ເມືອງນໍ້າບາກ ມີໂຄງການລົງທຶນຂອງລັດ, ເອກະຊົນ ແລະ ທຶນຊ່ວຍເຫຼືອເພື່ອການພັດທະນາ 32 ໂຄງການ ມູນຄ່າ 32,3 ຕື້ກວ່າກີບ

ໃນປີ 2021 ຜ່ານມາ ເມືອງນໍ້າບາກ ແຂວງຫຼວງພະບາງ ມີໂຄງການລົງທຶນຂອງລັດ, ເອກະຊົນ ແລະ ທຶນຊ່ວຍເຫຼືອເພື່ອການພັດທະນາທັງໝົດ 32 ໂຄງການ ມູນຄ່າການລົງທຶນທັງໝົດ 32.388.040.000 ກີບ, ກວມ 2,59% ຂອງ GDP, ຈັດຕັ້ງປະຕິບັດໃນປີ 2021 ມີ 7.920.960.000 ກີບ, ທຽບໃສ່ແຜນການປີ (27 ໂຄງການ ມູນຄ່າ 19,3 ຕື້ກ່ວາກີບ).
ສໍາລັບໂຄງການລົງທຶນຂອງລັດ (ໂຄງການເລື່ອນຈ່າຍ ປີ 2020 ມາຈ່າຍປີ 2021) ມີທັງໝົດ 8 ໂຄງການ ລວມມູນຄ່າທັງໝົດ 19.807.000.000 ກີບ, ມູນຄ່າອະນຸມັດຈ່າຍປີນີ້ ຈຳນວນ 1.106.820.000 ກີບ, ທຽບໃສ່ແຜນເລື່ອນຈ່າຍ ປີ 2020-2021 ປະຕິບັດໄດ້ 100%, ໂຄງການສືບຕໍ່ຊຳລະທຶນຂອງລັດ ປີ 2021 ມີ 10 ໂຄງການ ລວມມູນຄ່າທັງໝົດ 24.137.000.000 ກີບ, ມູນຄ່າອະນຸມັດຈ່າຍປີນີ້ 609.540.000 ກີບ, ທຽບໃສ່ແຜນການປີ (6.900 ລ້ານກີບ) ປະຕິບັດໄດ້ 8,83%, ໂຄງການສະເໜີໃໝ່ ມີ 1 ໂຄງການ ມູນຄ່າ 5.593.900.000 ກີບ, ມູນຄ່າອະນຸມັດ 4.090.000.000 ກີບ, ທຽບໃສ່ແຜນການປີ (12,404 ຕື້ກວ່າກີບ) ປະຕິບັດໄດ້ 45%, ໂຄງການຊ່ວຍເຫຼືອເພື່ອການພັດທະນາ ມີທັງໝົດ 21 ໂຄງການ ລວມມູນຄ່າ 2.657.140.000 ກີບ, ທຽບໃສ່ແຜນການປີ 2021 (1,578 ຕື້ກີບ) ປະຕິບັດໄດ້ລື່ນແຜນ 68,38%. ໃນນີ້ທຶນສົມທົບ ພາຍໃນ ມີ 5 ໂຄງການ ລວມມູນຄ່າ 287.000.000 ກີບ.
ໃນນີ້ຍັງໄດ້ຮັບທຶນຊ່ວຍເຫຼືອຈາກມູນນິທິສໍແຫ່ງຄວາມຫວັງ (POP) ກໍ່ສ້າງອາຄານຮຽນປະຖົມສຶກສາບ້ານຫ້ວຍຍາງ ຈໍານວນ 3 ຫ້ອງຮຽນ 1 ຫ້ອງການ ແລະ ຫ້ອງນໍ້າ 2 ຫ້ອງ ມູນຄ່າ 250.000.000 ກີບ, ທຶນສົມທົບປະຊາຊົນ 45.000.000 ກີບ, ຮັບທຶນຊ່ວຍເຫຼືອຈາກມູນນິທິສໍແຫ່ງຄວາມຫວັງ (POP) ກໍ່ສ້າງອາຄານຮຽນປະຖົມສຶກສາບ້ານມ່ວງທອງ ຈຳນວນ 3 ຫ້ອງຮຽນ 1 ຫ້ອງການ ແລະ ຫ້ອງນໍ້າ 2 ຫ້ອງມູນຄ່າ 250.000.000 ກີບ, ທຶນສົມທົບປະຊາຊົນ 45.000.000 ກີບ, ທຶນການຊ່ວຍເຫຼືອຊຸກຍູ້ສົ່ງເສີມດ້ານວິຊາການຈາກໂຄງການກຽມຄວາມພ້ອມກ່ອນເຂົ້າຮຽນຈຳນວນ 22 ບ້ານເປົ້າໝາຍ ລວມມູນຄ່າ 333.337.000 ກີບ, ທຶນການຊ່ວຍເຫຼືອໂຄງການພັດທະນາເດັກລາວ ປະຈຳແຂວງຫຼວງພະບາງໃຫ້ອາຫານເສີມ ແລະ ອຸປະກອນການຮຽນ-ການສອນຈຳນວນໜຶ່ງມູນຄ່າ 293.032.000 ກີບ.
ກ່ຽວກັບການລົງທຶນດ້ານບໍ່ແຮ່ ປີ 2021 ຢູ່ເມືອງນໍ້າບາກ ມີຫົວໜ່ວຍທຸລະກິດລົງທຶນຂຸດຄົ້ນຫີນກໍ່ສ້າງ ທີ່ເຄື່ອນໄຫວປົກກະຕິມີ 3 ຫົວໜ່ວຍຄື: ບໍລິສັດ ທຽນເຊິງ, ທ່ານ ຊຽງທອງພັນ ແລະ ທ່ານບຸນທັນ, ໃນນັ້ນສາມາດການຂຸດຄົ້ນ ແລະ ຈຳໜ່າຍຫີນກໍ່ສ້າງໄດ້ທັງໝົດ 83.933 ແມັດກ້ອນ ທຽບໃສ່ທິດທາງແຜນປະຕິບັດໄດ້ 60,66%.

