ກ່ອນຕະຫລາດປິດ ເທນ ຮາກ ແຈ້ງກັບທີມ ກຽມປ່ອຍ 9 ນັກເຕະພົ້ນທີມ

ເອຣິກ ເທນ ຮາກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ຍອດທີມໃນອັງກິດ ຕົກເປັນຂ່າວ ແຈ້ງກັບທີມໃຫ້ດຳເນີນການ ປ່ອຍຕົວອີກ 9 ນັກເຕະ ອອກຈາກທີມກ່ອນທີ່ຕະຫລາດຊື້ຂາຍຈະປິດຕົວລົງ.
ເອຣິກ ເທນ ຮາກ ຜູ້ຈັດການທີມຊາວເນເທີແລນຂອງ ແມນເຊສເຕີ ຢູໄນເຕັດ ທີມດັງແຫ່ງພຣີເມຍລີກ ອັງກິດ ຕົກເປັນຂ່າວ ແຈ້ງກັບສະໂມສອນຕົ້ນສັງກັດໃຫ້ດຳເນີນການປ່ອຍຕົວອີກ 9 ນັກເຕະ ອອກຈາກທີມກ່ອນທີ່ຕະຫລາດຊື້ຂາ່ຍຈະປິດຕົວ ລົງໃນໄລຍະທ້າຍເດືອນນີ້ ເນື່ອງຈາກບໍ່ໄດ້ຢູ່ໃນແຜນການເຮັດທີມຂອງຕົນເອງ.
ເປັນທີ່ເຂົ້າໃຈກັນວ່ານັກເຕະກຸ່ມດັ່ງກ່າວທີ່ ເທນ ຮາກ ຕ້ອງການປ່ອຍອອກຈາກທີມ ເຊ່ັນ : ຟິລ ໂຈນ, ແບຣນດອນ ວິລລຽມ, ອັກເຊລ ຕວນເຊເບ ນອກຈາກນີ້ຍັງມີ ອາຣອນ ວານ ບິສຊາກາ ລວມເຖິງ ເອຣິກ ໄບຢີ ທີ່ກຽມຈະຍ້າຍໄປຫລິ້ນໃຫ້ກັບ ໂອລິມປິກ ມາກເຊ ຖືກນັບລວມຢູ່ໃນເຄືອຂ່າຍນີ້ ຕະຫວລອດຈົນຮອດ ຄຣິສຕຽນໂນ ໂຣນັລໂດ ທີ່ຕ້ອງການຍ້າຍທີມ, ແຮຣີ ແມັກໄກວ ທີ່ມີຂ່າວເຊື່ອມໂຍງກັບ ເຊລຊີ, ເຈມ ກາເນີ ທີ່ທີມຕ້ອງການຂາຍອອກໄປ ລາມໄປເຖິງ ຟາດຸນໂດ ເຟລລິສຕຣີ ຫລື ອາຫມັດ ດິຢັລໂລ ຕຣາໂອເຣ ຄົນໃດຄົນຫນຶ່ງ.
ສຳລັບ ເອຣິກ ເທນ ຮາກ ຫາກໍພາ ແມນເຊສເຕີ ຢູໄນເຕັດ ເປີດບ້ານເອົາຊະນະ ລີເວີພູລ ຄູ່ຮັກຄູ່ແຄ້ນຕະຫລອດການ 2-1 ໃນເສິກແດງເດືອດເມື່ອຄືນວັນຈັນທີ່ຜ່ານມາ ແລະ ມີໂປແກຣມນັດຕໍ່ໄປດ້ວຍການບຸກໄປຢາມ ເຊົາແທມຕັນ ໃນວັນເສົາທີ 27 ສິງຫານີ້ (ຕາມເວລາໃນລາວ ).

