ເອີຣົບຜະເຊີນພາຍຸຖະຫລົ່ມໜັກ ເສຍຊີວິດແລ້ວ 13 ຄົນ ໃນຝຣັ່ງ, ໂອຕຣິດ ແລະ ອິຕາລີ

ວັນທີ 18 ສິງຫາ 2022, ເກີດເຫດພາຍຸຮຸນແຮງພັດຖະຫລົ່ມທາງຕອນກາງ ແລະ ຕອນໃຕ້ຂອງເອີຣົບ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 13 ຄົນໃນອິຕາລີ, ໂອຕຣິດ ແລະ ຝຣັ່ງ ເຊິ່ງໃນຈຳນວນດັ່ງກ່າວເປັນເດັກນ້ອຍ 3 ຄົນ ໂດຍສາເຫດການເສຍຊີວິດສ່ວນຫລາຍເກີດຈາກພາຍຸພັດຕົ້ນໄມ້ຫັກລົງມາທັບ, ຂະນະທີ່ມີຜູ້ໄດ້ຮັບບາດເຈັບອີກເປັນຈຳນວນຫລາຍ.

ຝົນທີ່ຕົກລົງມາຢ່າງໜັກ ແລະ ລົມພັດແຮງໄດ້ທຳລາຍຈຸດຕັ້ງແຄ້ມໃນເກາະຄໍຊິກາຂອງຝຣັ່ງ ໂດຍເກາະຄໍຊິກາຜະເຊີນລົມແຮງສູງເຖິງ 224 ກິໂລແມັດຕໍ່ຊົ່ວໂມງ ສົ່ງຜົນໃຫ້ຕົ້ນໄມ້ຫັກ ແລະ ເຮືອນໄດ້ຮັບຄວາມເສຍຫາຍ. ຂະນະທີ່ເມືອງມາກເຊີຍ ຖະໜົນຫລາຍເສັ້ນຖືກນ້ຳຖ້ວມ.

ສ່ວນສະຖານະການໃນອິຕາລີນັ້ນ ມະຫາວິຫານເຊນມາກແຫ່ງເມືອງເວນິສຜະເຊີນສະພາບອາກາດຮຸນແຮງຈົນສະຖາປັດຕະຍະກຳບາງສ່ວນໄດ້ຮັບຄວາມເສຍຫາຍ. ຂະນະທີ່ມີຜູ້ເສຍຊີວິດ 2 ຄົນ ຈາກເຫດຕົ້ນໄມ້ທັບໃນແຄວ້ນຕອສການາ, ສ່ວນທາງຕອນໃຕ້ຂອງປະເທດຍັງຜະເຊີນຄື້ນຄວາມຮ້ອນຮຸນແຮງ ທ່າມກາງອຸນຫະພູມສູງເຖິງ 40 ອົງສາ.

ໂອຕຣິດມີຜູ້ເສຍຊີວິດ 5 ຄົນ ຈາກເຫດຕົ້ນໄມ້ລົ້ມທັບ. ຂະນະທີ່ລົດໄຟໃນຫລາຍພື້ນທີ່ຕ້ອງຢຸດໃຫ້ບໍລິການຊົ່ວຄາວ ເນື່ອງຈາກເກີດຄວາມເສຍຫາຍຈາກພາຍຸ, ສ່ວນເຮືອນຂອງປະຊາຊົນເປ່ເພເສຍຫາຍຫລາຍຫລັງ ໂດຍພາບຈາກໂຊຊຽວມີເດຍເຜີຍໃຫ້ເຫັນຫລັງຄາເຮືອນທີ່ປິວຫລຸດອອກມາຈາກລົມພັດແຮງ. ຂະນະທີ່ເສົາໄຟຟ້າແຮງສູງຫລາຍຕົ້ນຫັກລົງມາ ສົ່ງຜົນໃຫ້ເກີດໄຟມອດເປັນວົງກວ້າງ.

ພາຍຸຮຸນແຮງນີ້ເກີດຂຶ້ນຫລັງເອີຣົບຜະເຊີນຄື້ນຄວາມຮ້ອນ ແລະ ໄພແລ້ງເປັນເວລາຍາວນານຫລາຍອາທິດ ໂດຍເຫດການສະພາບອາກາດສຸດຂົ້ວ ຫລື Extreme Weather Event ເຊິ່ງລວມທັງຄື້ນຄວາມຮ້ອນ ແລະ ພາຍຸນັ້ນ ໄດ້ທະວີຄວາມຮຸນແຮງຂຶ້ນ ແລະ ເກີດຖີ່ຂຶ້ນໃນຫລາຍປີຜ່ານມາ ເປັນຜົນມາຈາກສະພາບໂລກຮ້ອນ. ປັດຈຸບັນອຸນຫະພູມຂອງໂລກສູງຂຶ້ນປະມານ 1,1 ອົງສາ ນັບແຕ່ເລີ່ມຕົ້ນຍຸກອຸດສາຫະກຳ ເຊິ່ງມີທ່າອ່ຽງວ່າອຸນຫະພູມໂລກຈະປັບສູງຂຶ້ນອີກ ຖ້າລັດຖະບານທົ່ວໂລກບໍ່ອອກມາດຕະການຫລຸດການປ່ອຍແກັສເຮືອນແກ້ວ ແລະ ເບິ່ງແຍງສິ່ງແວດລ້ອມຢ່າງຈິງຈັງ.