ເວສແຮມ ຄວ້າ ປາເກຕາ ເສີມກອງກາງທຸບສະຖິຕິສະໂມສອນ

ເວສແຮມ ດີໃຈເປັນພິເສດ ເມື່ອບັນລຸຂໍ້ຕົກລົງໃນການຄວ້າ ລູຄັສ ປາເກຕາ ກອງກາງຊາວບຣາຊິລຂອງລີຢົງ ມາຮ່ວມທີມສົມໃຈ ດ້ວຍຄ່າຕົວທີ່ສູງເປັນສະຖິຕິສະໂມສອນເຖິງ 51 ລ້ານປອນ.

ເວສແຮມ ຢູໄນເຕັດ ສະໂມສອນຊື່ດັງແຫ່ງພຣີເມຍລີກ ອັງກິດ ບັນລຸຂໍ້ຕົກລົງໃນການຄວ້າ ລູຄັສ ປາເກຕາ ກອງກາງສາລະພັດປະ ໂຫຍດທີມຊາວບຣາຊິລ ຈາກໂອລິມປິກ ລີຢົງ ມາຮ່ວມທີມຮຽບຮ້ອຍດ້ວຍຄ່າຕົວທີ່ສູງເປັນສະຖິຕິໃຫມ່ຂອງສະໂມສອນເຖິງ 51 ລ້ານປອນ ຕາມລາຍງານຈາກ ສະກາຍ ສະປອດ ສື່ໃນອັງກິດ.

ກ່ອນໜ້ານີ້ ເວສແຮມ ເຄີຍສະເໜີໃຫ້ ລີຢົງ ມາແລ້ວ 2 ຮອບ ດ້ວຍຂໍ້ສະເໜີຈຳນວນ 34 ລ້ານປອນ ແລະ 48 ລ້ານປອນ ແຕ່ກໍຖືກ ປະຕິເສດ ດ້ວຍເຫດນີ້ ເວສແຮມ ຈຶ່ງຕັດສິນໃຈຍື່ນຂໍ້ສະເໜີສະບັບສຸດທ້າຍທີ່ 51 ລ້ານປອນ ແລະ ປະທານສະໂມສອນກໍໃຈ ອ່ອນຍອມຮັບຂໍ້ສະເໜີໃນທີ່ສຸດ.

ທັງນີ້ ເດວິດ ມອຍ ຜູ້ຈັດການທີມ ເວສແຮມ ຢາກໄດ້ກອງກາງຄົນໃໝ່ເຂົ້າມາຊ່ວຍສ້າງເກມໃນແດນກາງ ຫລັງເສຍລວດມາ 3 ນັດ ຈົນຄອງອັນດັບທ້າຍຕາຕະລາງພຣີເມຍລີກ ລະດູການນີ້ ແລະ ປາເກຕາ ກໍໜ້າຈະເປັນຄຳຕອບສຸດທ້າຍເມື່ອ ເບິ່ງຈາກຜົນ ງານຂອງລາວທີ່ຍິງໄປ 21 ປະຕູ ກັບ 14 ແອສຊິສ ຕະຫລອດການລົງສະໜາມ 80 ນັດໃຫ້ ລີຢົງ.