ປະກາດແຕ່ງຕັ້ງ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ເປັນຮອງ ລັດຖະມົນຕີ ກະຊວງ ປກສ

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ເພີ່ມອີກ 1 ທ່ານ, ໂດຍປັດຈຸບັນ ກະຊວງ ປກສ ມີຮອງລັດຖະມົນຕີ 4 ທ່ານ; ເປັນກຽດເຂົ້າຮ່ວມໂດຍ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະກົມ ໃຫຍ່, ກົມ, ກອງ, ວິທະຍາຄານ ແລະ ປກສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໃນວັນທີ 19 ສິງຫາ 2022.

ທ່ານ ດວງຕາ ຈູມພາວັນ ຜູ້ຊ່ວຍຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານດຳລັດຂອງ ທ່ານນາຍົກ ລັດຖະມົນຕີ ສະບັບເລກທີ 217/ນຍ ລົງວັນ 2 ສິງຫາ 2022 ວ່າດ້ວຍ ການແຕ່ງຕັ້ງ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ເປັນ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ທັງເປັນ ຫົວໜ້າກົມໃຫຍ່ ຕຳຫຼວດ.

ໃນໂອກາດນີ້, ພົອ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເຊື່ອໝັ້ນວ່າ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ເປັນກຳລັງແຮງສຳຄັນ ໃນການຊີ້ນຳ-ນຳພາວຽກງານຂອງກໍາລັງ ປກສ ໃຫ້ ມີຜົນສຳເລັດ ທັງເປັນພະນັກງານການນຳຂອງກຳລັງ ປ້ອງກັນຄວາມສະຫງົບທີ່ມີຄວາມຮູ້ຄວາມສາມາດ, ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ການເມືອງຂອງ ຕົນ ດ້ວຍຄວາມຮັບຜິດຊອບສູງ, ຊ່ວຍເຮັດໃຫ້ ກະຊວງປ້ອງກັນຄວາມສະຫງົບ ມີຄວາມໜັກ ແໜ້ນ, ມີຄວາມເຂັ້ມແຂງ, ມີຄວາມປອດໄພ, ມີ ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ແລະ ແນວທາງນະໂຍບາຍຂອງພັກ-ລັດ.

ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ ເນັ້ນໜັກຕື່ມໃນດ້ານຄວາມຮັບຜິດຊອບຕໍ່ໜ້າທີ່ ໃໝ່ ທີ່ຕ້ອງເອົາໃຈໃສ່ຄື:
1. ສືບຕໍ່ປັບປຸງທົ່ວກຳລັງປ້ອງກັນຄວາມ ສະຫງົບ ໃຫ້ດີທີ່ສຸດ ແລະ ສ້າງຄວາມສາມັກຄີໃຫ້ ໜັກແໜ້ນ ທັງເປັນຄັນທຸງນຳໜ້າ, ເຮັດໃຫ້ພາຍໃນ ເປັນປຶກແຜນແໜ້ນໜາ, ຮັກສາຄວາມເປັນ ແບບຢ່າງໃຫ້ດີ, ຫຼີກລ່ຽງແນວຄິດກຸ່ມກ້ອນ, ຈຸ້ມ ເຈື້ອ, ເຊື້ອສາຍ, ອັກຄະຕິ, ແບ່ງແຍກ ແລະ ຕ້ອງ ເປັນຄົນມີຄວາມຊື່ຕົງ.
2 . ເພີ່ມທະວີຄວາມຮັບຜິດຊອບທາງດ້ານ ການເມືອງ, ຕ້ອງເຮັດໃຫ້ກຳລັງ ປກສ ຢືດໝັ້ນ ອຸດົມການ, ເຮັດໃຫ້ກຳລັງມີນ້ຳໃຈຮັກຊາດ, ມີສະຕິ ຕໍ່ການຈັດຕັ້ງ, ເຄົາລົບລະບຽບກົດໝາຍ ແລະ ເຮັດ ໃຫ້ກຳລັງໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ.
3 . ຕ້ອງເດັດຂາດ, ມີໄຫວພິບ, ສະຫຼາດ ຫຼັກແຫຼມ, ບໍ່ໃຫ້ຜິດຕໍ່ແນວທາງຂອງພັກ ແລະ ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ;
4 . ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີ ຄວາມຖືກຕ້ອງ, ສອດຄ່ອງ ແລະ ແບ່ງຄວາມ ຮັບຜິດຊອບໃຫ້ເໝາະສົມ.
5 . ຕ້ອງຮ່ວມກັນປຶກສາຫາລືເປັນໝູ່ຄະນະ, ປັບປຸງກໍ່ສ້າງກຳລັງໃຫ້ໜັກແໜ້ນທາງດ້ານການ ເມືອງ-ແນວຄິດ, ຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ ປະຊາຊົນ ແລະ ແກ້ໄຂຂໍ້ຂັດແຍ່ງຕ່າງໆໃຫ້ມີຄວາມເປັນທຳ.