ເຊລຊີ ຫມັ້ນໃຈປິດບັນຊີຊື້ ໂອບາເມຢອງ ເສີມຫນ້າ ຄາດຄ່າຕົວ 20 ລ້ານປອນ

ສື່ອັງກິດລາຍງານ ເຊລຊີ ຫມັ້ນໃຈວ່າຈະສາມາດຄວ້າ ປີແອ ເອເມີຣິກ ໂອບາເມຢອງ ກອງໜ້າບາເຊໂລນາ ມາເສີມໜ້າໃນຕະ ຫລາດລະດູການນີ້ດ້ວຍຄ່າຕົວມູນຄ່າປະມານ 20 ລ້ານປອນ.
ສຳລັບ ເຊລຊີ ຕົກເປັນຂ່າວເຊື່ອມໂຍງກັບ ໂອບາເມຢອງ ມາໄລຍະໜຶ່ງຫລັງພວກເຂົາຕ້ອງການຜູ້ຫລິ້ນໃຫມ່ໃນຕຳແໜ່ງດາວ ຍິງເຂົ້າມາຮ່ວມທີມ ແທນທີ່ ໂຣເມລູກ ລູກາກູ ເຊິ່ງຍ້າຍກັບໄປ ອິນເຕີ ມິລານ ແບບຢືມຕົວ ຂະນະທີ່ຕົວນັກເຕະເອງກໍ ຕ້ອງການ ອຳລາ ບາເຊໂລນາ ເນື່ອງຈາກການຍ້າຍມາຂອງ ໂຣເບີດ ເລວານດອບສະກີ.
ຈົນຫລ້າສຸດ ເດລີ ເມລ ສື່ໃນອັງກິດລະບຸວ່າ : ເຊລຊີ ຫມັ້ນໃຈວ່າ ຈະສາມາດເຊັນສັນຍາກັບອະດີດດາວເຕະ ອາເຊນອລ ລາຍ ນີ້ມາຮ່ວມທີມໃນຕະຫລາດໜ້າຮ້ອນ ຫລັງການເຈລະຈາລະຫວ່າງ 3 ຝ່າຍຄືບໜ້າໄປໃນທາງບວກ.

