6 ວິທີເລືອກຜ້າອ້ອມສຳເລັດຮູບໃຫ້ລູກໃສ່ສະບາຍໝົດມື້ ໝົດກັງວົນເລື່ອງປຽກຊຸ່ມ.

- ເລືອກຂະໜາດທີ່ເໝາະສົມ : ການເລືອກຂະໜາດທີ່ເໝາະສົມຂອງຜ້າອ້ອມສຳເລັດຮູບ ຈະຕ້ອງເນັ້ນໃສ່ນຳ້ໜັກຂອງລູກ ເຊິ່ງພໍ່ແມ່ຫລາຍຄົນມັກເຂົ້າໃຈຜິດໄປເລືອກຕາມອາຍຸຂອງລູກ ທັງນີ້ການເລືອກຂະໜາດຂອງຜ້າອ້ອມສຳເລັດຮູບນັ້ນ ຈະຕ້ອງໃຫ້ລູກໃສ່ໄດ້ພໍດີໂຕ ຫ້າມຄັບບໍລິເວນຂອບແອວ ແລະ ຂອບຂາ ເພາະຈະສົ່ງຜົນໃຫ້ເກີດການອັບຊຸ່ມຕາມມາ.
- ຊຶມຊັບໄດ້ດີ : ຜ້າອ້ອມສຳເລັດຮູບທີ່ຊຶມຊັບໄດ້ດີ ຈະຊ່ວຍປ້ອງກັນບໍ່ໃຫ້ເກີດການອັບຊຸ່ມໄດ້ງ່າຍ ທັງຍັງຊ່ວຍໃຫ້ຜິວສຳຜັດຂອງລູກແຫ້ງສະບາຍໃນຂະນະໃສ່ນຳອີກ ເຊິ່ງການເລືອກຜ້າອ້ອມສຳເລັດຮູບທີ່ຊຶມຊັບໄດ້ດີນັ້ນຍັງຊ່ວຍໃຫ້ລູກລ່າເລີງ ແລະ ບໍ່ຫງຸດຫງິດໄດ້ງ່າຍ ເພາະສາມາດໃສ່ຜ້າອ້ອມສຳເລັດຮູບໄດ້ດົນຫລາຍຊົ່ວໂມງ ໂດຍບໍ່ເກີດອາການຄັນ ຫລື ອັບຊຸ່ມແຕ່ຢ່າງໃດ.
- ລະບາຍອາກາດໄດ້ດີ : ຕາມສະພາບອາກາດໃນປະເທດເຮົານັ້ນ ພໍ່ແມ່ຈະຕ້ອງເລືອກຜ້າອ້ອມສຳເລັດຮູບທີ່ລະບາຍອາກາດໄດ້ດີ ເພາະການໃສ່ຜ້າອ້ອມສຳເລັດຮູບເປັນຊົ່ວໂມງ ມີໂອກາດເກີດການອັບຊຸ່ມໄດ້ງ່າຍ ຖ້າຜ້າອ້ອມສຳເລັດຮູບທີ່ໃສ່ໃຫ້ລູກລະບາຍອາກາດໄດ້ບໍ່ດີພໍ. ນອກຈາກນີ້, ການໃສ່ຜ້າອ້ອມສຳເລັດຮູບທີ່ລະບາຍອາກາດໄດ້ດີນັ້ນຍັງຊ່ວຍໃຫ້ລູກບໍ່ສ່ຽງເປັນຕຸ່ມຝົດຜື່ນຈາກຄວາມອັບຊຸ່ມນຳອີກ.
- ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ : ຜ້າອ້ອມສຳເລັດຮູບທີ່ເລືອກໃຫ້ລູກໃສ່ຈະຕ້ອງບໍ່ກໍ່ໃຫ້ເກີດການລະຄາຍເຄືອງຜິວ ດັ່ງນັ້ນ ຈຶ່ງຕ້ອງເລືອກຜ້າອ້ອມສຳເລັດຮູບທີ່ຜ່ານການທົດລອງແລ້ວວ່າບໍ່ກໍ່ໃຫ້ເກີດການແພ້ຕໍ່ຜິວເດັກນ້ອຍ ທັງນີ້ພໍ່ແມ່ສາມາດເລືອກຊື້ຜ້າອ້ອມສຳເລັດຮູບທີ່ມີການລະບຸໄວ້ວ່າ ຜ່ານການທົດລອງໄຮໂປອັລເລີເຈນິກ ເຊິ່ງເປັນຜ້າອ້ອມສຳເລັດຮູບທີ່ໝັ້ນໃຈໄດ້ວ່າບໍ່ເຮັດໃຫ້ເກີດການແພ້ຕໍ່ຜິວເດັກນ້ອຍຢ່າງແນ່ນອນ.
- ສະດວກຕໍ່ການໃຊ້ງານ : ການເລືອກຜ້າອ້ອມສຳເລັດຮູບທີ່ສະດວກຕໍ່ການໃຊ້ງານກໍແມ່ນຈະຕ້ອງຄຳນຶງເຖິງການເດີນທາງໄກ ຫລື ການພາລູກອອກໄປເຮັດກິດຈະກຳນອກເຮືອນນັ້ນເອງ ໂດຍຈະຕ້ອງເລືອກຜ້າອ້ອມສຳເລັດຮູບທີ່ໃສ່ ແລະ ແກ້ໄດ້ງ່າຍ, ຊຶມຊັບດີ, ຊ່ວຍໃຫ້ລູກນອນຫລັບໄດ້ສະບາຍ, ບໍ່ກໍ່ໃຫ້ເກີດການລະຄາຍເຄືອງ ແລະ ບໍ່ເຮັດໃຫ້ເກີດການອັບຊຸ່ມ ຈົນເຮັດໃຫ້ລູກເກີດອາການຫງຸດຫງິດ.
- ຄຸນນະພາບກຸ້ມລາຄາ : ນອກຈາກການເລືອກຜ້າອ້ອມສຳເລັດຮູບທີ່ຊຶມຊັບດີ, ບໍ່ເຮັດໃຫ້ເກີດການລະຄາຍເຄືອງ, ລະບາຍອາກາດໄດ້ດີ, ຂະໜາດທີ່ເໝາະສົມ ແລະ ສະດວກຕໍ່ການໃຊ້ງານແລ້ວ ຈະຕ້ອງຄຳນຶງເຖິງລາຄານຳ ເຊິ່ງຈະຕ້ອງຄຳນວນໃຫ້ດີວ່າຜ້າອ້ອມສຳເລັດຮູບທີ່ເລືອກນັ້ນ ຄຸນນະພາບ ແລະ ລາຄາເໝາະສົມກັນຫລືບໍ່ ເນື່ອງຈາກຜ້າອ້ອມສຳເລັດຮູບແມ່ນສິ່ງທີ່ພໍ່ແມ່ຈະຕ້ອງເສຍເງິນຈ່າຍທຸກມື້ໂດຍປະຕິເສດບໍ່ໄດ້ເລີຍ.
- ສຳລັບພໍ່ແມ່ທີ່ບໍ່ຮູ້ວ່າຈະຕ້ອງເລືອກຜ້າອ້ອມສຳເລັດຮູບໃຫ້ລູກໃສ່ແບບໃດ ລອງເບິ່ງຈາກ 6 ວິທີເລືອກຜ້າອ້ອມສຳເລັດຮູບທີ່ພວກເຮົາເອົາມາເປັນແນວທາງ ຢ່າງໜ້ອຍກໍຊ່ວຍໃຫ້ສາມາດຕັດສິນໃຈຊື້ໄດ້ງ່າຍກ່ວາເກົ່າ.

