ເຜີຍສາເຫດ ຄົນມີຄູ່ຕຸ້ຍງ່າຍກ່ວາຄົນໂສດ.

      ຫາກທ່ານຫລິ້ນສື່ສັງຄົມອອນລາຍ, ສື່ Socail Media ຕ່າງໆ ອາດຈະເຄີຍເຫັນຄຳທີ່ເຂົາບອກກັນວ່າ ມີແຟນແລ້ວຈະຕຸ້ຍຂຶ້ນ, ມີຄວາມຮັກແລ້ວນຳ້ໜັກເພີ່ມຂຶ້ນ ຫາກເບິ່ງຈາກສິ່ງທີ່ຍົກມາອ້າງອີງແລ້ວ ກໍອ່າວຈະເປັນຄວາມຈິງຄືກັນ. ມື້ນີ້ພວກເຮົາຈຶ່ງມາສະຫລຸບສັ້ນໆ ວ່າເປັນຫຍັງຄົນທີ່ມີຄູ່ ຫລື ຄົນທີ່ມີແຟນ, ມີຄວາມຮັກດີໆ ຈຶ່ງມີໂອກາດທີ່ນຳ້ໜັກໂຕຈະເພີ່ມຂຶ້ນ ຫລື ຕຸ້ຍຂຶ້ນໄດ້ງ່າຍກ່ວາຄົນໂສດ ຖ້າພ້ອມແລ້ວໄປອ່ານກັນເລີຍ.

  • ຄວາມສຸກ ແລະ ຄວາມສະບາຍໃຈ : ອາດຈະເປັນຄຳຕອບທີ່ຄອບຄຸມທີ່ສຸດສຳລັບເລື່ອງນີ້ ຈາກວຽກງານການວິໄຈຂອງ National Center for Biotecnology ເຜີຍວ່າ : ຄູ່ຮັກທີ່ເປີດເຜີຍວ່າຕົນເອງມີຄວາມສຸກກັບຊີວິດຄູ່ ມັກມີນຳ້ໜັກເພີ່ມຂຶ້ນ ເຫດຜົນທີ່ເປັນແບບນັ້ນກໍຍ້ອນວ່າ ຮູ້ສຶກດີໃນຄວາມສຳພັນ, ຮູ້ສຶກໝັ້ນຄົງ, ໄດ້ພົບສິ່ງທີ່ຖືກໃຈ, ພໍໃຈ, ໄດ້ຢູ່ກັບຄົນທີ່ຈະຍ່າງໄປກັບເຮົາ ມັນສົ່ງຜົນໃຫ້ມີບາງຄວາມຮູ້ສຶກທີ່ເຮັດໃຫ້ຄິດວ່າ ບໍ່ຕ້ອງດູແລຕົນເອງດີ ເພື່ອດຶງດູດໃຜເຂົ້າມາອີກແລ້ວກໍໄດ້. ລອງໃຫ້ນຶກເຖິງຕອນເຮົາເປັນໂສດ ເຮົາພະຍາຍາມເຮັດໃຫ້ໂຕເອງງາມ-ຫລໍ່ໃນສາຍຕາຄົນອື່ນ ອາລົມມັນປະມານນັ້ນ.
  • ທັງຍັງລວມເຖິງກິດຈະກຳອື່ນໆທີ່ຄູ່ຮັກມີຄວາມສຸກມັກເຮັດ ເຊັ່ນ : ພາກັນໄປກິນອາຫານແຊບໆ, ພາກັນໄປກິນອາຫານຄາບພິເສດ ຈຳພວກອາຫານບຸບເຟ້, ຊີ້ນດາດ, ຊີ້ນຈຸ່ມ.
  • ແນວໃດກໍຕາມ, ຜູ້ທີ່ສຶກສາໂຄງການນີ້ກໍລົງທ້າຍໃຫ້ຄຳແນະນຳໄວ້ວ່າ : ຄວນສົນໃຈນຳ້ໜັກທີ່ເພີ່ມຂຶ້ນນຳ ເພາະມັນອາດສົ່ງຜົນຕໍ່ສຸຂະພາບ ສົ່ງຜົນຕໍ່ພະຍາດຕ່າງໆທີ່ອາດຈະຕາມມາໄດ້.
  • ຮູ້ແບບນີ້ແລ້ວ ອາດຈະລອງຫາກິດຈະກຳເພື່ອສຸຂະພາບ ພາກັນໄປຫລິ້ນກິລາ, ແລ່ນຫລິ້ນອອກກຳລັງກາຍສວນສາທາລະນະ ຫລື ພາກັນກິນອາຫານເພື່ອສຸຂະພາບແດ່, ສຸຂະພາບດີໄດ້ຢູ່ຄູ່ກັນ, ເພີ່ມຄວາມຫວານແບບນີ້ໄປອີກຍາວນານ.