ລັດຖະບານ ສຸມຄວາມພະຍາຍາມຢ່າງສຸດຂີດ ເພື່ອປັບປຸງສະພາບແວດລ້ອມການລົງທຶນພາຍໃນປະເທດເຮົາໃຫ້ດີຂຶ້ນ ແຕ່ກໍມີຫາງສຽງບາງບັນຫາ

ໂດຍ: ມຶກບໍ່ແຫ້ງ

ການລົງທຶນທີ່ຫວັງກຳໄລ ຕ້ອງຂື້ນກັບຫຼາຍປັດໄຈ ໃນນັ້ນກໍແມ່ນການເອື້ອອຳນວຍຄວາມສະດວກຂອງລັດຖະບານເພື່ອຊຸກຍູ້ການລົງທຶນທີ່ມີຄຸນນະພາບ ທັງຮັບປະກັນປະສິດທິຜົນຂອງການລົງທຶນ.

ການລົງທຶນຂອງພາກສ່ວນເອກະຊົນ ທັງພາຍໃນ ແລະຕ່າງປະເທດ ແມ່ນປັດໄຈສຳຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາ. ຍາມໃດກໍຖືວ່າການຂົນຂວາຍ ແລະ ສ້າງແຮງດຶງດູດການມາລົງທຶນ ຂອງນັກລົງທຶນຖືວ່າແມ່ນບຸລິມະສິດຂອງລັດຖະບານເຮົາ.

ເມື່ອບໍ່ດົນມານີ້ຜູ້ຂຽນໄດ້ມີໂອກາດລົງຕິດຕາມ ແລະຊຸກຍູ້ນັກລົງທຶນຮ່ວມກັບພາກລັດ ເຊິ່ງພວກເຮົາໄດ້ຢ້ຽມຢາມ ສອງຂະແໜງການຄື ການພະລັງງານໄຟຟ້າ ແລະ ກະສິກຳ ທີ່ເປັນສອງຂະແໜງການທີ່ນຳໜ້າຂອງການພັດທະນາໃນປະເທດເຮົາ ເຊິ່ງຂະແໜງກະສິກຳປະກອບສ່ວນເຂົ້າໃນ ຜະລິດຕະພັນລວມຂອງ ປະເທດເຮົາ ຢູ່ທີປະມານ 17% ແລະ ອຸດສາຫະກຳ 32% ເພາະສະນັ້ນ ການຊຸກຍູ້ຂອງສອງ ຂະແໜງການດັ່ງກ່າວທີ່ຖືວ່າເປັນເລື່ອງສຳຄັນ.

ພອມນັ້ນ ສປປລາວ ເຮົາຖືກຈັດໃຫ້ເປັນອັນດັບ ທີ 154 ຂອງ 190 ຂອງດັດຊະນີ ຄວາມງ່າຍໃນການດຳເນີນ ທຸລະກິດ ໃນປີ 2019. ເພາະສະນັ້ນ ຈຶ່ງຖືວ່າທ້າທາຍສົມຄວນ ສຳລັບສະພາບແວດລ້ອມການລົງທຶນ ພາຍໃນປະເທດເຮົາ ເຊິ່ງອັນນີ້ ເຮັດໃຫ້ບັນດານັກລົງທຶນມີຄວາມງໍ້ງ່ຽງ ທີ່ຈະຈົກກະເປົາມາລົງທຶນຢູ່ປະເທດເຮົາ ເພາະຫຼາຍຄົນກໍໝົດຕົວກັບບ້ານ.

ບັນຫາສຳຄັນຕົ້ນຕໍທີ່ໄດ້ຟັງຈາກປາກນັກລົງທຶນກໍແມ່ນວ່າ ຄວາມບໍ່ຊັດເຈນຂອງຂະບວນການແລ່ນເອກະສານ ແລະມີຄວາມຊັກຊ້າ, ລະບົບອາກອນ-ພາສີ ທີ່ມີຄວາມສັບສົນ ສ້າງອຸປະສັກໃນການສົ່ງອອກສິນຄ້າ ເຮັດໃຫ້ຜູ້ປະກອບການ ສູນເສຍຜົນປະໂຫຍດຢ່າງຫຼວງຫຼາຍ, ຂາດຄວາມໄວ້ເນື້ອເຊື່ອໃຈຈາກຄູ່ຄ້າ, ປະຊາຊົນກໍເສຍຜົນປະໂຫຍດໄປຕາມໆກັນ.

ພ້ອມນັ້ນ, ການພົວພັນປະສານສົມທົບລະຫວ່າງ ພາກລັດດ້ວຍກັນ ໃນການລົງເຮັດວຽກ ຊຸກຍູ້ ນັກລົງທຶນນັ້ນກໍເຫັນວ່າຍັງເຮັດບໍ່ໄດ້ດີ, ລົງຊຸກຍູ້ນັກລົງທຶນຜູ້ດຽວ ພໍໃຜພໍມັນຂອງພາກລັດ, ຂາດການແລກປ່ຽນຂໍ້ມູນນຳກັນ ເຮັດໃຫ້ນັກລົງທຶນຕ້ອງໄດ້ຄອຍຕ້ອນຮັບພາກສ່ວນລັດດຸຈົນເກີນໄປ, ເຮັດໃຫ້ເສຍເວລາ ທີ່ມີຜົນກະທົບຕໍ່ການດຳເນີນທຸລະກິດ.

ຍິ່ງໄປກວ່ານັ້ນ ບາງຂະແໜງການທີ່ຕິດພັນກັບການພັດທະນາຊຸມຊົນທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ໂດຍສະເພາະຂະແໜງພະລັງງານໄຟຟ້າ ທີ່ນັກລົງທຶນຢາກຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບ ແລະມີຄວາມຍິນດີໃນການບິແບ່ງງົບປະມານ ຕາມສັນຍາສຳປະທານ ແຕ່ແລ້ວການນຳໃຊ້ງົບປະມານດັ່ງກ່າວນັ້ນ ພັດຊັກຊ້າ ຍ້ອນອຳນາດການປົກຄອງ ໂດຍສະເພາະຂັ້ນ ເມືອງ ແລະແຂວງຍັງບໍ່ທັນໃຫ້ການຮ່ວມມື ແລະມີແບບແຜນເທົ່າທີ່ຄວນ ເຮັດໃຫ້ວຽກງານມີຄວາມຊັກຊ້າ, ຜູ້ໄດ້ຮັບຜົນກະທົບ ກໍຄືພໍ່ແມ່ ປະຊາຊົນທີ່ລໍຄອຍການຊ່ວຍເຫຼືອ.

ແນ່ນອນ ລັດຖະບານເຮົາກຳລັງສຸມຄວາມພະຍາຍາມຢ່າງສຸດຂີດ ເພື່ອປັບປຸງສະພາບແວດລ້ອມການລົງທຶນພາຍໃນປະເທດເຮົາໃຫ້ດີຂຶ້ນ ເລັ່ງໃສ່ ອັນດັບດັດຊະນີຄວາມງ່າຍໃນການດຳເນີນທຸລະກິດໃຫ້ດີກວ່າເກົ່າ ແລະ ຜູ້ຂຽນສັງເກດເຫັນວ່າ ການສ້າງຄວາມອາດສາມາດ ແກ່ພາກສ່ວນທີ່ກ່ຽວຂ້ອງຂອງລັດ ໃນການລົງຊຸກຍູ້ຢ່າງຈິງຈັງຈິງໃຈ ໃຫ້ນັກລົງທຶນສາມາດດຳເນີນທຸລະກິດທີ່ມີກຳໄລ, ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ-ສັງຄົມ ແມ່ນຈຳເປັນເລັ່ງດ່ວນທີ່ສຸດ.

ຄຽງຄູ່ກັບການຮັບປະກັນວ່າໂຄງການລົງທຶນມີຄວາມຮັບຜິດຊອບຕໍ່ສັງຄົມ-ສິ່ງແວດລ້ອມ, ປະຕິບັດຕາມສັນຍາການລົງທຶນ ແລະລະບຽບກົດໝາຍຂອງ ສປປລາວ ພວກເຮົາກໍຄວນໃຫ້ຄວາມສະດວກ, ຊ່ວຍເຫຼືອນັກລົງທຶນເຫຼົ່ານັ້ນໃຫ້ສາມາດປະສົບຜົນສຳເລັດໄດ້ກຳໄລດີ, ມີຜົນປະໂຫຍດຕໍ່ປະເທດພວກເຮົາ.