ອິນໂດເນເຊຍຢືນຢັນພົບຜູ້ຕິດເຊື້ອ “ໝາກສຸກລີງ” ຄົນທຳອິດໃນປະເທດ

ກະຊວງສາທາລະນະສຸກອິນໂດເນເຊຍຢືນຢັນພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທຳອິດ ເປັນຜູ້ເດີນທາງກັບມາຈາກຕ່າງປະເທດ.

ທ່ານ ໂມຮຳໝັດ ຊາຣິລ ໂຄສົກກະຊວງສາທາລະນະສຸກອິນໂດເນເຊຍ ຖະແຫລງໃນວັນທີ 20 ສິງຫາວ່າ: ຜູ້ຕິດເຊື້ອພະຍາດໝາກສຸກລີງທີ່ພົບຄົນທຳອິດເປັນຜູ້ຊາຍ ອາຍຸ 27 ປີ ເດີນທາງມາຮອດນະຄອນຫລວງຈາກາຕາໃນຕອນຄໍ່າວັນທີ 19 ສິງຫາ ແຕ່ບໍ່ໄດ້ລະບຸວ່າຜູ້ຕິດເຊື້ອເດີນທາງມາຈາກປະເທດໃດ.

ທ່ານ ຊາຣິລ ລະບຸວ່າ: ຜູ້ຕິດເຊື້ອສະແດງອາການເລັກໜ້ອຍ ປັດຈຸບັນກຳລັງຢູ່ລະຫວ່າງການກັກຕົວຢູ່ເຮືອນ ແລະ ໄດ້ມີການຕິດຕາມຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເພື່ອກວດສອບການຕິດເຊື້ອແລ້ວ.

ຈາກການເປີດເຜີຍຂອງໂຄສົກກະຊວງສາທາລະນະສຸກ ອິນໂດເນເຊຍກຳລັງຈັດຫາວັກຊີນປ້ອງກັນພະຍາດໝາກສຸກລີງປະມານ 10.000 ໂດສ ເພື່ອກຽມສັກໃຫ້ຜູ້ທີ່ຢູ່ໃນກຸ່ມສ່ຽງ.

ຂະນະດຽວກັນ, ກະຊວງສາທາລະນະສຸກອິນໂດເນເຊຍຍັງແຈ້ງຕໍ່ປະຊາຊົນວ່າບໍ່ຕ້ອງກັງວົນ ພ້ອມໃຫ້ຄວາມໝັ້ນໃຈວ່າ ພະຍາດໝາກສຸກລີງສາມາດປິ່ນປົວໄດ້ ແລະ ມາຮອດປັດຈຸບັນຈາກການກວດຜູ້ສົງໄສ 22 ຄົນທົ່ວປະເທດ ຍັງບໍ່ພົບວ່າຕິດເຊື້ອ.

ສຳນັກຂ່າວຣອຍເຕີລາຍງານວ່າ: ອິນໂດເນເຊຍເປັນປະເທດຫລ້າສຸດໃນອາຊີຕາເວັນອອກສຽງໃຕ້ທີ່ອອກມາລາຍງານພົບຜູ້ຕິດເຊື້ອພະຍາດໝາກສຸກລີງຄົນທຳອິດ ຫລັງຈາກສິງກະໂປ, ຟີລິບປິນ ແລະ ໄທ ຢືນຢັນພົບຜູ້ຕິດເຊື້ອໃນປະເທດກ່ອນໜ້ານີ້.

ທັງນີ້, ອົງການອະນາໄມໂລກໄດ້ປະກາດໃຫ້ພະຍາດໝາກສຸກລີງເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນນັບແຕ່ທ້າຍເດືອນກໍລະກົດຜ່ານມາ ໂດຍປັດຈຸບັນມີຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນທົ່ວໂລກແລ້ວຫລາຍກວ່າ 40.000 ຄົນ ໃນ 92 ປະເທດ ແລະ ເຂດແຄວ້ນທົ່ວໂລກ.

ອ້າງອີງ:

https://www.reuters.com/…/indonesia-brief-media-first…/