ກໍ່ການຮ້າຍຢູ່ບາເຊໂລນາ ຕາຍ 13 ຄົນ, ບາດເຈັບອີກຫລາຍສິບຄົນ
ຕຳຫລວດແອັສປາຍວິສາມັນຜູ້ຕ້ອງສົງໄສຢ່າງໜ້ອຍ 4 ຄົນ ຢູ່ເມືອງທາງໃຕ້ຂອງເມືອງບາເຊໂລນາ ປ້ອງກັນການລົງມືກໍ່ການຮ້າຍຄັ້ງທີ 2 ພາຍຫລັງເກີດເຫດຄົນຮ້າຍຂັບລົດຕຳປະຊາຊົນເສຍຊີວິດຢ່າງໜ້ອຍ 13 ຄົນ ໃນເຂດທ່ອງທ່ຽວໃຈກາງເມືອງບາເຊໂລນາ.
+ ຣັດເຊຍ-ອິນໂດເນເຊຍ ເພີ່ມ ການຮ່ວມມືຕໍ່ຕ້ານກໍ່ການຮ້າຍ
+ ອົດສະຕຣາລີສະກັດກັ້ນແຜນ ກໍ່ການຮ້າຍລະເບີດເຮືອບິນໄວ້ໄດ້
+ ຜູ້ນຳເວເນຊູເອລາປະນາມການຖິ້ມລະເບີດ ໂຈມຕີສານສູງສຸດເປັນກໍ່ການຮ້າຍ
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງບາເຊໂລນາ ປະເທດແອັສປາຍ ໃນວັນທີ 18 ສິງຫາວ່າ: ສຳນັກງານຕຳຫລວດໃນແຄວ້ນກາຕາລຸຢາ ທາງຕອນເໜືອຂອງແອັສປາຍ ສົ່ງເຈົ້າໜ້າທີ່ຈຳນວນຫລາຍລົງພື້ນທີ່ໃນເມືອງແກມບຣິວ ເຊິ່ງຫ່າງຈາກເມືອງບາເຊໂລນາລົງໄປທາງຕອນໃຕ້ປະມານ 120 ກິໂລແມັດ ໃນຕອນຂ້ອນແຈ້ງຂອງວັນທີ 18 ສິງຫາ ເພື່ອປະຕິບັດການຕໍ່ຕ້ານການກໍ່ການຮ້າຍ ໂດຍເຈົ້າໜ້າທີ່ວິສາມັນຄົນຮ້າຍຢ່າງໜ້ອຍ 4 ຄົນ ແລະ ຈັບເປັນໄດ້ອີກ 1 ຄົນໃນສະພາບໄດ້ຮັບບາດເຈັບ. ເບື້ອງຕົ້ນມີການຕັ້ງສົມມຸດຖານວ່າກຸ່ມຄົນຮ້າຍທັງໝົດຢູ່ລະ ຫວ່າງກຽມການກໍ່ການຮ້າຍໃນພື້ນທີ່.
ທັງນີ້, ເຫດການຢູ່ເມືອງແກມບຣິວເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ພາຍຫລັງຄົນຮ້າຍຂັບລົດຕູ້ສີຂາວຕຳປະຊາຊົນບໍ່ເລືອກໜ້າ ໃນເຂດລາສແຮມບາສ ເຊິ່ງເປັນພື້ນທີ່ທຸລະກິດ ແລະ ໜຶ່ງໃນແຫລ່ງທ່ອງທ່ຽວມີຊື່ສຽງ ຕັ້ງຢູ່ແຄມຝັ່ງຂອງເມືອງບາເຊໂລນາ ໃນຕອນບ່າຍວັນທີ 17 ສິງຫາຕາມເວລາທ້ອງຖິ່ນ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ ແລະ ໄດ້ຮັບບາດເຈັບອີກ 80 ຄົນ ໂດຍເຈົ້າໜ້າທີ່ເຜີຍສັນຊາດຂອງຜູ້ເຄາະຮ້າຍວ່າມາຈາກຝຣັ່ງ, ເຢຍລະມັນ, ໂຮນລັງ, ອາກຊັງຕິນ, ເວເນຊູເອລາ, ແບນຊິກ, ອົດສະຕຣາລີ, ຮົງກາລີ, ເປຣູ, ຣູມານີ, ອຽກລັກ, ເກຣັກ, ກູບາ, ໂມຣິຕານີ, ຈີນ, ອີຕາລີ, ອານຈີຣີ ແລະ ແອັສປາຍ ແຕ່ຍັງບໍ່ມີການລະບຸຢ່າງຈະແຈ້ງວ່າສັນຊາດທັງໝົດນີ້ເປັນຂອງຜູ້ເສຍຊີວິດ ຫລື ຜູ້ໄດ້ຮັບບາດເຈັບ ຫລື ທັງສອງກຸ່ມ.
ສ່ວນສຳນັກຂ່າວອາມັດຂອງກຸ່ມ IS ອອກຖະແຫລງການຮັບອ້າງຕາມຄວາມຄາດໝາຍ, ຂະນະທີ່ນາຍົກລັດຖະມົນຕີ ມາຣິອາໂນ ຣາຮອຍ ຜູ້ນຳແອັສປາຍ ກ່າວປະນາມເຫດການທີ່ເກີດຂຶ້ນຢ່າງໜັກ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມການຮ່ວມມືໃນການຜະເຊີນ ແລະ ຮັບມືກັບໄພຄຸກຄາມຈາກການກໍ່ການຮ້າຍ.
ຕໍ່ມາເຈົ້າໜ້າທີ່ເປີດເຜີຍການຄວບຄຸມຕົວຜູ້ຕ້ອງສົງໄສຢ່າງໜ້ອຍ 2 ຄົນ ໜຶ່ງໃນນັ້ນຄືທ້າວ ດຣິສ ໂອບາຄີ ເປັນຊາວແອັສປາຍ ເຊື້ອສາຍໂມຣອກໂກ ເຊິ່ງເຂົ້າມອບຕົວຕໍ່ຕຳຫລວດຫລັງມີການເຜີຍແຜ່ພາບໃບໜ້າຂອງລາວໄປທົ່ວປະເທດ. ເຖິງຢ່າງໃດກໍຕາມ, ໂອບາຄີ ປະຕິເສດມີສ່ວນກ່ຽວຂ້ອງ ແລະ ໃຫ້ການວ່າເອກະສານຂອງລາວທີ່ເຈົ້າໜ້າທີ່ພົບໃນຈຸດເກີດເຫດນັ້ນຖືກຄົນຮ້າຍຂັກໄປ ເພື່ອໃຊ້ເຊົ່າລົດຕູ້ສຳລັບກໍ່ເຫດ. ນອກຈາກນີ້ ມີລາຍງານຜູ້ເສຍຊີວິດອີກຢ່າງໜ້ອຍ 1 ຄົນ ແລະ ໄດ້ຮັບບາດເຈັບອີກ 7 ຄົນ ໃນເຫດລະເບີດຢູ່ເຮືອນຫລັງໜຶ່ງ ໃນເມືອງອັລການາ ທາງຕອນໃຕ້ຂອງເມືອງບາເຊໂລນາ ເຊິ່ງເຈົ້າໜ້າທີ່ສັນນິຖານວ່າເປັນເຮືອນທີ່ຄົນຮ້າຍກຳລັງປະກອບລະເບີດ ແລະ ເກີດຄວາມຜິດພາດ.

