງອາການນອນບໍ່ຫລັບ :
- ເຄັ່ງຄຽດ.
- ມີອາການທາງຈິດ ເຊັ່ນ : ວິຕົກກັງວົນ, ຊຶມເສົ້າ.
- ສຸຂະອະນາໄມໃນການນອນບໍ່ດີ ເຊັ່ນ : ເບິ່ງໂທລສະພາບ ຫລື ຫລິ້ນມືຖືທີ່ເຮັດໃຫ້ດວງຕາຖືກແສງຕະຫລອດເວລາ ຈຶ່ງເຮັດໃຫ້ນອນບໍ່ຫລັບ ເພາະແສງຫລຸດການຫລັ່ງເມລາໂທນິນ ເຮັດໃຫ້ນອນໄດ້ຍາກ ຫລື ການດື່ມກາເຟກ່ອນນອນ ຫລື ໃກ້ເວລານອນຫລາຍເກີນໄປ ເພາະກາເຟອີນສາມາດຢູ່ໃນຮ່າງກາຍໄດ້ດົນເຖິງ 6 ຊົ່ວໂມງ.
- ພະຍາດທາງກາຍ ຫລື ຢາທີ່ໃຊ້ ເຊັ່ນ : ຢາແກ້ແພ້ ຫລື ຢາຄວາມດັນບາງຊະນິດອາດເຮັດໃຫ້ນອນຫລັບຍາກ ແມ່ນແຕ່ອານກໍຮໍທີ່ຄືຈະເຮັດໃຫ້ງ່ວງນອນ, ແຕ່ຄວາມຈິງແລ້ວເຮັດໃຫ້ນອນຫລັບໆຕື່ນໆ ເຮັດໃຫ້ນອນຫລັບບໍ່ໄດ້ຄຸນນະພາບ.
- ນອນບໍ່ຫລັບໂດຍບໍ່ມີສາເຫດທີ່ຈະແຈ້ງ.
+ 5 ພະຍາດອັນຕະລາຍທີ່ມາຈາກອາການນອນບໍ່ຫລັບ ໄດ້ແກ່ :
- ພະຍາດມະເຮັງລຳໄສ້ : ມີການສຶກສາ ແລະ ວິໄຈວ່າໃນຄົນ 1,240 ຄົນ ມີຄົນທີ່ນອນໜ້ອຍກ່ວາ 6 ຊົ່ວໂມງ ເຖິງ 47% ຈະມີອາການຂອງພະຍາດມະເຮັງລຳໄສ້ຫລາຍກ່ວາຄົນທີ່ນອນຫລັບຢ່າງໜ້ອຍ 7 ຊົ່ວໂມງຂຶ້ນໄປ. ສ່ວນຫລາຍຈຸດເລີ່ມຕົ້ນຂອງພະຍາດນີ້ມາຈາກການນອນເດິກ, ນອນເດິກຕື່ນເຊົ້າ, ກິນອາຫານທີ່ບໍ່ຄ່ອຍມີປະໂຫຍດ, ບໍ່ຄ່ອຍອອກກຳລັງກາຍ ຈົນເຮັດໃຫ້ເກີດຄວາມເສື່ອມຂອງລະບົບພາຍໃນ ໂດຍສະເພາະລຳໄສ້ ຈົນກາຍເປັນລຳໄສ້ອັກເສບ ແລະ ລຸກລາມຈົນກາຍເປັນມະເຮັງລຳໄສ້ໄປໃນທີ່ສຸດ.
- ພະຍາດຫລອດເລືອດຫົວໃຈ : ຫາກເຮົານອນບໍ່ຫລັບ, ບໍ່ຄ່ອຍໄດ້ນອນ ຫລື ນອນບໍ່ພໍ ສານໂປຣຕິນທີ່ສະສົມຫລາຍຂຶ້ນໃນຫົວໃຈເມື່ອເຮົາຕື່ນໂດຍທຳມະຊາດຈະເຂົ້າໄປຈັບຢູ່ຫລອດເລືອດຫົວໃຈຫລາຍຂຶ້ນ ຈົນເຮັດໃຫ້ເກີດການອັດຕັນໃນຫລອດເລືອດຫົວໃຈໄດ້.
- ພະຍາດເບົາຫວານ : ເມື່ອນອນບໍ່ຫລັບ, ພັກຜ່ອນບໍ່ພຽງພໍ ລະດັບກລູໂກສໃນເລືອດຈະເພີ່ມຂຶ້ນຢ່າງວ່ອງໄວ ລວມທັງລະດັບອິນຊູລິນໃນເລືອດ ກໍສູງຂຶ້ນໄປນຳ. ໃນການວິໄຈບາງສ່ວນພົບວ່າ ຄົນທີ່ເປັນເບົາຫວານຢູ່ແລ້ວ ຈະເກີດອາການຮ່າງກາຍດື້ອິນຊູລິນຈາກການນອນບໍ່ພໍຕື່ມອີກ.
- ສະມັດຕະພາບທາງເພດຫລຸດລົງ : ການນອນບໍ່ຫລັບເຮັດໃຫ້ຮໍໂມນເທສໂທສເຕີໂຣນຕໍ່າລົງ ເຮັດໃຫ້ຄວາມຕ້ອງການທາງເພດຫລຸດຕໍ່າລົງໄປນຳ ຜູ້ທີ່ເສື່ອມສະມັດຕະພາບທາງເພດສ່ວນຫລາຍມັກຈະມີສາເຫດມາຈາກການພັກຜ່ອນໜ້ອຍ ຫລື ນອນບໍ່ຫລັບເລີຍໝົດຄືນ.
- ນອນບໍ່ຫລັບຊຳ້ເຮື້ອ : ຫາກທ່ານມີອາການນອນບໍ່ຫລັບຫລາຍກ່ວາ 3 ມື້ຕໍ່ອາທິດ ຕິດຕໍ່ກັນຫລາຍກ່ວາ 3 ເດືອນ ໝາຍຄວາມວ່າທ່ານກຳລັງເປັນພະຍາດນອນບໍ່ຫລັບຊຳ້ເຮື້ອ ເຊິ່ງສົ່ງຜົນຕໍ່ລະບົບການເຮັດວຽກຕ່າງໆໃນຮ່າງກາຍຫລວງຫລາຍ.
+ ວິທີຫລຸດຄວາມສ່ຽງອາການນອນບໍ່ຫລັບ :
- ຢຸດຫລິ້ນໂທລະສັບມືຖື, ບໍ່ເບິ່ງໂທລະພາບກ່ອນເຂົ້ານອນຫລາຍກ່ວາ 30 ນາທີ.
- ປັບສະພາບຫ້ອງນອນໃຫ້ເປັນຕານອນ, ສະອາດ, ຫ້ອງບໍ່ຮ້ອນ, ບໍ່ໜາວຈົນເກີນໄປ, ຫລຸດແສງໄຟ ຫລື ປິດໄຟກ່ອນນອນ ເປັນຕົ້ນ.
- ຢຸດດື່ມກາເຟ, ອານກໍຮໍ ຫລື ສູບຢາກ່ອນເຂົ້ານອນ 4 – 6 ຊົ່ວໂມງ.
- ບໍ່ກິນອາຫານກ່ອນເຂົ້ານອນຢ່າງໜ້ອຍ 3 ຊົ່ວໂມງ.
- ປ່ຽນຢາທີ່ໃຊ້ຕະຫລອດ ຫາກເປັນຢາທີ່ມີຜົນຂ້າງຄຽງເຮັດໃຫ້ນອນບໍ່ຫລັບ.
- ຖ້າເຂົ້ານອນແລ້ວບໍ່ຫລັບເກີນກ່ວາ 30 ນາທີ ຄວນລຸກຂຶ້ນມາເຮັດກິດຈະກຳທີ່ຜ່ອນຄາຍ ເຊັ່ນ: ຟັງເພງ ຫລື ອ່ານໜັງສືທີ່ມີເນື້ອໃນຜ່ອນຄາຍ, ນັ່ງສະມາທິ 10 – 15 ນາທີ ແລ້ວຄ່ອຍນອນຕໍ່.
- ບໍ່ອອກກຳລັງກາຍກ່ອນເຂົ້ານອນ 1 – 2 ຊົ່ວໂມງ.
- ບໍ່ຄວນອາບນຳ້ໃກ້ເວລານອນຫລາຍເກີນໄປ ຄວນອາບນຳ້ກ່ອນເຂົ້ານອນ 1 – 2 ຊົ່ວໂມງ.
