6 ແຂວງພາກກາງ ໃນປີ 2021 ມີເມືອງບັນລຸມາດຕະຖານພົ້ນທຸກ 55 ເມືອງ

ເພື່ອເປັນການທາບທາມຮ່າງບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ, ໃນວັນທີ 25-26 ສິງຫາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມທາບທາມບັນດາເນື້ອໃນວຽກງານດັ່ງກ່າວຂຶ້ນໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກນະຄອນຫຼວງວຽງຈັນ, ທ່ານ ເພັດ ພົມພິພັກ ກຳມະການສູນກາງພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ມີບັນດາສະຫາຍຜູ້ແທນ ແລະ ຄະນະຮັບຜິດຊອບ ຈາກສູນກາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ຊຽງຂວາງ, ຫົວພັນ ແລະ ແຂວງບໍລິຄຳໄຊ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຕີລາຄາການຈັດຕັັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສັ້າງ ໃນໄລຍະຜ່ານມາ (2016-2021) ເຫັນວ່າຜ່ານການຈັດຕັ້ງປະຕິບັດຕົວຈິງ ຢ່າງເປັນລະບົບຕໍ່ເນື່ອງ, ມີລັກສະນະກວມລວມ ແລະ ມີຈຸດສຸມ ຮາກຖານການເມືອງຢູ່ແຕ່ລະບ່ອນໄດ້ຮັບການປັບປຸງ, ມີຖ່ວງທ່າບາດກ້າວທັນສະໄໝ ຢ່າງຮອບດ້ານ ຕາມທິດທາງ ແລະ ຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ໂດຍໄດ້ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ຍົກສູງດ້ານການເມືອງ-ແນວຄິດ, ປັບປຸງລະບົບການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ວຽກງານດ້ານວັດທະນະທຳ-ສັງຄົມ, ວຽກງານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຮັບການຈັດຕັ້ງປະຕິບັດ, ພັດທະນາຢ່າງແຂງແຮງ, ຕາມດຳລັດສະບັບເລກທີ 348/ລບ ໃນປີ 2021 ມີເມືອງບັນລຸມາດຕະຖານພົ້ນທຸກ 55 ເມືອງ, ບ້ານພົ້ນທຸກ 5.030 ບ້ານ, ຄອບຄົວພົ້ນທຸກ 985.053 ຄອບຄົວ, ບ້ານພັດທະນາ 1.009 ບ້ານ ແລະ ຄອບຄົວພັດທະນາ 761.294 ຄອບຄົວ, ວຽກງານ 3 ສ້າງ ຕາມຂໍ້ມູນປີ 2020 ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ມີ 1 ນະຄອນຫຼວງ, 2 ແຂວງ, ບັນລຸການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ມີ 3 ນະຄອນ, 16 ເມືອງ ແລະ ບັນລຸການສ້າງບ້ານເປັນຫົວໜ່ວຍພັດທະນາ 3.038 ບ້ານ.
ພ້ອມນັ້ນ, ຍັງໄດ້ຮັບຟັງຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ທີ່ໄດ້ຍົກໃຫ້ເຫັນສະພາບລວມໃນແຕ່ລະ ໄລຍະ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດ, ຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ຫຼັງຈາກນັ້ນຜູ້ແທນກອງປະຊຸມຍັງໄດ້ຜັດປ່ຽນກັນສະເໜີ, ລາຍງານ ແລະ ປະກອບຄໍາຄິດເຫັນ ໃນບາງບັນຫາສໍາຄັນ ເປັນຕົ້ນແມ່ນທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຍົກລະດັບບັນດາວຽກງານໃຫ້ດີຂຶ້ນ, ການພັດທະນາຄວາມຮູ້ຄວາມສາມາດໃຫ້ພະນັກງານກໍ່ສ້າງຮາກຖານ, ການສ້າງພື້ນຖານໂຄງລ່າງໃຫ້ເຂດຊົນນະບົດ, ສ້າງສາພັດທະນາ, ຍົກລະດັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ເຮັດໃຫ້ຫຼຸດຊ່ອງຫວ່າງຂອງຕົວເມືອງ ແລະ ຊົນນະບົດ, ການປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມເໝາະສົມກັບສະພາບຄວາມເປັນຈິງ ແລະ ວຽກງານອື່ນໆ.