ສື່ມວນຊົນລາວ ຕ້ອງເລັ່ງພັດທະນາກ້າວສູ່ຄວາມທັນສະໄໝ

(ໂອກາດວັນສ້າງຕັ້ງສື່ມວນຊົນແຫ່ງຊາດ ແລະ ການພິມຈໍາໜ່າຍ 13 ສິງຫາ 1950-13 ສິງຫາ 2022
ປີນີ້ເປັນປີທີ 72 ແຫ່ງການສ້າງຕັ້ງສື່ມວນຊົນແຫ່ງຊາດ ແລະ ການພິມຈໍາໜ່າຍ ເປັນປີທີ່ພວກເຮົາພູມ ໃຈຫລາຍທີ່ເຫັນສື່ມວນຊົນລາວ ໄດ້ພັດທະນາຫລາຍຂຶ້ນບໍ່ວ່າຈະເປັນຄວາມຮູ້ຄວາມສາມາດ, ການນໍາໃຊ້ເຄື່ອງມືເທົ່າທັນຍຸກສະໄໝ, ການຫັນປ່ຽນຮູບແບບເຜີຍແຜ່ແບບເກົ່າສູ່ອັນໃໝ່ (ສື່ອອນລາຍ)ຄຽງຄູ່ກັບການເສີມຂະຫຍາຍຈັນຍາບັນຂອງນັກຂ່າວ.
ສິ່ງທີ່ພາກພູມໃຈຫລາຍກວ່ານີ້ກໍຄືພັກ-ລັດ ໄດ້ເອົາໃຈໃສ່ຍົກຄວາມສຳຄັນຂອງສື່ມວນຊົນ ເຮັດໃຫ້ໄດ້ຮັບການພັດທະນາທັງປະລິມານ ແລະ ຄຸນນະພາບ, ກ່ອນການປົດປ່ອຍ ພາຫະນະຮັບໃຊ້ສື່ມີພຽງແຕ່ພິມດີດ, ໂຣນຽວ ຜະລິດເປັນໃບຂ່າວ ຫລື ໜັງສືພິມ ເຜີຍແຜ່ເປັນລາຍເດືອນ, ລາຍປັກ ທັງໃຊ້ເວລາດົນ, ບຸກຄະ ລາກອນກໍມີຈໍາກັດ, ອຸປະກອນຮັບໃຊ້ບໍ່ທັນສະໄໝ, ພະນັກງານຜູ້ໜຶ່ງເຮັດວຽກຫລາຍໜ້າທີ່, ສະຖານີວິທະຍຸ ແລະ ສະຖານີໂທລະພາບບໍ່ມີ.
ພາຍຫລັງສະຖາປະນາປະເທດ ປີ 1975 ການພິມຈຳໜ່າຍ ຫລື ເຜີຍແຜ່ຂໍ້ມູນຂ່າວສານຂອງສື່ມວນຊົນໄດ້ຫັນມາສູ່ຄວາມທັນສະໄໝ, ລະບົບວິທະຍຸ-ໂທລະພາບໄດ້ກຳເນີດຂຶ້ນ, ສື່ສິ່ງພິມບໍ່ວ່າຈະເປັນໜັງສືພິມ ຫລື ວາລະສານຂະຫຍາຍຕົວຢ່າງໄວວາໄດ້ພັດທະນາທັງຮູບແບບ ແລະ ເຕັກນິກການສື່ສານ, ນໍາໃຊ້ທັງສື່ແບບເກົ່າ ແລະ ແບບໃໝ່(ສື່ອອນລາຍ) ຄວບຄູ່ກັນໄປປະກອບສ່ວນສໍາຄັນໃນການເປັນກະບອກສຽງທີ່ແຫລມຄົມຂອງພັກ, ລັດ ແລະ ເປັນການສື່ສານຂໍ້ມູນຢ່າງຖືກຕ້ອງທັນການເຮັດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ເປັນເຄື່ອງມືໂຄສະນາສຶກສາອົບຮົມສະມາຊິກພັກ, ພະນັກງານລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຄຸນຄ່າຫລາຍທີ່ສຸດ. ຜົນສຳເລັດດັ່ງກ່າວສະແດງໃຫ້ເຫັນວ່າ: ພັກ-ລັດເຮົາໃຫ້ຄວາມສຳ ຄັນພັດທະນາສື່ມວນຊົນລາວກ້າວສູ່ຄວາມທັນສະໄໝ, ສີວິໄລທັງເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງຄ່ອງຕົວ.
ແນວໃດກໍດີຄຽງຄູ່ກັບຜົນສໍາເລັດຕະຫລອດ 72 ປີ, ສື່ມວນຊົນລາວຍັງມີຂໍ້ຂາດຕົກບົກພ່ອງແລະ ສິ່ງທ້າທາຍຫລາຍປະການທັງພື້ນຖານໂຄງລ່າງ, ວັດຖຸເຕັກນິກທີ່ຍັງບໍ່ທັນຄົບຊຸດ ແລະ ທັນສະໄໝ, ເນື້ອໃນຍັງ ບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ການໃຊ້ ການຂຽນພາສາລາວຍັງບໍ່ຖືກ, ການຕອບໂຕ້ຖ້ອຍທໍານອງໂຈມຕີ ແລະ ຂ່າວປອມບາງຄັ້ງຄາວຍັງບໍ່ທັນຫລາຍ ແລະ ທັນສະພາບການ, ການຕອບສະໜອງງົບປະມານຍັງບໍ່ພຽງພໍຕາມຄວາມຕ້ອງການຕົວຈິງ.
ທັງໝົດນີ້, ສື່ມວນຊົນລາວຕ້ອງໝັ່ນຝຶກຝົນຕະຫລອດເວລານຳສະເໜີຂໍ້ມູນຂ່າວສານທີ່ເປັນປະໂຫຍດ, ສຳຄັນ, ຖືກຕ້ອງ ແລະ ວ່ອງໄວເພື່ອຜົນປະໂຫຍດລວມຂອງຊາດຄຽງຄູ່ກັບຈັນຍາບັນຂອງຕົນຕະຫລອດໄປ.
ແນ່ນອນໃນຍຸກການໃຊ້ສື່ໃໝ່ ຫລື ສື່ສັງຄົມອອນລາຍຢ່າງກວ້າງຂວາງນີ້ ໄດ້ສົ່ງຜົນກະທົບຕໍ່ສື່ມວນຊົນທີ່ເປັນສື່ຫລັກ ຊຶ່ງພວກເຮົາຕ້ອງພັດທະ ນາຕົນເອງໃຫ້ທັນຍຸກສະໄໝກວ່າເກົ່າ ແລະ ໝູນໃຊ້ເຄື່ອງມີສື່ສານແບບໃໝ່ ໃຫ້ເກີດຜົນປະໂຫຍດຕໍ່ຕົນເອງ ແລະ ມີຫລາຍສີສັນ, ຕ້ອງຮັກສາຄວາມເປັນເອກະລັກໄວ້, ຕ້ອງມີເນື້ອໃນຖືກຕ້ອງສົມບູນ ແລະ ນຳສະເໜີແຕ່ຂໍ້ມູນຄວາມຈິງຕາມ 4 ລັກສະນະຂອງສື່ມວນຊົນລາວ ຄື ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນຳ ແລະ ລັກສະນະຕໍ່ສູ້ ໄປພ້ອມກັບການພັດທະນາບຸກຄະລາກອນໃຫ້ມີຄວາມຮູ້ ຄວາມສາມາດ ແລະ ພັດທະນາເຄື່ອງມືຮັບໃຊ້ໃຫ້ທັນສະໄໝ.
ຖ້າຂະແໜງການສື່ມວນຊົນພັດທະນາ ເຊື່ອວ່າ: ສື່ຫລັກ ແລະ ສື່ດັ້ງເດີມ ຈະຍືນຍົງຄົງຢູ່ຕະຫລອດໄປ ຮັບປະກັນໃຫ້ໄດ້ການບໍລິໂພກຂໍ້ມູນຂ່າວສານທີ່ເປັນທາງການ, ຖືກຕ້ອງ ແລະ ສ້າງສັນຂອງສັງຄົມ.

