ກິນເບຕ້າແຄໂຣທີນ – ວິຕາມິນອີ ເສີມ ບໍ່ຊ່ວຍປ້ອງກັນພະຍາດຫົວໃຈ – ມະເຮັງ.

      ຫລາຍທ່ານມັກຫາຊື້ວິຕາມິນ ແລະ ເກືອແຮ່ຕ່າງໆ ເປັນອາຫານເສີມເພື່ອບຳລຸງຮ່າງກາຍໃຫ້ແຂງແຮງ ແລະ ເພີ່ມການປ້ອງກັນພະຍາດຕ່າງໆ ແລະ ການກິນວິຕາມິນເສີມ ອາດບໍ່ແມ່ນຄຳຕອບທີ່ດີສະເໝີໄປ ເພາະຄະນະເຮັດວຽກດ້ານບໍລິການປ້ອງກັນຂອງສະຫະລັດອາເມລິກາ ຫລື U.S.Preventive Services Task Force (USPSTF) ໃຫ້ຄຳແນະນຳເພີ່ມຕື່ມລ່າສຸດວ່າ ວິຕາມິນເສີມເຫລົ່ານີ້ອາດບໍ່ໄດ້ຊ່ວຍປ້ອງກັນພະຍາດອັນຕະລາຍຕ່າງໆ ໂດຍສະເພາະຢ່າງຍິ່ງພະຍາດທີ່ຂ້າຄົນຈຳນວນຫລາຍ ເຊັ່ນ : ພະຍາດຫົວໃຈ ແລະ ຫລອດເລືອດ ແລະ ພະຍາດມະເຮັງ ໂດຍສະເພາະຢ່າງຍິ່ງ ເບຕ້າແຄໂຣທີນ ແລະ ວິຕາມິນອີ ທີ່ບໍ່ຄວນຢ່າງຍິ່ງໃນການເລືອກມາກິນເພື່ອຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຫລອດເລືອດ ແລະ ພະຍາດມະເຮັງ.

ທ່ານໝໍ John Wong ສະມາຊິກ USPSTF  ແລະ ຫົວໜ້າເຈົ້າໜ້າທີ່ວິທະຍາສາດຊົ່ວຄາວ ຢູ່ Tufts Medical Center ລະບຸວ່າ : ພວກເຮົາລ້ວນແຕ່ຢາກຫາທາງປ້ອງກັນພະຍາດຫລອດເລືອດ ແລະ ຫົວໃຈ ແລະ ມະເຮັງ ທາງ USPSTF ຈຶ່ງທົບທວນຫລັກຖານຈາກການວິໄຈຕ່າງໆກັນອີກຄັ້ງວ່າ ການກິນວິຕາມິນ ແລະ ເກືອແຮ່ເພີ່ມ ຊ່ວຍປ້ອງກັນພະຍາດເຫລົ່ານີ້ໄດ້ແທ້ຫລືບໍ່, ແຕ່ໂຊກຮ້າຍທີ່ຈາກຫລັກຖານຕ່າງໆທີ່ເຮົາມີ ທາງເຮົາບໍ່ແນະນຳ (ໃຫ້ກິນວິຕາມິນ ແລະ ເກືອແຮ່ເສີມ) ແລະ ຄິດວ່າເຮົາຕ້ອງການຜົນການວິໄຈທີ່ແນ່ນອນຫລາຍກ່ວານີ້.

ທ່ານໝໍ Michael Barry ຮອງປະທານ USPSTF ແລະ ສາດສະດາຈານດ້ານການແພດຢູ່ Harvard Medical School ລະບຸວ່າ : ພວກເຮົາພົບວ່າບໍ່ມີປະໂຫຍດຫຍັງໃນການກິນວິຕາມິນອີ ແລະ ເບຕ້າແຄໂຣທີນ ເພາະຈະເປັນອັນຕະລາຍຕໍ່ຮ່າງກາຍ ໂດຍເພີ່ມຄວາມສ່ຽງໃນການເປັນມະເຮັງປອດໃນຄົນທີ່ມີຄວາມສ່ຽງຢູ່ເປັນຕົ້ນທຶນຢູ່ແລ້ວ.

ທາງ USPSTF ແນະນຳວ່າ ຫາກຢາກຫລຸດຄວາມສ່ຽງໃນການເປັນພະຍາດຫົວໃຈ ແລະ ຫລອດເລືອດ ແລະ ພະຍາດມະເຮັງ ຄວນເລືອກກິນອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍເປັນປະຈຳ ເຊິ່ງເປັນວິທີທີ່ດີທີ່ສຸດທີ່ຈະຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຫລອດເລືອດ ແລະ ພະຍາດມະເຮັງໄດ້ຢ່າງມີປະສິດທິພາບ ແລະ ປອດໄພຫລາຍກ່ວາ.