06 ເດືອນຕົ້ນປີ 2022 ແຂວງສະຫວັນນະເຂດ ມີຄະດີຢາເສບຕິດທັງໝົດ 176 ລາຍ ຜູ້ຖືກຫາ 280 ຄົນ ແລະ ຂອງກາງຢາເສບຕິດຫລາຍລາຍການ

ປກສ ແຂວງສະຫວັນນະເຂດ ສະຫຼຸບ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຄວາມສະຫງົບ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ2022
ວັນທີ 15 ສິງຫາ 2022 ນີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຄວາມສະຫງົບປະຈຳ 06 ເດືອນຕົ້ນປີ ແລະທິດທາງແຜນການ 06 ເດືອນທ້າຍປີ 2022 ໂດຍເປັນປະທານຂອງທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ,ກົມກອງອອ້ມຂ້າງ , ປກສ 14 ຕົວເມືອງ 01 ນະຄອນ ເຂົ້າຮວ່ມ.
อาจเป็นรูปภาพของ 1 คน และ กำลังยืน
ພັທ ຄໍາສຸກ ປະເສີດຄໍາຫຼ້າ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ໄດ້ສະຫຼຸບ ສັງລວມໃຫ້ຮູ້ວ່າ: ໃນ06 ເດືອນຕົ້ນປີ 2022 ທົ່ວແຂວງ ມີຄະດີຢາເສບຕິດທັງໝົດ 176 ລາຍ,ຜູ້ຖືກຫາ 280 ຄົນ,ຍິງ 25 ຄົນ,ຄົນຕ່າງປະເທດ 03 ຄົນ,ຂອງກາງຄະດີມີ:ຢາບ້າ 2.773.573 ເມັດ, ຢາອີ 467 ເມັດ, ຢາໄອສ໌ 51 ຖົງ, ຢາເຄ 01 ຖົງ, ຊາແຫ້ງ 1.042 ກິໂລກຼາມ,ລົດໃຫ່ຍ 04 ຄັນ, ລົດຈັກ 39 ຄັນ, ເງີນກີບ 16.299.000 ກີບ, ເງີນບາດ 475.270 ບາດ,ເງີນໂດລາ 865 ໂດລາ, ອາວຸດເສີກ 03 ກະບອກ,ພ້ອມລູກກະສູນ 106 ລູກ, ຄະດີອາຍາເກີດຂື້ນ 97 ລາຍ,ຜູ້ຖືກຫາ 109 ຄົນ,ຍິງ 09 ຄົນ,ຜົນເສຍຫາຍ ເສຍຊີວິດ 03 ຄົນ,ໄດ້ຮັບບາດເຈັບສາຫັດ 04 ຄົນ, ລົດຈັກ 45 ຄັນ, ເງີນກີບ 87.455.000 ກີບ, ເງີນບາດ 120.000 ບາດ,ເງີນໂດລາ 400 ໂດລາ, ແລະ ສາມາດເກັບກູ້ຄືນໄດ້ລົດຈັກ 24 ຄັນ, ເງີນກີບ 5.800.000 ກີບ, ຄະດີຄ້າມະນຸດ ມີ 04 ລາຍ, ຜູ້ຖືກຫາ 05 ຄົນ,ຍິງ 01 ຄົນ, ຜູ້ເສຍຫາຍ 01 ຄົນ, ຄະດີເສດຖະກິດ 28 ລາຍ, ຜູ້ຖືກຫາ 06 ຄົນ,ຍິງ 02 ຄົນ, ເປົ້າໝາຍ 16 ຄົນ,ຍິງ 06 ຄົນ,ຜົນເສຍຫາຍເງີນກີບ 17.509.159.386 ກີບ,ເງີນບາດ 11.142.900 ບາດ,ເງີນໂດລາ 137.101 ໂດລາ,ລົດໃຫ່ຍ 01 ຄັນ, ອຸປະຕິເຫດເກີດຂື້ນທັງໝົດ 354 ລາຍ, ໄດ້ຮັບບາດເຈັບ 100 ຄົນ,ຍິງ 25 ຄົນ,ເສຍຊິວິດ 62 ຄົນ,ຍິງ 16 ຄົນ ແລະ ພາຫະນະເປ້ເພໃຊ້ການບໍ່ໄດ້ 17 ຄັນ ແລະ ອັກຄີໄພເກີດຂື້ນທັງໝົດ 11 ຄັ້ງ, ຜົນເສຍຫາຍລວມມູນຄ່າເສຍຫາຍທັງໝົດ 436.5000 ກີບ, ຈາກນັ້ນປະທານກອງປະຊຸມກໍ່ໄດ້ມີຄໍາເຫັນເຈາະຈີ້ມ,ບາງບັນຫາທີ່ສຳຄັນ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາແລະເລິກເຊິ່ງ. ແລະໃນຕ່ອນບ່າຍຂອງວັນດຽວກັນນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນະເຂດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ເຊິ່ງໃນກອງປະຊຸມກໍ່ໄດ້ ມອບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການເຮັດສຳເລັດວຽກງານຮາກຖານການເມືອງ ຢູ່ 03 ເມືອງ,01 ນະຄອນ ປະຈຳປີ 2021 ຈຳນວນ 129 ສະຫາຍ,ເປັນກຽດມອບ ໂດຍ ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມທັງ ໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານ ໄດ້ສະແດງຄຳຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ ຍາດມາໄດ້ໃນ 06 ເດືອນຜ່ານມາ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ເອົາໃຈໃສ່ເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ,ໜັກແໜ້ນ, ເປັນແບບຢ່າງທີ່ດີຂອງກຳລັງປະກອບອາວຸດ, ເອົາໃຈໃສ່ ການປັບປຸງກໍ່ສ້າງກຳລັງ,ຫັນເອົາພະນັກງານລົງກໍ່ສ້າງຮາກຖານໃຫ້ເລິກເຊິ່ງ, ເພີ່ມທະວີແບບແຜນວິທີເຮັດວຽກໃຫ້ຖຶກຕ້ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກໍາລັງໃຫ້ ເຂັ້ມແຂງໜັກແໜ້ນຂຶ້ນເປັນກ້າວໆ.
อาจเป็นรูปภาพของ 4 คน และ สถานที่ในร่ม