ເຊລຊີ ສູ້ບໍ່ ? ບາເຊໂລນາ ພ້ອມປ່ອຍ ໂອບາເມຢອງ 25 ລ້ານຢູໂຣ

ບາເຊໂລນາ ສະໂມສອນໃຫຍ່ແຫ່ງ ລາ ລີກາ ສະເປນ ຕ້ອງການໄດ້ຄ່າຕົວຂອງ ປີແອ ເອເມີຣິກ ໂອບາເມຢອງ ກອງໜ້າ ທີມຊາດກາບອງ ຈຳນວນ 25 ລ້ານຢູໂຣ ຫລັງ ເຊລຊີ ທີມດັງພຣີເມຍລີກ ອັງກິດ ຕ້ອງການດຶງໄປເສີມທີມ ຕາມລາຍ ງານຈາກສື່ສະເປນ ເມື່ອວັນອາທິດທີ 14 ສິງຫາຜ່ານມາ.
ໃນເວລານີ້ ເຊລຊີ ພວມຕ້ອງການດາວຍິງຕົວໃຫມ່ ຫລັງປ່ອຍ ໂຣເມລູ ລູກາກູ ໄປໃຫ້ ອິນເຕີ ມິລານ ຢືມໃຊ້ງານ ແລະ ຂາຍ ຕີໂມ ແວເນີ ກັບໄປໃຫ້ ແອເບ ໄລຊິກ ໂດຍເລັງເປົ້າໄປທີ່ ໂອບາເມຢອງ ນັກເຕະອາຍຸ 33 ປີ ເນື່ອງຈາກມີຄວາມສຳພັນທີ່ດີ ແລະ ເຄີຍຮ່ວມງານກັບ ໂທມັສ ທູເຄິລ ມາແລ້ວໃນສະໄຫມທີ່ຄຸມ ໂບຣຸສເຊຍ ດອດມຸນ.
ຂະນະທີ່ ບາເຊໂລນາ ກໍພ້ອມປ່ອຍ ໂອບາເມຢອງ ອອກຈາກຖິ່ນ ຄຳ ນູ ເຊັ່ນດຽວກັນ ຫລັງໄປດຶງ ໂຣເບີດ ເລວານດອບສະກີ ດາວຍິງທີມຊາດໂປແລນ ມາເສີມທີມ ແລະ ຕ້ອງການຫລຸດຄ່າເມື່ອຍພາຍໃນທີມ ແນວໃດກໍຕາມບໍ່ຂໍປ່ອຍອອກໄປໃນລາຄາຖືກໆ ເພາະນັກເຕະເຫລືອສັນຍາກັບທີມອີກ 3 ປີ.
ໂອບາເມຢອງ ທີ່ກໍຍ້າຍມາຈາກ ບາເຊໂລນາ ແບບບໍ່ມີຄ່າຕົວເມື່ອຕົ້ນເດືອນກຸມພາຜ່ານມາ ແລະ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍິງໄປ 11 ປະຕູຈາກການລົງສະໜາມ 17 ນັດ ແລະ ຊ່ວຍໃຫ້ບາເຊໂລນາ ຈົບລະດູການດ້ວຍຮອງແຊ໊ມ.

