5 ວິທີເພີ່ມຮໍໂມນແຫ່ງຄວາມຮັກແບບງ່າຍໆ.

ຮໍໂມນແຫ່ງຄວາມຮັກ ຫລື ອັອກຊິໂຕຊິນ O xytocin ຕາມຫລັກແລ້ວຮໍໂມນນີ້ຈະສົ່ງຜົນຕໍ່ຄວາມຮູ້ສຶກຂອງເຮົາ ເຮັດໃຫ້ຮູ້ສຶກຜູກພັນກັບຄົນທີ່ເຮົາຮັກ, ຄວາມເຊື່ອໃຈ, ຄວາມຮັກຄວາມປອດໄພ. ມື້ນີ້ພວກເຮົາມີເຄັດລັບງ່າຍໆທີ່ຈະເພີ່ມຮໍໂມນແຫ່ງຄວາມຮັກນີ້ມາແນະນຳບັນດາທ່ານ.
ປົກກະຕິແລ້ວຮໍໂມນອັອກຊິໂຕຊິນຫລັ່ງຕອນໃດ ? Oxytocin ຖືກຫລັ່ງອອກມາຈາກຕອນກອດ, ສຳຜັດ, ມີເພດສຳພັນ ຫລື ຕອນທີ່ແມ່ຍິງກຳລັງຈະເກີດລູກ, ແຕ່ຫາກເຮົາບໍ່ສາມາດເຮັດຕາມຂໍ້ເຫລົ່ານີ້ໄດ້ ລອງເຮັດຕາມວິທີຕໍ່ໄປນີ້ :
- ໂຢຄະ : ການອອກກຳລັງກາຍດ້ວຍໂຢຄະນັ້ນມີປະໂຫຍດຫລວງຫລາຍ ເຊັ່ນ : ຫລຸດຄວາມເຄັ່ງຄຽດ, ຄວາມວິຕົກກັງວົນ, ນອນຫລັບດີຂຶ້ນ, ຮ່າງກາຍແຂງແຮງ, ມີການອ້າງອີງການວິໄຈຈາກປີ 2013 ວ່າການຫລິ້ນໂຢຄະອາດຈະຊ່ວຍເພີ່ມການຜະລິດ Oxytocin ຂຶ້ນໄດ້ຄືກັນ ຈາກການສຶກສາກຸ່ມໂຕຢ່າງ 15 ຄົນໃຫ້ຝຶກໂຢຄະເປັນເວລາ 1 ເດືອນ ພົບວ່າກຸ່ມໂຕຢ່າງມີລະດັບ Oxytocin ທີ່ສູງຂຶ້ນ, ການຮັບຮູ້ອາລົມ ແລະ ການເຮັດວຽກທາງສັງຄົມດີຂຶ້ນ.
- ຟັງເພງ : ດົນຕີນັ້ນຊ່ວຍເພີ່ມລະດັບ Oxytocin ໃນຮ່າງກາຍຂອງທ່ານໄດ້ ບໍ່ວ່າຈະມາຈາກການຟັງ ແລະ ຫລິ້ນມັນດ້ວຍໂຕເອງ. ມີການສຶກສາຜູ້ປ່ວຍທີ່ຜ່າຕັດຫົວໃຈ ຄົນທີ່ຟັງເພງຂະນະນອນຢູ່ເທິງຕຽງມີລະດັບ Oxytocin ສູງກ່ວາ ແລະ ຮູ້ສຶກຜ່ອນຄາຍຫລາຍກ່ວາຜູ້ປ່ວຍທີ່ບໍ່ຟັງເພງ. ການທົດລອງ 16 ຄົນ ຫລັງຈາກທີ່ຮຽນຮ້ອງເພງ ທຸກຄົນມີລະດັບ Oxytocin ທີ່ເພີ່ມຂຶ້ນ.
- ບອກໃຜຈັກຄົນວ່າເປັນຫ່ວງ : ການບອກຮັກ, ບອກວ່າເຮົາເປັນຫ່ວງໃຜຈັກຄົນ, ການໄດ້ແບ່ງປັນຄວາມຮູ້ສຶກ ເຊັ່ນ : ຈັບມື, ກອດ ຊ່ວຍເພີ່ມລະດັບ Oxytocin ໄດ້ ໂດຍໄດ້ທັງສອງຝ່າຍນຳອີກ.
- ນວດປະມານ 15 ນາທີ : ການໄດ້ຮັບການນວດ ຫລື ນວດໃຫ້ຄົນອື່ນປະມານ 15 ນາທີ ບໍ່ພຽງສ້າງຄວາມຜ່ອນຄາຍ, ແຕ່ມັນຍັງຊ່ວຍເພີ່ມລະດັບ Oxytocin ໄດ້ນຳ.
- ລ້ຽງໝາ : ຫາກທ່ານລ້ຽງໝາ ຫລື ມີໝາຢູ່ແລ້ວ ຂໍ້ນີ້ໜ້າຈະເໝາະສົມກັບທ່ານເລີຍ ຫາກກຳລັງຮູ້ສຶກບໍ່ດີ ພຽງແຕ່ລູບຫົວໝາ, ກອດໝາ, ຫລິ້ນກັບໝາຈັກໜ້ອຍ ກໍຈະເຮັດໃຫ້ລະດັບ Oxytocin ສູງຂຶ້ນ ເຮັດໃຫ້ທ່ານຮູ້ສຶກສະບາຍໃຈຫລາຍຂຶ້ນ.
ເຖິງວ່າວິທະຍາສາດຈະກ້າວໜ້າປານໃດ ບາງເລື່ອງກໍຍັງຫາຄຳອະທິບາຍກ່ຽວກັບຄວາມຮັກ ເຊັ່ນ : Oxytocin ບໍ່ໄດ້ ກໍອາດຈະກົງກັບຄຳທີ່ວ່າ ພະລັງຄວາມຮັກນັ້ນຍິ່

