ໃຊ້ປືນແກັບຍິງເມຍ ເສຍຊີວິດຄາຖຽງໄຮ່ ຍ້ອນຜິດຖຽງກັນ ສຸດທ້າຍຖືກຈັບດຳເນີນຄະດີ

ພັທ ແນມທອງ ພອນມະນີ ຫົວໜ້າ ປກສ ກຸ່ມບ້ານຫ້ວຍດຳ ເມືອງ ແລະ ແຂວງຫຼວງນ້ຳທາ ໃຫ້ ຮູ້ວ່າ: ວັນທີ 29 ກໍລະກົດ 2022 ເວລາປະມານ 17:00 ໂມງ, ເກີດເຫດຜົວໃຊ້ປືນຍິງເມຍເສຍ ຊີວິດຄາຢູ່ຖຽງໄຮ່ ເຂດບ້ານກຸຍ ສູງ ເມືອງ ແລະ ແຂວງຫຼວງນ້ຳທາ ຍ້ອນມີການຜິດຖຽງກັນຢ່າງຮຸນແຮງ.
ຜູ້ກໍ່ເຫດຊື່ທ້າວ ຈາກໍ ອາຍຸ 56 ປີ ໄດ້ ໃຊ້ປືນແກັບຍິງເມຍຊື່ ນາງ ນາດີ ອາຍຸ 38 ປີ ເສຍຊີວິດຢູ່ຖຽງໄຮ່ ຍ້ອນຜູ້ເປັນຜົວໄດ້ລັກເອົາເງິນໝັນໄປຂາຍໄລຍະທີ່ເມຍບໍ່ຢູ່ເຮືອນ ຈຳນວນ 1 ໝັນ ໄດ້ເງິນ 300.000 ກີບ ແລະ ເມື່ອໄດ້ເງິນກໍເອົາໄປໃຊ້ ຈ່າຍຊື້ເຫຼົ້າ-ເບຍກິນຈົນໝົດ. ເມື່ອ ເມຍຮູ້ພາຍຫຼັງ ກໍເກີດມີປາກສຽງ ຜິດກັນຢ່າງຮຸນແຮງ ແລະ ເຮັດໃຫ້ ເມຍບໍ່ພໍໃຈ ຈຶ່ງພາລູກໜີໄປຢູ່ໄຮ່. ຕໍ່ມາຮອດເວລາ 17:00 ໂມງ ຂອງມື້ເກີດເຫດ, ທ້າວ ຈາກໍ ໄດ້ກຽມ ປືນແກັບ 1 ກະບອກ ເພື່ອໄປນຳ ຫາເມຍ ແລະ ລູກສາວຢູ່ໄຮ່.
ພໍໄປຮອດກາງທາງໄດ້ພົບເຫັນ ເມຍ ເອົາປືນແກັບຢູ່ຖຽງໄຮ່ມາຍິງ ໂຕຮອກກິນໝາກໄມ້. ຂະນະນັ້ນ, ຜູ້ເປັນເມຍເຫັນຜົວຍັງຄິດຢາກຮ້າຍ ແລ້ວໄດ້ເວົ້າວ່າ: “ມຶງ” ນຳມາ ເຮັດຫຍັງອີກ “ກູ” ຈະຂ້າມຶງໃຫ້ຕາຍ ພ້ອມທັງຍົກປືນແກັບທີ່ຖືຢູ່ໃນມືເກາະໄກ 2-3 ບາດ ແຕ່ປືນບໍ່ແຕກ. ຈາກນັ້ນ, ກໍເວົ້າວ່າ “ມຶງ” ໄປນອນກ່ອນ “ກູ” ຈະເອົາໄມ້ຄ້ອນຕີຫົວໃຫ້ຕາຍ. ພາຍຫຼັງໄດ້ຍິນເມຍ ເວົ້າແນວນນັ້ນ ທ້າວ ຈາກໍ ຄິດວ່າ ແນວໃດເມຍກໍຕ້ອງບໍ່ພໍໃຈ ແລະ ຈະຂ້າຕົນໃຫ້ໄດ້ ຈຶ່ງໃຊ້ປືນແກັບ ທີ່ຖືໄປຍິງເມຍໃສ່ບໍລິເວນທ້ອງ ນ້ອຍ 1 ບາດ ເຮັດໃຫ້ເມຍເສຍຊີວິດ ຈາກນັ້ນກໍເອົາຕົວຫຼົບໜີເຂົ້າປ່າ ໄດ້ 2 ມື້ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ ຕໍາຫຼວດກັກຕົວ.
ໃນໄລຍະຜ່ານມາ ທ້າວ ຈາກໍ ມີປະຫວັດພົວພັນກັບຢາເສບຕິດ ແລະ ມີປາກສຽງຜິດກັນກັບເມຍມາຕະຫຼອດ.

