ຄິດໃຫ້ກ້ວາງ ເບິ່ງໃຫ້ໄກ ເຂົ້າໃຈໂລກ ເຂົ້າໃຈຄົນ.

ການເບິ່ງຕ່າງມຸມບໍ່ແມ່ນປະກາຍໄຟຂອງຄວາມຂັດແຍ່ງສະເໝີໄປ ໃນທາງກົງກັນຂ້າມ ຖ້າເຮົາຮູ້ຈັກເອົາມຸມມອງທີ່ແຕກຕ່າງມາໃຊ້ຢ່າງສ້າງສັນ ເຮົາຈະສາມາດຫລຸດຜ່ອນຈຸດອ່ອນບາງ ແລະ ສ້າງຂົວເຊື່ອມຕໍ່ທີ່ເຂັ້ມແຂງລະຫ່ວາງຄວາມຄິດທີ່ຫລາກຫລາຍເຂົ້າຫາກັນໄດ້ ຄວາມຈິງແລ້ວ ກໍເປັນເລື່ອງປົກກະຕິຖ້າພາບທີ່ເຮົາເຫັນຈະແຕກຕ່າງຈາກທີ່ຄົນອື່ນເຫັນ ດ້ວຍເຫດຜົນປັດໄຈຫລາຍປະການ ເຊັ່ນ : ຈຸດຢືນ, ຄວາມສຳພັນ, ສະພາບແວດລ້ອມ ແລະອື່ນໆ ທີ່ແຕກຕ່າງກັນ ເຮັດໃຫ້ເຮົາລ້ວນແຕ່ມີບົດບາດຂອງຕົນເອງ, ແຕ່ຈະດີກ່ວາບໍ່ ຖ້າເຮົາສາມາດເບິ່ງເຫັນເລື່ອງລາວ ແລະ ສັບພະສິ່ງຕ່າງໆໃນມຸມມອງທີ່ຫລາກຫລາຍ ແລະ ເລິກເຊິ່ງ ບໍ່ຮີບສະຫລຸບ ຫລື ຕັດສິນຫຍັງຈາກຄວາມຕື່ນເລິກໜາບາງ ແລະ ບໍ່ຈຳກັດຄວາມຄິດຂອງຕົນເອງຢູ່ໃນມຸມແຄບໆ ເພາະການຕິດກັບດັກຫລຸມພາງຂອງມຸມມອງທີ່ຈຳກັດນັ້ນອາດຈະເຮັດໃຫ້ເຮົາພາດໂອກາດທີ່ຈະຄົ້ນພົບສິ່ງໃໝ່, ສິ່ງໃຫຍ່ ແລະ ສິ່ງດີທີ່ຈະເກີດຂຶ້ນໃນຊີວິດເຮົາ ແລະ ສັງຄົມອ້ອມຂ້າງໄປກໍໄດ້.

ບົດຄວາມນີ້ຈຶ່ງຂໍນຳສະເໜີເຕັກນິກງ່າຍໆທີ່ຈະຊ່ວຍໃຫ້ເຮົາເບິ່ງໂລກໄດ້ກ້ວາງໄກ ແລະ ເລິກເຊິ່ງຍິ່ງຂຶ້ນກ່ວາເກົ່າ, ລອງມາປົດລັອກ – ເປີດປະຕູຄວາມຄິດທີ່ຖືກປິດໄວ້ ແລ້ວນຳໄປຮຽນຮູ້ນຳກັນເລີຍ.

  1. ເປີດໃຈໃຫ້ພ້ອມຮຽນຮູ້ : ພຽງເລີ່ມຕົ້ນງ່າຍໆໂດຍການເປີດໃຈກໍເຮັດໃຫ້ມຸມມອງຂອງເຮົາກ້ວາງຂຶ້ນແລ້ວ, ການເປີດໃຈບໍ່ແມ່ນພິທີການ ແຕ່ເປັນເຄັດລັບຄວາມສຳເລັດຂອງການຮຽນຮູ້ ເມື່ອສະໝອງເກີດຄວາມສົນໃຈໄຝ່ຮູ້ ການຮຽນຮູ້ຈະເກີດຂຶ້ນໂດຍງ່າຍ ໃນເດັກນ້ອຍ ສະໝອງພາກສ່ວນເຫດຜົນຍັງບໍ່ຈະເລີນເຕີບໃຫຍ່ເຕັມທີ່ ການຮຽນຮູ້ຂອງເດັກນ້ອຍຈະຖືກຂັບເຄື່ອນດ້ວຍອາລົມທີ່ມ່ວນຊື່ນສະໜຸກສະໜານ, ເພິງພໍໃຈ ຜູ້ປົກຄອງຈຳເປັນຕ້ອງກະຕຸ້ນສະໝອງພາກສ່ວນອາລົມດ້ວຍສິ່ງດຶງດູດໃຈທີ່ແປກໃໝ່ ແລະ ໜ້າສົນໃຈ, ແຕ່ສຳລັບຜູ້ໃຫຍ່ ສະໝອງພາກສ່ວນເຫດຜົນຈະຮີບຮ້ອນເຮັດໃຫ້ສຳເລັດ ເຮັດໃຫ້ການຮຽນຮູ້ຖືກຂັບເຄື່ອນດ້ວຍເປົ້າໝາຍ ຫລື ວັດຖຸປະສົງ ເວົ້າງ່າຍໆກໍຄື ຖ້າເຮົາເຫັນວ່າສິ່ງໃດສຳຄັນ ເຮົາຈະຕັ້ງໃຈ ແລະ ມີພະລັງທີ່ຈະເຮັດຈົນສຳເລັດ. ດັ່ງນັ້ນ, ຈຸດເລີ່ມຕົ້ນຂອງການຂະຫຍາຍມຸມມອງກໍຄື ການເປີດໃຈຍອມຮັບວ່າມຸມມອງໃໝ່ທີ່ກ້ວາງໄກ ແລະ ຮອບດ້ານນັ້ນເປັນປະໂຫຍດຕໍ່ວຽກງານ ແລະ ການໃຊ້ຊີວິດຂອງເຮົາ.
  2. ເປີດຕຳລາ ປັບວິທີຄິດໃຫ້ຫລາກຫລາຍ : ການປັບປ່ຽນວິທີຄິດທີ່ເຮົາລຶ້ງເຄີຍອາດບໍ່ແມ່ນເລື່ອງງ່າຍຄືການເປີດໃຈ, ແຕ່ກໍບໍ່ຍາກເກີນໄປທີ່ຈະຝຶກຝົນ ໂດຍທົ່ວໄປ ວິທີຄິດຂອງແຕ່ລະຄົນຈະຖືກຜູກເຊືອກເຂົ້າກັບຊີວິດຂອງເຮົາມາຕັ້ງແຕ່ນ້ອຍ ຂຶ້ນຢູ່ກັບຄຳສອນ, ປະສົບການ ແລະ ການຝືກຝົນ. ການຮຽນໃນລະບົບການສຶກສາສອນໃຫ້ເຮົາຄິດດ້ານຫລັກການເປັນເຫດເປັນຜົນ ແລະ ຝຶກໃຫ້ເຮົາຄິດຫາຄຳຕອບທີ່ມີຢູ່ແລ້ວ ດ້ວຍວິທີການທີ່ເປັນແນວຕັ້ງ ມີແບບແຜນຈະແຈ້ງຕາຍໂຕ ເພື່ອໃຫ້ເຮົາແກ້ບັນຫາໄດ້ຢ່າງຖືກຕ້ອງແນ່ນອນ ແລະ ວ່ອງໄວ ເຮັດໃຫ້ບາງເທື່ອ ເຮົາຫລົງລືມໄປວ່າອາດຈະຍັງມີວິທີຕ່າງໆອີກຫລວງຫລາຍທີ່ພາເຮົາໄປສູ່ຄຳຕອບຂອງບັນຫາ ແລະ ໃນການຄົ້ນຫາຄຳຕອບຂອງບັນຫາໜຶ່ງ ເຮົາອາດຈະພົບຄຳຕອບຂອງບັນຫາອື່ນໆອີກຫລວງຫລາຍແຊກຢູ່ລະຫ່ວາງທາງ ເຮົາຈຶ່ງຄວນເອີ້ນຄືນສະມັດຕະພາບດັ້ງເດີມຂອງເຮົາກັບມາ, ທັງຈິນຕະນາການ, ຄວາມຄິດສ້າງສັນທີ່ເຮົາເຮັດຕົກເຮ່ຍໄປ ຕະຫລອດຈົນຄວາມກ້າຫານທີ່ຈະໂດດອອກນອກຂອບເຂດໄປພະເຊີນສິ່ງໃໝ່ທີ່ທ້າທາຍ ລອງເປີດຕຳລາທີ່ວ່າດ້ວຍການຄິດ ແລ້ວຝຶກຄິດດ້ວຍຫລາກຫລາຍຂະບວນການ ເຊັ່ນ :
  • ການຄິດດ້ານວິພາກ ຫລື ການຄິດຢ່າງມີວິຈາລະນະຍານ​ Critical Thinking.
  • ການຄິດສ້າງສັນ Creative thinking.
  • ການຄິດນອກກອບ ຫລື ການຄິດດ້ານຂ້າງ Thinking out of the box / Lateral Thinking.
  • ການຄິດດ້ານອອກແບບ Design Thinking.
  • ການຄິດດ້ານບວກ Positive Thinking.
  • ການຄິດດ້ານຈາລິຍະທຳ Ethical Thinking.

ແນວໃດກໍຕາມ, ຢ່າຮີບຮ້ອນຕັດສິນວ່າການຄິດແບບໃດດີທີ່ສຸດ ເພາະການຫາຄຳຕອບໃນແຕ່ລະກໍລະນີກໍມີວິທີຄິດທີ່ເໝາະສົມແຕກຕ່າງກັນ ການມີເຄື່ອງມືທີ່ຫລາກຫລາຍ ແລະ ເລືອກໃຊ້ຢ່າງສອດຄ່ອງກັບບົດບາດ ຈະນຳພາເຮົາໄປສູ່ຄຳຕອບທີ່ເຮົາຄົ້ນຫາໄດ້ໃນທີ່ສຸດ.

  1. ເປີດປະສົບການດ້ວຍການລົງມືເຮັດ : ເປີດໂລກທັດສະນະຂອງຕົນເອງໃຫ້ກ້ວາງຂຶ້ນດ້ວຍການຮຽນຮູ້ສິ່ງໃໝ່ໆ ໂລກທຸກມື້ນີ້ໝູນໄວຫລາຍຈົນປະຕິເສດບໍ່ໄດ້ວ່າມີສິ່ງໃໝ່ຫລັ່ງໄຫລເຂົ້າມາໃນຊີວິດຂອງເຮົາຫລວງຫລາຍ, ລະບົບເກົ່າໆທີ່ຝັງຢູ່ກັບເຮົາມາຍາວນານຖືກເຮັດໃຫ້ຫາຍໄປໃນຊົ່ວພິບຕາ ຖ້າເຮົາບໍ່ຢາກຂຶ້ນຊື່ວ່າເປັນສິ່ງມີຊີວິດທີ່ບໍ່ມີປະສິດທິພາບ ເຮົາກໍຈຳເປັນຕ້ອງເປີດຮັບປະສົບການໃໝ່ໆທີ່ເຂົ້າມາແທນບ່ອນ ຕ້ອບຂອບໃຈນະວັດຕະກຳລຳ້ສະໄໝທີ່ຊ່ວຍໃຫ້ເຮົາໃຊ້ຊີວິດງ່າຍຂຶ້ນ, ຄອມພິວເຕີ, ອິນເຕີເນັດ ລວມເຖິງປັນຍາປະດິດຕ່າງໆເຂົ້າມາຊ່ວຍອຳນວຍຄວາມສະດວກໃຫ້ເຮົາໄດ້ຫລາຍ, ເຕັກໂນໂລຊີທີ່ເຊື່ອມໂລກນຳຂໍ້ມູນທີ່ເຮົາຕ້ອງການເຂົ້າມາໃກ້ພຽງແຕ່ປາຍນິ້ວມື, ແຕ່ເຖິງຂັ້ນນັ້ນ ທັກສະຄວາມຊຳນານກໍຍັງຕ້ອງການໆຝຶກຝົນ ລອງຫັນມາເບິ່ງອ້ອມໂຕເຮົາ,​ ຫລັກສູດການຮຽນ, ຝຶກອົບຮົມ ມີໃຫ້ເລືອກຫລວງຫລາຍສາຂາ ເຮົາສາມາດສຶກສາຫາຄວາມຮູ້ເພີ່ມຕື່ມ ແລະ ເພີ່ມພູນທັກສະຂອງເຮົາໄດ້ຕາມຄວາມມັກ, ຄວາມຊຳນານ,​ ໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ບົດບາດຊີວິດຂອງເຮົາເອງ, ຄວາມເຂົ້າໃຈທີ່ເລິກເຊິ່ງໄດ້ມາຈາກການລົງມືເຮັດ ແລະ ປະສົບການໂດຍກົງຈາກການລົງມືເຮັດຈະເນັ້ນຍຳ້ຄວາມໝັ້ນໃຈທີ່ສົ່ງຜົນຕໍ່ມຸມມອງ, ການຕັດສິນໃຈ ແລະ ພຶດຕິກຳຂອງເຮົາ.
  2. ເປີດໜັງສືຮຽນຮູ້ໂລກຈາກການອ່ານ : ອ່ານໃຫ້ຫລາຍ ແລະ ອ່ານໃຫ້ຫລາຍຂຶ້ນ ຄວາມຮູ້ໃນໂລກນີ້ມີຫລວງຫລາຍມະຫາສານເກີນກ່ວາທີ່ຈະຮຽນຮູ້ໄດ້ຄົບຈົບຂະບວນໃນຊີວິດໜຶ່ງ, ແຕ່ເຖິງວ່າເຮົາຈະບໍ່ສາມາດຍື້ມືໄປສຳຜັດຂອບຈັກກະວານ ຢ່າງໜ້ອຍເຮົາກໍສາມາດຫຍໍ້ໂລກໜ່ວຍນີ້ລົງມາໄວ້ໃນມືໄດ້ໂດຍການອ່ານ,​ ການອ່ານບໍ່ໄດ້ເປັນພຽງການເປີດຮັບຄວາມຮູ້ເທົ່ານັ້ນ, ແຕ່ຍັງເປັນການເບິ່ງໂລກຜ່ານມຸມມອງຂອງຜູ້ຄົນທີ່ຫລາກຫລາຍນຳ ຍິ່ງອ່ານຫລາຍ ກໍຍິ່ງເຫັນມຸມມອງທີ່ແຕກຕ່າງ ຍິ່ງເຂົ້າເຖິງຄວາມຄິດ, ເຂົ້າໃຈຄົນ ແລະ ເຂົ້າໃຈໂລກໄດ້ຫລາຍຍິ່ງຂຶ້ນ ມາເລີ່ມຕົ້ນເປັນນັກອ່ານດ້ວຍເຄັດລັບງ່າຍໆ ດັ່ງນີ້ :
  • ເລືອກສິ່ງທີ່ຕ້ອງການອ່ານ ແລະ ຕັ້ງຄຳຖາມວ່າອ່ານເພື່ອຫຍັງ ເຊັ່ນ : ເພື່ອຄວາມຮູ້, ເພື່ອຄວາມບັນເທີງ, ເພື່ອນຳໄປໃຊ້ ຫລື ເພື່ອຕອບສະໜອງຄວາມຢາກຮູ້ ຢ່າງໜ້ອຍກໍຈະໄດ້ຕອບໂຕເອງໄດ້ວ່າອ່ານແລ້ວໄດ້ຫຍັງ ແລະ ອ່ານໄປເຮັດຫຍັງ.
  • ວາງແຜນການອ່ານແບບຄ່າວໆ ເຊັ່ນ: ຈະອ່ານຍາມໃດ ແລະ ຈະອ່ານຈົບເມື່ອໃດ ເພື່ອກະຕຸ້ນຕົນເອງໃຫ້ບັນລຸເປົ້າໝາຍໃນການອ່ານ ເຮົາສາມາດເຊົາອ່ານໄດ້ ບໍ່ຈຳເປັນຕ້ອງທໍລະມານຕົນເອງໃຫ້ອ່ານຈົນຈົບຖ້າພົບວ່າໜັງສືເຫລັ້ມນັ້ນບໍ່ຕອບສະໜອງວັດຖຸປະສົງ.
  • ອ່ານໃຫ້ເລິກ ຫາກຕ້ອງການອ່ານເພື່ອຈື່ຈຳລາຍລະອຽດ ບໍ່ຄວນອ່ານຜ່ານໆ ຫລື ອ່ານຂ້າມ, ແຕ່ຄວນເອົາໃຈໃສ່ອ່ານຊຳ້, ຫາຄວາມໝາຍຂອງຄຳທີ່ບໍ່ເຂົ້າໃຈ ແລະ ມີບິກຫລາຍສີໄວ້ຂີດຂຽນຂໍ້ຄວາມສຳຄັນ (ໃນກໍລະນີທີ່ເປັນໜັງສືຂອງຕົນເອງ ແລະ ສາມາດເຮັດເຄື່ອງໝາຍໄດ້).
  • ອ່ານແລ້ວຄິດຕາມ ລອງຖາມຕົນເອງວ່າອ່ານແລ້ວເຂົ້າຫລືບໍ່, ເຂົ້າໃຈແນວໃດ, ເຫັນດີ ຫລື ຂັດແຍ້ງກັບສິ່ງທີ່ອ່ານ, ການຄິດຕາມຈະຊ່ວຍເນັ້ນຄວາມຈື່ຈຳໄດ້ດີກ່ວາອ່ານຜ່ານໆໄປໂດຍບໍ່ຄິດຫຍັງ.
  • ແລກປ່ຽນແບ່ງປັນສິ່ງທີ່ອ່ານ, ເລົ່າສູ່ກັນຟັງໃນກຸ່ມໝູ່ນັກອ່ານຄືກັນ ແນະນຳໜັງສືໃຫ້ກັນ ແລະ ກັນ, ສະແດງຄວາມຄິດເຫັນໃນກຸ່ມອອນລາຍ, ລົມກັບຜູ້ຂຽນຫາກມີໂອກາດ.
  • ຂະຫຍາຍປະສົບການໆອ່ານ, ມີກິດຈະກຳຕໍ່ຍອດການອ່ານທີ່ໜ້າມ່ວນຊື່ນອີກຫລາຍ ເຊັ່ນ: ພົບປະນັກຂຽນ,​ ນຳຮອຍເລື່ອງທີ່ອ່ານ, ອ່ານເລື່ອງແນວໃກ້ຄຽງ, ອ່ານຜົນງານການຂຽນຂອງນັກຂຽນຄົນເກົ່າ (ທີ່ມັກ).
  1. ເປີດສະໝຸດບັນທຶກ, ຈົດສິ່ງທີ່ພົບ,​ ທົບທວນສິ່ງທີ່ຄິດ : ເຮົາຄວນຄຳນຶງຢູ່ສະເໝີວ່າ ທຸກສິ່ງທີ່ໄດ້ພົບແມ່ນກຳໄລຂອງຊີວິດ ແລະ ມີບາງສິ່ງຄວນຄ່າແກ່ການຮຽນຮູ້ ແລະ ຈື່ຈຳ, ແຕ່ຍ້ອນເຫດຜົນທີ່ຄວາມຈື່ຈຳຂອງເຮົາອ່າວຈຳກັດ ລອງໃຊ້ອຸປະກອນທີ່ເຮົາພົກພາບັນທຶກເຫດການສຳຄັນ, ເລື່ອງເລົ່າ, ພາບປະທັບໃຈ ຫລື ແມ່ນແຕ່ປະໂຫຍກທີ່ສຳຜັດໃຈ ແລ້ວຈັບມາທົບທວນເບິ່ງກ່ອນວ່າເຮົາຈະຫລົງລືມ ແລະ ປ່ອຍໃຫ້ພາບ ຫລື ຄຳສຳຄັນເຫລົ່ານັ້ນຈາງຫາຍໄປໂດຍໄຮ້ປະໂຫຍດຫລືບໍ່, ຮູບແບບໃນການຈົດບັນທຶກມີຫລາກຫລາຍ ແລ້ວແຕ່ຄວາມສະດວກຂອງແຕ່ລະຄົນ ເຊັ່ນ : ການຂຽນບັນຍາຍເຫດການ,​ ການແຕ້ມຮູບປະກອບຄຳອະທິບາຍ, ການຂຽນສະທ້ອນຄວາມຮູ້ສຶກ, ການຈົດບັນທຶກເປັນຫົວຂໍ້, ການຂຽນລາຍການ,​ ອາລະບຳ້ / ສະໝຸດພາບ, ສະໝຸດບັນທຶກຄວາມຄິດ / ຄຳສຸພາສິດ ແລະອື່ນໆ ລອງເລືອກໃຊ້ວິທີທີ່ເຮົາມັກ ແລະ ຝຶກເຮັດໃຫ້ສະໝໍ່າສະເໝີ ແລ້ວມື້ໜຶ່ງ ເຮົາຈະປະຫລາດໃຈເມື່ອພົບວ່າຄຳເວົ້າຂອງເຮົາຟັງເບິ່ງມີຄວາມໝາຍ ແລະ ສະຫລາດຫລາຍຂຶ້ນກ່ວາທີ່ເຄີຍເປັນມາ.
  2. ເປີດແຟ້ມຜົນງານ ຮຽນຮູ້ຈາກບຸກຄົນໂຕຢ່າງ : ເຄີຍຕັ້ງຄຳຖາມກັບຕົນເອງຫລືບໍ່ວ່າ ໃຜແມ່ນໂຕຢ່າງໃນດວງໃຈເຮົາ ຫາກຍັງບໍ່ເຄີຍລອງນຶກເບິ່ງດີໆ ເຊື່ອວ່າທຸກຄົນມີບຸກຄົນໂຕຢ່າງແບບໃນໃຈ ຄົນທີ່ເຮົາມັກ ຄົນທີ່ເຮົາຕິດຕາມ ຄົນທີ່ເຮົາຢາກເຕີບໃຫຍ່ໄປເປັນຄືເຂົາ, ລອງອ່ານປະຫວັດ, ສຶກສາຜົນງານ ແລະ ສ້າງຄວາມເຂົ້າໃຈມຸມມອງ, ວິທີຄິດ ແລະ ການປະຕິບັດໂຕຂອງເຂົາ, ສັດທາທີ່ເຮົາມີຕໍ່ບຸກຄົນໂຕຢ່າງໃນດວງໃຈ ມີອິດທິພົນຕໍ່ແນວຄິດ, ມຸມມອງ, ຕະຫລອດຈົນພຶດຕິກຳຂອງເຮົາ ເຮັດໃຫ້ເຮົາມີໂອກາດທີ່ຈະຕາມຄວາມຄິດ ແລະ ການກະທຳຂອງຜູ້ນັ້ນ. ແນວໃດກໍຕາມ, ເຮົາຕ້ອງຄຳນຶງວ່າບໍ່ມີໃຜສົມບູນແບບໃນທຸກດ້ານ ດັ່ງນັ້ນ ຈຶ່ງຕ້ອງໃຊ້ວິຈາລະນະຍານເລືອກຄິດເລືອກເຮັດຕາມໃນສິ່ງທີ່ພິຈາລະນາແລ້ວວ່າດີ ບໍ່ກໍ່ຄວາມເສຍຫາຍໃຫ້ແກ່ສ່ວນລວມ ແລະ ບໍ່ຂັດຕໍ່ສິນລະທຳອັນດີງາມ ເຮົາສາມາດເລືອກຕິດຕາມສະເພາະສ່ວນທີ່ເປັນແນວປະຕິບັດທີ່ດີເລີດຂອງເຂົາ ແທນການຕິດຕາມໂຕບຸກຄົນ ການຝຶກໄຈ້ແຍກແບບນີ້ຈະຊ່ວຍໃຫ້ເຮົາມີຈຸດຢືນທີ່ໝັ້ນຄົງ ບໍ່ຖືກຖ່ວງດຶງໄດ້ງ່າຍ ແລະ ບໍ່ປະນີປະນອມກັບສິ່ງທີ່ບໍ່ຖືກຕ້ອງ.
  3. ເປີດເກມ ຝຶກວາງແຜນ : ເມື່ອເວົ້າເຖິງໝາກດ້າມ ຕ້ອງວາງແຜນ, ຕ້ອງເບິ່ງເກມໝົດກະດານ ແລະ ເບິ່ງໄປທາງໜ້າ ບໍ່ແມ່ນແຕ່ 1 ຫລື 2 ກ້າວ, ແຕ່ໄກກ່ວານັ້ນ. ກະດານຊີວິດກໍຄືກັນ ກ່ອນທີ່ຈະກ້າວຍ່າງອອກໄປ ເຮົາເຫັນພາບໃຫຍ່ຂອງສິ່ງທີ່ເຮົາຕ້ອງພະເຊີນຫລືບໍ່ ແລະ ເຮົາຄາດການກ້າວຕໍ່ໄປໄວ້ແນວໃດ, ການວາງແຜນເປັນຄຸນລັກສະນະຂອງຜູ້ມີມຸມມອງ ແລະ ວິໄສທັດກ້ວາງໄກ ຫາກຮູ້ສຶກວ່າໝາກດ້າມຍາກ ແລະ ສັບຊ້ອນເກີນໄປ ລອງຫາເກມໝາກດ້າມ ຫລື ເກມຄອມພິວເຕີທີ່ຝຶກການວາງແຜນມາຫລິ້ນເບິ່ງ. ນອກຈາກນັ້ນ ເຮົາອາດລອງວາງແຜນກິດຈະວັດປະຈຳວັນນ້ອຍໆຂອງຕົນເອງ ເຊັ່ນ : ແຜນຍ່າງຕະຫລາດທ້າຍອາທິດ, ແຜນການໃຊ້ເງິນແຕ່ລະເດືອນ, ແຜນພັກຮ້ອນປະຈຳປີ, ການຝຶກວາງແຜນຈະຊ່ວຍຂະຫຍາຍມຸມມອງຮອບດ້ານ ເຮັດໃຫ້ເຮົາຮອບຄອບ ແລະ ກ້າວໄປຂ້າງໜ້າດ້ວຍບາດກ້າວທີ່ໝັ້ນໃຈ.
  4. ເປີດຄັງຄວາມຮູ້ ແລກປ່ຽນຮຽນຮູ້ກັບຜູ້ອື່ນ : ສົ່ງທ້າຍດ້ວຍປະໂຫຍກງ່າຍໆ ຢ່າເຮັດໂຕເປັນນຳ້ເຕັມກອກ ຈອກທີ່ມີນຳ້ຢູ່ເຕັມບໍ່ສາມາດຮັບນຳ້ຕື່ມໄດ້ອີກ ໂຕເຮົາກໍບໍ່ສາມາດເປີດຮັບຄວາມຮູ້ໃໝ່ໆເຂົ້າມາໃນຊີວິດໄດ້ ຢ່າປ່ອຍໃຫ້ຄຳຍ້ອງຍໍສັນລະເສີນຂອງຄວາມຊ່ຽວຊານ ມາປິດບັງມຸມມອງຂອງເຮົາ ໃນທາງກົງກັນຂ້າມ ການຖ່ອມໂຕຖ່ອມໃຈຍອມຮັບຟັງຄວາມຄິດເຫັນຂອງຜູ້ອື່ນ, ຫລຸດໂຕລົງຮຽນຮູ້ບາງສິ່ງຈາກຜູ້ນ້ອຍ ຫລື ຄົນທີ່ມີຄຸນສົມບັດຕໍ່າກ່ວາ ລົງມືເຮັດວຽກນ້ອຍໆ ຫລື ວຽກໜັກທີ່ເປັນໂອກາດໃນການຮຽນຮູ້ສິ່ງໃໝ່ ບໍ່ຫວງວິຊາ ແລະ ຍິນດີແລກປ່ຽນຮຽນຮູ້ກັບຜູ້ອື່ນ ທັງໃນ ແລະ ນອກສາຂາທີ່ຊ່ຽວຊານ ນອກຈາກຈະເປັນການຂະຫຍາຍມຸມມອງ, ເປີດຮັບຄວາມຮູ້ໃໝ່ແລ້ວ ພຶດຕິກຳຖ່ອມໂຕຖ່ອມໃຈໄຝ່ຮູ້ນີ້ຍັງເປັນແບບຢ່າງທີ່ຄວນປູກຝັງໃຫ້ຄົນຮຸ່ນຫລັງຕໍ່ໄປນຳ.