ການກຽມຕົວກ່ອນກວດສຸຂະພາບ

    ຫລາຍຄົນມັກມີຄໍາຖາມວ່າ ເປັນຫຍັງເຮົາຈຶ່ງຕ້ອງກວດສຸຂະພາບ, ຖ້າເຮົາຢາກກວດສຸຂະພາບເດ ຕ້ອງເຮັດແນວໃດ? ການກວດສຸຂະພາບມີເປົ້າໝາຍສໍາຄັນແມ່ນການຊອກຫາພະຍາດທີ່ລີ້ຢູ່ໃນຕົວເຮົາ ໂດຍທີ່ເຮົາຍັງບໍ່ມີອາການຕ່າງໆ ແລະ ກວດພຶດຕິກໍາທີ່ສ່ຽງຕໍ່ການເປັນພະຍາດຕ່າງໆ ເພື່ອຫາແນວທາງປ້ອງກັນ ແລະ ຮັບຄໍາແນະນໍາໃນການປະຕິບັດຢ່າງຖືກຕ້ອງ ຈາກແພດໝໍ.

ສິ່ງທີ່ຄວນຮູ້ກ່ອນກວດສຸຂະພາບ

ການກວດສຸຂະພາບເປັນເລື່ອງສໍາຄັນ ເພາະມີພະຍາດຫລາຍຊະນິດທີ່ເກີດຂຶ້ນແລ້ວ ແຕ່ບໍ່ສະແດງອາການ, ກາຍເປັນໄພງຽບທີ່ສ້າງຄວາມເສຍຫາຍໃຫ້ແກ່ຮ່າງກາຍຂອງເຮົາ ແຕ່ຖ້າເຮົາໄດ້ຮັບການກວດຕັ້ງແຕ່ຕົ້ນ ແລະ ເມື່ອພົບອາການກໍຈະເຮັດໃຫ້ເຮົາໄດ້ຮັບການຮັກສາໄດ້ທັນເວລາ.

ການກວດສຸຂະພາບຕ້ອງເໝາະສົມກັບຮ່າງກາຍຂອງເຮົາ ຍາມຍັງນ້ອຍເຮົາພຽງແຕ່ສີດວັກຊີນປ້ອງກັນເທົ່ານັ້ນ ແຕ່ເມື່ອກ້າວເຂົ້າສູ່ໄວຈະເລີນພັນ ຫລື ໄວໜຸ່ມ ກໍເລີ່ມມີການກວດຮ່າງກາຍສະເພາະທາງຫລາຍຂຶ້ນເຊັ່ນ ສຸຂະພາບຫົວໃຈ, ລະບົບທາງເດີນອາຫານ… ແລະ ເມື່ອກ້າວເຂົ້າສູ່ໄວສູງອາຍຸ ການກວດສຸຂະພາບໃນດ້ານການເສື່ອມສະພາບ ເພື່ອຫລຸດອັດຕາການເສື່ອມສະພາບລົງ ພ້ອມທັງຫລີກລ່ຽງການເກີດອຸບັດເຫດຈາກຄວາມເສື່ອມສະພາບຂອງຮ່າງກາຍ.

ການກວດສຸຂະພາບປະຈໍາປີ ບໍ່ຈໍາເປັນຕ້ອງກວດທຸກປີສະເໝີໄປ ຄວາມເປັນຈິງແລ້ວ ການກວດສຸຂະພາບບໍ່ຈໍາເປັນຕ້ອງກວດທຸກປີ ແຕ່ຄວນເປັນການກວດຕາມໄລຍະ, ຕາມຄວາມຈໍາເປັນຂອງແຕ່ລະບຸກຄົນ, ຂຶ້ນກັບສະພາບຮ່າງກາຍຂອງແຕ່ລະຄົນ ວ່າມີຄວາມສ່ຽງໃນການເປັນພະຍາດ ຫລື ບໍ່.

– ການກວດສຸຂະພາບທີ່ດີຄວນບອກຂໍ້ມູນໃຫ້ແພດໝໍຢ່າງລະອຽດ ຫລາຍຄົນມັກເຂົ້າໃຈຜິດວ່າການກວດສຸຂະພາບແມ່ນການກວດຫາພະຍາດໂດຍການເຂົ້າຫ້ອງກວດຫາເຊື້ອ ແລະ ມຸ່ງເນັ້ນໄປການຮັກສາ ຫລື ການກິນຢາເພື່ອຮັກສາພະຍາດເທົ່ານັ້ນ, ຈຶ່ງປ່ອຍປະລະເລີຍການເບິ່ງແຍງສຸຂະພາບຂອງຕົນເອງ ແຕ່ຄວາມຈິງແລ້ວການກວດສຸຂະພາບທີ່ຖືກຕ້ອງ ແມ່ນການໃຫ້ຄວາມສໍາຄັນກັບປະຫວັດຂໍ້ມູນຂອງເຮົາ ເພື່ອໃຫ້ການກວດສຸຂະພາບຂອງເຮົາມີປະສິດທິພາບຫລາຍຂຶ້ນ, ດັ່ງນັ້ນ ຈຶ່ງແນະນໍາໃຫ້ບອກແພດໝໍຕາມຄວາມເປັນຈິງ ເພື່ອໃຫ້ໝໍໄດ້ວິນິດໄສພະຍາດ ແລະ ຈຶ່ງເຂົ້າສູ່ຂັ້ນຕອນການກວດຮ່າງກາຍ ແລະ ເມື່ອຮູ້ຜົນກວດຮ່າງກາຍແລ້ວຄວນປະຕິບັດຕາມຄໍາແນະນໍາຂອງແພດໝໍຢ່າງເຂັ້ມງວດ.

ນອກຈາກນີ້ເຮົາຍັງສາມາດກວດສຸຂະພາບດ້ວຍຕົນເອງໄດ້ ໂດຍການສັງເກດພຶດຕິກໍາ, ນໍ້າໜັກ, ເສັ້ນຮອບແອວ ວ່າຢູ່ໃນພາວະລົງພຸງ ຫລື ບໍ່ ແລະ ເອົາຄ່າວັດແທກທີ່ໄດ້ ໄປຫານໃຫ້ກັບສ່ວນສູງ ເຊິ່ງຄົນປົກກະຕິຈະມີຄ່າເສັ້ນຮອບແອວບໍ່ເກີນເຄິ່ງໜຶ່ງຂອງສ່ວນສູງ, ຖ້າເກີນສະແດງວ່າລົງພຸງ  ມແລະ ມີຄວາມສ່ຽງຕໍ່ການເປັນພະຍາດເບົາຫວານ, ຄວາມດັນເລືອດ ແລະ ພະຍາດຫົວໃຈ ຫລື ສະໝອງຕີບຕັນ.

ດັ່ງນັ້ນ, ເຮົາຈຶ່ງມີວິທີການກຽມຕົວກ່ອນໄປກວດພະຍາດມາໃຫ້ບັນດາທ່ານໄດ້ປະຕິບັດດັ່ງນີ້:

  1. ນອນພັກຜ່ອນໃຫ້ພຽງພໍ ຢ່າງໜ້ອຍ 6-8 ຊົວໂມງ.
  2. ຫລີກລ່ຽງການກິນນໍ້າ ແລະ ອາຫານ ຢ່າງໜ້ອຍ 8-10 ຊົ່ວໂມງ.
  3. ຫລີກລ່ຽງເຄື່ອງດື່ມທີ່ມີທາດເຫລົ້າ 24 ຊົ່ວໂມງ, ເພາະອາດມີຜົນຕໍ່ການກວດເຊື້ອ.
  4. ຫາກມີການກິນຢາປະຈໍາເຊັ່ນ ຢາຫລຸດຄວາມດັນ ແມ່ນສາມາດກິນໄດ້ປົກກະຕິ ແຕ່ຄວນບອກໃຫ້ທ່ານໝໍຮູ້.
  5. ນຸ່ງເສື້ອທີ່ສະດວກຕໍ່ການເຈາະເລືອດໃນບໍລິເວນຂໍ້ພັບແຂນ.
  6. ຫລີກລ່ຽງການກິນອາຫານເສີມ ຫລື ວິຕາມິນ ກ່ອນການກວດຢ່າງໜ້ອຍ 1 ອາທິດ ເນື່ອງຈາກອາດມີຜົນສົ່ງການແຂງຕົວ.
  7. ກໍລະນີບໍ່ສະບາຍ ຫລື ມີພະຍາດປະຈໍາຕົວ ເຊັ່ນ ລົມຊັກ ເປັນຕົ້ນ, ຄວນບອກໃຫ້ແພດໝໍຮູ້ກ່ອນກວດສຸຂະພາບ.
  8.  ຫ້າມມີເພດສໍາພັນກ່ອນມື້ທີ່ຈະໄປກວດສຸຂະພາບ.