ວັນທີ 25 ສິງຫາ 2022 ຜ່ານມາ, ໄດ້ຈັດພິທີວາງສີລາລືກໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົນເອກ ໂຕ ເລີມ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ມີບັນດາການນໍາຂັ້ນສູງທັງສອງຝ່າຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນເອກ ຫງວຽນ ເລ່ ກວາງ ຮອງຫົວໜ້າກົມ Ho2 ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ກ່າວວ່າ: ໂຄງການກໍ່ສ້າງວິທະຍາຄານດັ່ງກ່າວ ແມ່ນສ່ວນໜຶ່ງຂອງແຜນການຜັນຂະຫຍາຍສັນຍາຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ປີ 2022 ການນໍາກະຊວງປ້ອງກັນຄວາມສະຫງົບ ຫວຽດນາມໄດ້ຊີ້ນໍາຢ່າງໃກ້ຊິດບັນດາກົມກອງທີ່ກ່ຽວຂ້ອງ ສຸມໃສ່, ປະສານສົມທົບກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ, ເພື່ອຊຸກຍູ້ຄວາມຄືບໜ້າຂອງໂຄງການ, ມາຮອດວັນທີ 25/7/2022, ໂຄງການໄດ້ຮັບການຕົກລົງເຫັນດີແຜນນະໂຍບາຍ ຈາກກົມການເມືອງຫວຽດນາມ, ພ້ອມດຽວກັນນັ້ນ, ວັນທີ 17/8/ 2022, ນາຍົກລັດຖະມົນຕີຫວຽດນາມເຫັນດີໃຫ້ທຶນເພື່ອຜັນຂະຫຍາຍການລົງທຶນກໍ່ສ້າງ, ໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບຕັ້ງຢູ່ບ້ານໂນນສະອາດ ເມືອງໄຊຖານີ ນະຄອນຫຼວງວຽງຈັນ ລວມມູນຄ່າທັງໝົດ 250 ຕື້ດົງ (ສະກຸນເງິນຫວຽດນາມ) ໄລຍະດໍາເນີນກໍ່ສ້າງປະມານ 1 ປີ ນັບແຕ່ມື້ວາງສີລາລືກ ແລະ ອາຄານດັ່ງກ່າວປະກອບດ້ວຍວັດຖຸອຸປະກອນທີ່ຈໍາເປັນເພື່ອຮັບໃຊ້ການສິດສອນ, ອາຄານບໍລິຫານ, ຫ້ອງສິດສອນ, ສະໂມສອນໃຫຍ່, ອາຄານຫໍພັກສຳລັບພະນັກງານ, ຄູ-ອາຈານ, ນັກສຶກສາ, ມີເນື້ອທີ່ກໍ່ສ້າງທັງໝົດ 6,5 ເຮັກຕາ.

ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ມີບົດຄໍາເຫັນໃນພິທີວາງສີລາລືກໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບວ່າ: ເຫດຜົນໃນການສະເໜີກໍ່ສ້າງແມ່ນອີງໃສ່ສະພາບຄວາມເປັນຈິງກ່ຽວກັບຄວາມຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ມາດຖານເງື່ອນໄຂ ຂອງພະນັກງານຂັ້ນນໍາພາ-ບັນຊາ ໃນປັດຈຸບັນ ແລະ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ໃນກໍາລັງປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນກວ່າເກົ່າ ກະຊວງປ້ອງກັນຄວາມສະຫງົບເຫັນວ່າ: ຕ້ອງໄດ້ຍົກລະດັບໂຮງຮຽນແຫ່ງນີ້ ເປັນວິທະຍາຄານທິດສະດີການເມືອງປ້ອງກັນຄວາມສະຫງົບ, ໃນເມື່ອຍົກລະດັບເປັນວິທະຍາຄານແລ້ວ ທຽບໃສ່ສະພາບຂອງພື້ນທີ່ໃນປັດຈຸບັນແມ່ນຄັບແຄບ, ພື້ນທີ່ຕໍ່າ ບໍ່ມີທິດຂະ ຫຍາຍ, ສະພາບຂອງອາຄານຮຽນ, ຫໍພັກນັກສຶກສາເກົ່າແກ່ຊຸດໂຊມ, ສະພາບຫ້ອງຮຽນ, ອາຄານຮຽນ ແລະ ຈໍານວນນັກສຶກສາໃນປັດຈຸບັນເຫັນວ່າບໍ່ພຽງພໍ, ສະນັ້ນ ເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ສູງຂຶ້ນໃນສະເພາະໜ້າ ແລະ ຍາວນານ ມີຄວາມຈໍາເປັນຕ້ອງໄດ້ຍົກລະດັບເປັນວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ແລະ ມີຄວາມຈໍາເປັນຕ້ອງໄດ້ກໍ່ສ້າງລະບົບພື້ນຖານໂຄງລ່າງຂອງວິທະຍາຄານ ແລະ ເຊື່ອໝັ້ນວ່າໂຄງການດັ່ງກ່າວຈະກາຍເປັນການປະກອບສ່ວນອັນສໍາຄັນໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ເຮັດສໍາເລັດໜ້າທີ່ຂອງຕົນ ໃນວຽກງານບໍາລຸງກໍ່ສ້າງ, ຍົກສູງຄຸນນະພາບການສຶກສາໃຫ້ພະນັກງານ, ນັກສຶກສາທົ່ວກໍາລັງປ້ອງກັນຄວາມສະຫງົບລາວ ໄດ້ຮັບການສຶກສາທີ່ມີຄຸນນະພາບ ແລະ ພື້ນຖານໂຄງລ່າງ, ວັດຖຸອຸປະກອນການຮຽນ ການສອນທີ່ດີຂຶ້ນ, ພາຍຫຼັງສໍາເລັດໂຄງການ ກະຊວງປ້ອງກັນຄວາມສະຫງົບລາວ ຈະນໍາໃຊ້ວິທະຍາຄານດັ່ງກ່າວ ເຂົ້າໃນວຽກງານບໍາລຸງກໍ່ສ້າງ, ສິດສອນ ແລະ ຮໍ່າຮຽນ ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ກັບນັກສຶກສາທົ່ວກໍາລັງ ແລະ ປະກອບສ່ວນສໍາຄັນໃນການສ້າງບຸກຄະລະກອນໃຫ້ເຂົ້າໃຈມີຄວາມຮູ້ທາງດ້ານທິດສະດີການເມືອງ, ກໍາໄດ້ແນວທາງຂອງພັກ ແລະ ລັດຖະບານ ກໍຄືຂົງເຂດວຽກງານປ້ອງກັນຄວາມສະຫງົບ, ມີຄຸນທາດການເມືອງໜັກແໜ້ນ, ມີວິຊາສະເພາະທີ່ແຫຼມຄົມເພື່ອຮັບໃຊ້ປະເທດຊາດ, ພ້ອມກັນນັ້ນ, ກໍຈະປົກປັກຮັກສາຫ້ອງຮຽນ, ຕຶກອາຄານ ພ້ອມວັດຖຸອຸປະກອນຕ່າງໆ ໃນວິທະຍາຄານໃຫ້ດີເພື່ອນໍາໃຊ້ໄດ້ຍາວນານ.