ມອບ-ຮັບ ໂອນ ໜັງສືພິມປະຊາຊົນ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ

ພິທີມອບ-ຮັບ ການໂອນ ໜັງສືພິມປະຊາຊົນ ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ມາຂຶ້ນກັບຄະນະໂຄສະນາອົບຮົມສູງກາງພັກ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ ນີ້ ຢູ່ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ; ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍບັນດາຄະນະນໍາຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ການມອບ-ຮັບໂອນໃນຄັ້ງນີ້, ໄດ້ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 176/ນຍ, ລົງວັນທີ 9/6/2022 ວ່າດ້ວຍການມອບໂອນໜັງສືພິມປະຊາຊົນ ໃຫ້ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ; ອີງຕາມການຕົກລົງເຫັນດີໃນກອງປະຊຸມຄະນະນຳລະຫວ່າງຄະນະໂຄນະນາອົບຮົມສູນກາງພັກ ແລະ ກະຊວງ ຖວທ ຄັ້ງວັນທີ 8 ສິງຫາ 2022; ເພື່ອເຮັດໃຫ້ກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບການປັບປຸງເປັນລະບົບຄົບຊຸດ, ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ແລະ ແບບບແຜນການນຳພາ ທີ່ສາມາດປະຕິບັດພາລະບົດບາດເປັນເສນາທິການທາງດ້ານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃນການຊີ້ນຳ-ນຳພາວຽກງານດັ່ງກ່າວໃນໄລຍະໃໝ່; ເພື່ອເພີ່ມທະວີຄວາມສາມາດ ແລະ ກຳລັງແຮງໃນການເຄື່ອນໄຫວໂຄສະນາ, ເຜີຍແຜ່ມະຕິ, ຄໍາສັ່ງ ແລະ ແນວທາງນະໂຍບາຍຂອງພັກ-ລັດ, ວຽກງານສຶກສາອົບຮົມການເມືອງ-ແນວຄິດກໍຄືວຽກງານໂຄສະນາອົບຮົມໃຫ້ມີຄວາມເຂັ້ມແຂງ; ເພື່ອປະຕິບັດຍຸດທະສາດວຽກງານໂຄສະນາອົບຮົມໃນສະເພາະໜ້າ ແລະ ຍາວນານ ໄປສູ່ຄຸນນະພາບໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງພັກໃຫ້ມີຜົນສຳເລັດເປັນກ້າວໆ.
ທ່ານ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ກ່າວວ່າ: ໜັງສືພິມ ປະຊາຊົນ ໃນປັດຈຸບັນ, ແມ່ນໜັງສືພິມລາວອິດສະລະໃນເມື່ອກ່ອນ ໄດ້ກໍາເນີດເກີດຂຶ້ນໃນວັນທີ 13 ສິງຫາ 1950 ຊຶ່ງເປັນວັນດຽວກັນກັບພັກໄດ້ສ້າງຕັ້ງໂຮງພິມປະຕິວັດຂຶ້ນ ແລະ ທີ່ມາຂອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍໃນປັດປະຈຸບັນ ປີນີ້ມີອາຍຸຄົບຮອບ 72 ປີ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄລຍະຜ່ານມາໄດ້ເຮັດບົດບາດໃນການເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໜາຍຂອງລັດ ແຜນພັດທະນາເສດຖະກິດ-ສັງຄົມ, ໃຫ້ປະຊາຊົນເຂົ້າໃຈ ແລະ ສ່ອງແສງຄວາມຂ້ອງໃຈຂອງປະຊາຊົນໃຫ້ແກ່ພັກ-ລັດຖະບານເປັນຂົວຕໍ່ລະຫວ່າງພັກ ກັບປະຊາຊົນ, ເປັນເວທີສະແດງຄໍາຄິດຄໍາເຫັນຂອງມະຫາຊົນ, ນໍາສະເໜີຂ່າວການເມືອງເສດຖະກິດ-ສັງຄົມ ແລະ ຂົງເຂດອື່ນໆ. ໜຶ່ງປີຜ່ານມາ ຄະນະພັກ ຄະນະບັນນາທິການ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາປະຕິບັດໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມເປັນເຈົ້າການ ເພື່ອໂຄສະນາເຜີຍແຜ່ວຽກງານຕ່າງໆຂອງພັກ-ລັດ ແລະ ເຮັດລ້ອນໜ້າທີ່ຕາມການມອບໝາຍ ໃນ 1 ປີ ຜ່ານມາ, ສາມາດຜະລິດຂ່າວພາຍໃນອອກສູ່ສັງຄົມໄດ້ທັງໝົດ 9.000 ຂ່າວ, 1.700 ບົດ, ຮູບປະກອບບົດ-ຂ່າວ 6.380 ແຜ່ນ, ຂ່າວຕ່າງປະເທດ 1.620 ຂ່າວ, 280 ບົດ, ຮູບປະກອບ 1.000 ກວ່າແຜ່ນ, ເວັບໄຊ ມີຜູ້ເຂົ້າອ່ານສະເລ່ຍ 15.000 ເທື່ອຄົນຕໍ່ມື້, ເຟສບຸກ ມີຜູ້ເຂົ້າອ່ານທັງໝົດ 23.000 ເທື່ອຄົນ, ສະເລ່ຍມີຜູ້ເຂົ້າອ່ານ 5.000 ເທື່ອຄົນຕໍ່ມື້; ການພິມຈໍາໜ່າຍໜັງສືພິມ ປະຊາຊົນແມ່ນ 2.000 ສະບັບຕໍ່ມື້ ມາຮອດປັດຈຸປັນ ແມ່ນຫຼຸດລົງເຫຼືອພຽງແຕ່ 1.200 ສະບັບຕໍ່ມື້.
ລົງນາມມອບ-ຮັບ ການໂອນໜັງສືພີມດັ່ງກ່າວ ລະຫວ່າງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ຖວທ.
อาจเป็นรูปภาพของ 1 คน และ กำลังยืน
ທ່ານ ບຸນທອງ ຈິດມະນີ ໄດ້ຕາງໜ້າພັກ ແລະ ລັດຖະບານ ສະແດງຄວາມຊົມເຊີຍ ທີ່ສອງພາກສ່ວນກ່ຽວຂ້ອງໄດ້ມີຄວາມຕັດສິນໃຈສູງ ໃນການປັບປຸງກົງຈັກໄປຕາມທິດຊີ້ນໍາຂອງຂັ້ນເທິງ ໂດຍສະເພາະໃຫ້ກົງຈັກກະທັດຮັດສອດຄ່ອງກັບສະພາບຕົວຈິງ ຫຼື ວຽກໃດຄ້າຍຄືກັນແມ່ນໃຫ້ໂຮມເຂົ້າກັນ. ແນວໃດກໍຕາມ ໃນຕໍ່ໜ້ານີ້, ພາຍຫຼັງມອບໂອນໃຫ້ຄະນະໂຄສະນາອົບຮົມສູນກາງພັກ ສືບຕໍ່ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ທີ່ມີໜັງສືພິມປະຊາຊົນຂຶ້ນກັບນີ້ ໃຫ້ສໍາເລັດໂດຍໄວ ເພື່ອຂັບເຄື່ອນວຽກງານໃຫ້ຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນຂຶ້ນຕື່ມ, ສັບຊ້ອນຈັດວາງບຸກຄະລາກອນເຂົ້າບັນດາຕໍາແໜ່ງງານ ໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງຂອງພະນັກງານແຕ່ລະຄົນ, ຈັດຕັ້ງແບ່ງວຽກ, ແບ່ງງານ ແລະ ຄວາມຮັບຜິດຊອບ ພາຍໃນຄະນະພັກ, ຄະນະນໍາຄືນໃໝ່ ສອດຄ່ອງຕາມໂຄງປະກອບກົງຈັກທີ່ໄດ້ປັບປຸງໃໝ່ ແລະ ດໍາເນີນຕາມລະບອບແບບແຜນການນໍາພາ ໃຫ້ແທດເຖິງເປັນປົກກະຕິ. ສິ່ງສຳຄັນໃຫ້ສືບຕໍ່ປັບປຸງເນື້ອໃນ ໃຫ້ເປັນທີ່ດຶງດູດມວນຊົນເຂົ້າອ່ານນັບມື້ນັບຫຼາຍຂຶ້ນ, ນໍາໃຊ້ສື່ອອນລາຍ ເຮັດໜ້າທີ່ຕອບແກ້ບັນຫາເລັ່ງທວງ ທີ່ປະຊາຊົນພົບພໍ້, ສະເໜີ ໂດຍສອດຄ່ອງກັບແນວທາງ, ລັດຖະທໍາມະນູນ, ກົດໝາຍ; ຕໍ່ສູ້-ຕອບຕ້ານ, ແກ້ຂ່າວ ຂໍ້ມູນທີ່ຜິດພ້ຽນ, ບິດເບືອນ, ໃສ່ຮ້າຍປ້າຍສີ ຂອງພວກຄົນບໍ່ດີ ຫຼື ສັງຄົມທີ່ບໍ່ເຂົ້າໃຈ ໃຫ້ທັນການ, ໂດຍສະເພາະການຂຽນບົດ-ຂ່າວຕ້ອງຖືກຕ້ອງ, ຊັດເຈນ, ວ່ອງໄວ ແລະ ທັນການ.