ຕອບແທນງານດີ ເຊລຊີ ເປີດໂຕະເຈລະຈາຕໍ່ສັນຍາໃຫມ່ ໂທມັສ ທູເຄິລ

ເຊລຊີ ໄດ້ເລີ່ມເປີດການເຈລະຈາໃນການຕໍ່ສັນຍາສະບັບໃຫມ່ກັບ ໂທມັສ ທູເຄິລ ຜູ້ຈັດການທີມຊາວເຢຍລະມັນ ອີກ 2 ປີ ຫລື ເຖິງປີ 2026.

ສຳລັບ ທູເຄິລ ເຂົ້າມາເຮັດໜ້າທີ່ຜູ້ຈັດການທີມຂອງເຊລຊີ ເມື່ອປີ 2021 ເຊິ່ງລາວກໍພາທີມສ້າງຜົນງານໄດ້ຢ່າງໜ້າປະທັບໃຈ ຫລັງຄວ້າແຊ໊ມມາຄອງໄດ້ 3 ລາຍການ ປະກອບໄປດ້ວຍ ຢູຟາ ແຊ໊ມປຽນ ລີກ, ຢູຟາ ຊຸບເປີ ຄັບ ແລະ ຟີຟາ ຄລັບ ເວີນ ຄັບ.

ນອກຈາກນັ້ນ ໃນໄລຍະທີ່ ເຊລຊີ ພົບກັບວິກິດສະໂມສອນຈາກການທີ່ ໂຣມັນ ອະບຣາໂມວິດ ຈຳເປັນຕ້ອງຂາຍທີມ ຫລັງຖືກລັດ ຖະບານອັງກິດຄວຳ່ບາດ ລວມເຖິງຖືກຈຳກັດເລື່ອງງົບປະມານສະໂມສອນເມື່ອລະດູການກ່ອນ ທູເຄິລ ກໍຢືນຢັນວ່າຈະບໍ່ມີຄວາມ ຄິດທີ່ຈະຖິ້ມທີມແຕ່ຢ່າງໃດ.

ຈົນຫລ້າສຸດ The Sun ສື່ຊື່ດັງຂອງອັງກິດ ເປີດເຜີຍວ່າ ເຊລຊີ ພາຍໃຕ້ເຈົ້າຂອງຄົນໃຫມ່ຢ່າງ ທັອດ ໂບຫລີ ໄດ້ເລີ່ມເຈລະຈາເລື່ອງ ຕໍ່ສັນຍາກັບ ທູເຄິລ ໄປແລ້ວ ເຖິງຈະເຫລືອສັນຍາເຖິງປີ 2024 ກໍຕາມ ເພື່ອສະແດງຄວາມເຊື່ອຫມັ້ນ ແລະ ເປັນການຕອບແທນ ຜົນງານ.

ໂດຍ ເຊລຊີ ຈະມອບສັນຍາໃຫມ່ໃຫ້ກັບ ທູເຄິລ ອາຍຸ 48 ປີ ເຖິງປີ 2026.