ຊາວບ້ານປາກແຟນ ເມືອງຊຽງເງິນ ແຂວງຫລວງພະບາງ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ໄດ້ຮັບການຊ່ວຍເຫລືອບັນເທົາທຸກ

ວັນທີ 16 ສິງຫາ 2022 ຜ່ານມານີ້ທ່ານ ສົມແວວເພັດ ດວງປະສິດ ເຈົ້າເມືອງຊຽງເງິນ ພ້ອມດ້ວຍຄະນະ ແລະ ຄະນະສະເພາະກິດຕ້ານໄພພິບັດທຳມະຊາດເມືອງຊຽງເງິນ, ມີພະນັກງານວິຊາການຈາກຫ້ອງການທີ່ກ່ຽວຂ້ອງ ໄດ້ນຳເອົາເຄື່ອງອຸປະໂພກ, ບໍລິໂພກ ປະກອບມີ ເຄື່ອງນອນ, ເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ເຂົ້າສານ, ປ໋ອງປາ, ໝີ່ແຫ້ງ ໄປມອບໃຫ້ຄອບຄົວທີ່ຖືກຜົນກະທົບຈາກນ້ຳຖ້ວມຢູ່ບ້ານປາກແຟນ ເມືອງຊຽງເງິນ ແຂວງຫຼວງພະບາງ ໃນ

ໃນການນຳເອົາເຄື່ອງໄປມອບໃຫ້ເທື່ອນີ້ ແມ່ນມອບໃຫ້ໃນເບື່ອງຕົ້ນ ເພື່ອແກ້ໄຂບັນເທົາຄວາມທຸກ ແລະ ຂາດແຄນທາງດ້ານທີ່ຢູ່ພັກເຊົາ ແລະ ສະບຽງອາຫານຂອງບັນດາຄອບຄົວທີ່ຖືກຜົນກະທົບ ຊຶ່ງເຫດການດັ່ງກ່າວແມ່ນເກີດຂຶ້ນໃນວັນທີ 11 ສິງຫາ 2022, ໄດ້ເຮັດໃຫ້ມີຄອບຄົວທີ່ຖືກຜົນກະທົບທັງໝົດ 27 ຄອບຄົວ, ໃນນັ້ນຖືກຜົນກະທົບໜັກ 8 ຄອບຄົວ ແລະ ມີເຮືອນທີ່ຖືກນໍ້າພັດໄຫຼໜີ 4 ຫຼັງ, ໃນນີ້ໄດ້ປະເມີນຄວາມເສຍຫາຍໃນເບື້ອງຕົ້ນທັງໝົດແມ່ນ 300 ກວ່າລ້ານກີບ.