BYD Han ຢູ່ຈີນເກີດມີໄຟລຸກໄໝ້ຂຶ້ນ ຢູ່ກາງຖະໜົນພາຍຫລັງເຈົ້າຂອງລົດຊື້ມາ ໄດ້ພຽງ 7 ວັນ ໂດຍບໍ່ຮູ້ສາເຫດ

ອ້າງອີງຂໍ້ມູນຈາກ weibo ໃນວັນທີ 18 ສິງຫາ 2022 ໄດ້ມີການປ່ອຍວີດີໂອໄຟໄໝ້ລົດ BYD Han ກາງຫົນທາງ ໃນເມືອງ Langzhong ມົນທົນເສສວນ ປະເທດຈີນ
ທາງເຈົ້າຂອງລົດໃຫ້ຮູ້ວ່າ: ໄດ້ຊື້ລົດໄຟຟ້າ BYD Han ມາພຽງ 7 ວັນເທົ່ານັ້ນ, ແລ້ວກໍໄດ້ເອົາອອກມາແລ່ນຢູ່ນອກບ້ານແລ້ວເກີດເຫດໄຟໄໝ້ຂຶ້ນໂດຍບໍ່ຮູ້ສາເຫດ
ມີຜູ້ໃຊ້ tweeter ລາຍໜຶ່ງສະແດງຄວາມຄິດເຫັນວ່າ: ຂ້ອຍເຫັນວ່າລົດຍີ່ຫໍ້ໃດກໍມີໂອກາດຜິດພາດ ຫລື ໄຟໄໝ້ໄດ້ ບໍ່ວ່າຈະເປັນລົດໄຟຟ້າ ຫລື ລົດນໍ້າມັນ ແຕ່ສິ່ງທີ່ສໍາຄັນແມ່ນ ຜູ້ຜະລິດຕ້ອງອອກມາຊີ້ແຈງວ່າ ລົດໄຟຟ້າຄັນນີ້ໄໝ້ໄດ້ແນວໃດ?
BYD ສ້າງແບດເຕີລີ່ແຜ່ນທີ່ບໍ່ສາມາດຕິດໄຟໄດ້. ແຕ່ນີ້, ລາວພຽງແຕ່ຂັບລົດຢູ່ກາງຫົນທາງ ບໍ່ໄດ້ໄປຕຳກັບຫຍັງເລີຍ ແລະໄຟໄຫມ້ແບບນີ້. ເຫດຜົນນີ້ມັນບໍ່ຄວນມາຈາກໝໍ້ໄຟ ຖ້າມັນບໍ່ແມ່ນມາຈາກໝໍ້ໄຟແລ້ວມັນສະແດງໃຫ້ເຫັນວ່າມີບັນຫາກັບການຜະລິດຕັ້ງແຕ່ທຳອິດບໍ? ແນວໃດກໍຕາມຢາກໃຫ້ທາງ BYD ຊີ້ແຈງຕໍ່ເຫດການດັ່ງກ່າວດ້ວຍ
