5 ສິ່ງທີ່ຕ້ອງເຮັດ ເມື່ອຮູ້ສຶກຂາດແຮງຈູງໃຈ ບໍ່ຢາກເຮັດວຽກແລ້ວ.

ເປັນເລື່ອງປົກກະຕິທີ່ຄວາມຮູ້ສຶກຂາດແຮງຈູງໃຈແບບນີ້ຈະເກີດຂຶ້ນ ບໍ່ວ່າກັບໃຜ ໂດຍສະເພາະຢ່າງຍິ່ງໃນໄລຍະເວລາແຫ່ງຄວາມບໍ່ແນ່ນອນທີ່ເຮົາກຳລັງພະເຊີນ ເຊິ່ງກຸນແຈສຳຄັນຄື ການຮັບຮູ້ສັນຍານ ແລະ ຈັດການແກ້ໄຂຕາມວິທີທີ່ເປັນໄປໄດ້ແທ້ ໂດຍ 5 ເຕັກນິກຕໍ່ໄປນີ້ອາດຊ່ວຍທ່ານສ້າງວິໄສທັດທີ່ກ້ວາງຂຶ້ນ ແລະ ຈຸດປະກາຍຄວາມຕື່ນເຕັ້ນທີ່ຈະກະຕຸ້ນແຮງຈູງໃຈຂອງທ່ານໄດ້ອີກຄັ້ງ.
- ຢຸດຄວາມຂັດແຍ່ງໃນໂຕເອງ : ເມື່ອທ່ານສຳຜັດໄດ້ວ່າບໍ່ມີແຮງຈູງໃຈທີ່ຈະລົງມືຈັດການກັບຫຍັງເລີຍ ສິ່ງທຳອິດທີ່ທ່ານຕ້ອງເຮັດກໍຄື ໃຫ້ອະໄພຕົນເອງ, ຕ້ອງບໍ່ຕັດສິນຕົນເອງ ຫລື ຮູ້ສຶກຜິດທີ່ບໍ່ກະຕືລືລົ້ນດັ່ງທີ່ຄວນເປັນ ເຊິ່ງຖ້າຫາກກຳລັງຮູ້ສຶກບໍ່ດີແບບນີ້ຢູ່ ໃຫ້ຢຸດມັນລົງບ່ອນນັ້ນ ແລະ ປະຕິຍານຕໍ່ຕົນເອງວ່າຈະມີສະຕິໃຫ້ຫລາຍຂຶ້ນ ແລະ ໃຊ້ສະຕິພິຈາລະນາຕັດສິນຕົນເອງວ່າຕ້ອງຮູ້ຈັກທີ່ຈະບຳບັດຫົວໃຈ ຫລາຍກ່ວາທີ່ຈະມາກົດດັນຕົນເອງໃຫ້ເຄັ່ງຄຽດຕໍ່ໄປເລື້ອຍໆ.
- ປັບປ່ຽນແນວຄິດ : ລອງຝຶກຝົນຕົນເອງໃຫ້ມີຄວາມສຸກເວລາຢູ່ຄົນດຽວ ແລະ ເປີດໃຈຍອມຮັບຄວາມງຽບສະຫງົບ ເຊິ່ງເປົ້າໝາຍກໍຄື ການປ່ຽນຄວາມຄິດເພື່ອໃຫ້ທ່ານເຫັນວ່າການຟື້ນຟູຕົນເອງເປັນຂັ້ນຕອນທີ່ດີ ແລະ ຖືກຕ້ອງສຳລັບຄວາມກ້າວໜ້າ ແລະ ປະສິດທິພາບການໃຊ້ຊີວິດໃນອະນາຄົດ ວິທີນີ້ຈະຊ່ວຍໃຫ້ທ່ານຢຸດສະແຫວງຫາຄວາມກ້າວໜ້າ ແລະ ຄວາມກົດດັນແບບຜິດໆ ເຊັ່ນ : ເຮັດວຽກໜັກຂຶ້ນ. ດັ່ງນັ້ນ, ຄວນປ່ອຍໃຫ້ຮ່າງກາຍ ແລະ ຈິດໃຈໄດ້ຜ່ອນຄາຍແດ່ ເພື່ອຕື່ມເຕັມໂຕເອງ.
- ຮັບຮູ້ສະພາບອາລົມ : ເມື່ອທ່ານໃຫ້ພື້ນທີ່ຕົນເອງ ແລະ ໃຫ້ກຽດຄວາມຮູ້ສຶກຕົນເອງ ໃນຂະນະທີ່ທ່ານບໍ່ມີແຮງຈູງໃຈຈະເຮັດຫຍັງ, ແຕ່ທ່ານສາມາດເລືອກວິທີໃນການສະແດງອອກຕໍ່ໂລກ, ຄົນອ້ອມຂ້າງ ແລະ ເຮັດເພື່ອຕົນເອງໄດ້ ເຖິງວ່າສິ່ງນັ້ນຈະຕ້ອງໃຊ້ການຝຶກຝົນ ແຕ່ມັນແມ່ນຫົນທາງກ້າວໄປຂ້າງໜ້າ ຫາກທ່ານບໍ່ມີແຮງຈູງໃຈທີ່ຈະເຮັດຫຍັງ ນັ້ນໝາຍຄວາມວ່າ ທ່ານໝົດແຮງ ແລະ ຈຳເປັນຕ້ອງບຸກບືນຢ່າງຮີບດ່ວນ ໃນການຕື່ມເຕັມທຸກດ້ານ ລວມເຖິງຈິດໃຈ, ຮ່າງກາຍ, ອາລົມ ແລະ ຈິດວິນຍານໃນທຸກລະດັບ.
- ຫລີກເວັ້ນສິ່ງທີ່ເປັນດ້ານລົບ : ການຢູ່ຫ່າງຈາກໂຕພະລັງງານດ້ານລົບ ແລະ ຄົນຄິດລົບເປັນສິ່ງສຳຄັນສຳລັບທ່ານໃນຕອນນີ້ ເມື່ອເຮົາຮູ້ສຶກວ່າບໍ່ມີແຮງຈູງໃຈທີ່ຈະເຮັດຫຍັງ ຄວາມສາມາດໃນການຕັດສິນໃຈຂອງເຮົາຈະໄດ້ຮັບຜົນກະທົບ, ການເບິ່ງໂລກໃນແງ່ຮ້າຍ, ຜູ້ຄົນມັກຈົ່ມ ອາດມີສ່ວນເຮັດໃຫ້ມື້ຂອງທ່ານມືດມົນລົງຕື່ມອີກ ວິທີທີ່ຈະຍ້າຍຈາກຄວາມມືດມົນນີ້ໄປສູ່ຄວາມແຈ້ງສະຫ່ວາງໄດ້ກໍຄື ການລົມກັບຕົນເອງໃນດ້ານບວກໃຫ້ຫລາຍຂຶ້ນ.
- ແຕ້ມຮູບຄວາມສຳເລັດ : ຍິ່ງຖ້າທ່ານຢາກຝຶກຝົນຕົນເອງໃຫ້ລອງນຶກພາບຕົນເອງວ່າປະສົບຄວາມສຳເລັດ (ທຸກມື້) ແລະ ຄິດແບບນີ້ເປັນປະຈຳ ເພື່ອໃຫ້ເຫັນວ່າໂຕເອງມີສິ່ງທີ່ຕ້ອງການ ກໍຈະຍິ່ງເຂົ້າໃກ້ຄວາມສຳເລັດໄດ້ຫລາຍຂຶ້ນຕື່ມອີກ, ຕັ້ງໃຈທີ່ຈະໃຊ້ເວລາ 30 ນາທີຕໍ່ມື້ ເພື່ອຈິນຕະນາການວ່າຕົນເອງໄດ້ໃຊ້ຊີວິດຕາມຄວາມຝັນ ເພາະສິ່ງທີ່ທ່ານຕັ້ງໃຈໄຝ່ຝັນຈະກາຍເປັນຄວາມຈິງ ແລະ ທຸກຢ່າງເລີ່ມຕົ້ນດ້ວຍພະລັງບວກທີ່ທ່ານສະແດງອອກມາ ນັ້ນຄືການເລີ່ມຈາກຄວາມຄິດ ແລະ ຄວາມເຊື່ອທ່ານຂອງ.

