ໂຣເຈີ ເຟເດີເຣີ ຄອງແຊ໊ມນັກເທນນິສລາຍໄດ້ສູງສຸດປີ 2022 ເປັນປີທີ 17 ຕິດຕໍ່ກັນ

ໂຣເຈີ ເຟເດີເຣີ ນັກເທນນິສປະສົບການຫລາຍຄອງແຊ໊ມນັກເທນນິສທີ່ມີລາຍໄດ້ສູງສຸດປະຈຳປີ 2022 ພ້ອມເປັນແຊ໊ມໃນຕຳ ແໜ່ງດັ່ງກ່າວປີທີ 17 ຕິດຕໍ່ກັນ.

ສຳລັບ ເຟເດີເຣີ ອາຍຸ 41 ປີ ບໍ່ໄດ້ລົງແຂ່ງຂັນມາເປັນເວລາ 14 ເດືອນ ຫລື ນັບຕັ້ງແຕ່ການແຂ່ງຂັນເທນນິສແກຣນສະແລມ ວິມເບິລດັນ 2021 ຫລັງເຂົ້າຮັບການຜ່າຕັດເຂົ່າອີກເທື່ອຫນຶ່ງ.

ແນວໃດກໍຕາມ ເຖິງວ່າຈະບໍ່ໄດ້ລົງແຂ່ງຂັນ ແຕ່ຫລ້າສຸດ Forbs ວາລະສານດ້ານທຸລະກິດຊື່ດັງເປີດເຜີຍວ່າ ນັກເທນນິສອາຍຸ 41 ປີ ລາຍນີ້ຍັງຄອງແຊ໊ມນັກເທນນິສທີ່ມີລາຍຮັບສູງສຸດປະຈຳປີ 2022 ດ້ວຍເງິນຈຳນວນ 90 ລ້ານໂດລາ ສະຫະລັດ ກ່ອນຫັກຄ່າພາສີ ແລະ ຄ່າທຳນຽມ ພ້ອມສົ່ງຜົນໃຫ້ລາວຄອງຕຳແໜ່ງດັ່ງກ່າວເປັນປີທີ 17 ຕິດຕໍ່ກັນ.

ໂດຍລາຍຮັບຂອງ ເຟເດີເຣີ ໃນໄລຍະ 12 ເດືອນທີ່ເກີດຂຶ້ນນັ້ນ ມາຈາກຫລາຍຊ່ອງທາງ ເຊ່ັນ : ການປາກົດຕົວໃນງານຕ່າງໆ ລວມເຖິງການເຮັດທຸລະກິດເປັນຕົ້ນ.

ຂະນະທີ່ອັນດັບ 2 ຄື ນາໂມິ ໂອຊາກະ ນັກເທນນິສຍິງມື 44 ຂອງໂລກ ຈາກຍີ່ປຸ່ນມີລາຍຮັບຢູ່ທີ່ 56,2 ລ້ານໂດລາສະຫະລັດ, ສ່ວນອັນດັບ 3 ຄື ເຊເຣນາ ວິລລຽມ ອະດີດນັກເທນນິສຍິງມື 1 ຂອງໂລກທີ່ກຽມອຳລາວົງການ ຫລັງຈົບການແຂ່ງຂັນ ຢູເອສ ໂອເພັນ 2022 ດ້ວຍລາຍໄດ້ 35,1 ລ້ານໂດລາສະຫະລັດ.